Thursday, October 7, 2021

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform
ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ​ໆ​ທີ່​ໃຊ້​ ໄດ້ແກ່ Wave, CDA, MP3, WMA, RA ແລະ ອື່ນໆ ຊຶ່ງ​ທັງ​ໝົດ​ນີ້ເອີ້ນກັນ​ວ່າ “​ໄຟ​ລ໌ຮູບ​ແບບ​ຄື້ນ​ສຽງ waveform” ສ່ວນ​ໄຟ​ລ໌ສຽງ​ອີກ​ປະ​ເພດ​ໜຶ່ງທີ່ນິຍົມໃຊ້ໃນວົງການດົນຕີ​ກໍ​ຄື​ໄຟ​ລ໌ MIDI ຊຶ່ງ​ລາຍ​ລະອຽດ​ຂອງ​ໄຟ​ລ໌​ສຽງ​ແຕ່​ລະ​ປະ​ເພດ(ສ່ວນໜຶ່ງເທົ່ານັ້ນ) ມີ​ດັ່ງ​ນີ້:
1. .wav (Wave) ເປັນ​ໄຟລ໌ສຽງ​ມາດຕະຖານ​ທີ່​ໃຊ້​ກັບ Windows ມີ​ຄຸນສົມບັດ​ທີ່​ສຳຄັນຄື ໄຟລ໌​ມີ​ຂະໜາດ​ໃຫຍ່​ຄວບ​ຄຸມ​ຄວາມ​ຖີ່​ສຽງ​ໄດ້​ທັງ​ໝົດ ເຮັດໃຫ້​ຄຸນນະພາບ​ຂອງສຽງ​ດີ​ຫລາຍ ແລະ ສາມາດ​ກຳນົດ​ຄຸນນະພາບ​ສຽງ​ໄດ້​ຫຼາກ​ຫຼາຍ ເຊັ່ນ ສຽງແບບ​ໂມ​ໂນ​ ຫລື ​ສ​ະເຕ​ຣິ​ໂອ.
Waveform Audio (.wav) ເປັນໄຟລ໌ສຽງ ປະ​ເພດ Uncompressed ເຊິ່ງມີຄຸນ ນະພາບສຽງ ດີທີ່ສຸດ ເຊິ່ງ ພັດທະນາ​ໂດຍ IBM ແລະ Microsoft, ເປັນ​ໄຟ​ລ໌ສຽງ​ຊະນິດ​ທຳອິດ ທີ່​ອອກ​ແບບ​ມາ​ໃຫ້​ໃຊ້​ງານ​ກັບ PC ທັງເປັນ​ໄຟ​ລ໌ສຽງ​ມາດຕະຖານ​ສຳລັບ Windows ທີ່ບໍ່​ໄດ້ຜ່ານ​ການ​ບີບ​ອັດ ຈຶ່ງ​ເຮັດໃຫ້​ຄຸນນະພາບ​ສຽງ​ດີ​ທີ່ສຸດ, ໃຫ້​ສຽງ Stereo ໄດ້ ແຕ່​ຂະໜາດ​ໄຟ​ລ໌ຈະ​ໃຫຍ່​ຫລາຍ ຫາກທຽບໃສ່ຮູບແບບສຽງແບບອື່ນ.

2. .cda (CD Audio) ເປັນ​ໄຟລ໌​ສຽງ​ດິ​ຈິ​ຕອນ​ທີ່​ມີ​ຮູບ​ແບບ​ເໝືອນ​ກັບ​ໄຟ​ລ໌ Wave ໃຫ້​ຄຸນ ນະພາບ​ສຽງ​ທີ່​ດີ​ເປັນ​ທຳມະຊາດ ໂດຍ​ທົ່ວ​ໄປ​ຮຽກ CD ເພງ ເມື່ອ​ນຳ​ມາ​ໃຊ້​ກັບ​ເຄື່ອງ​ຄອມພິວເຕີ ຫລື ​ໂປຣ​ແກຣມ​ສໍາລັບ​ຫລິ້ນ CD ຈຶ່ງຈະ​ເບິ່ງ​ເຫັນ​ຂໍ້​ມູນ​ສຽງ​ໃນ​ຮູບ​ຂອງ​ແທຣັກ​ສຽງ (Audio Tack) ຖ້າ​ຕ້ອງ​ການ copy ຫລື ​ນຳ​ໄຟ​ລ໌ປະະ​ເພດ​ນີ້​ມາ​ໃຊ້​ ຈະ​ຕ້ອງ​ແປງ​ໃຫ້ເປັນ​ໄຟລ໌.wav ຜ່ານໂປຣແກຣມທີ່ຮອງຮັບນັ້ນ​ກ່ອນ.
ປະເພດໄຟລ໌ສຽງ CD Audio (.cda) ຖືກຈັດຢູ່ໃນປະ​ເພດ Lossless ເຊິ່ງຄຸນນະພາບສຽງອ່າວດີ ໃກ້ຄຽງຕົ້ນສະບັບ,ມັນມີ ລັກສະນະ​ເໝືອນ​ກັບໄຟ​ລ໌ .wav ແຕ່​ຖືກ​ບີບ​ອັດ​ລົງ​ໄວ້​ໃນ​ແຜ່ນ​ຊີ​ດີ ຄຸນນະພາບ​ສຽງ​ດີ​ໃກ້​ຄຽງ .wav ຂະໜາດ​ໄຟ​ລ໌​ອ່າວ​ໃຫຍ່ ແຕ່ຂໍ້​ເສຍ​ຄື ​ບໍ່​ສາມາດກອບ​ເອົາ​ໄຟ​ລ໌​ລົງເຄື່ອງຄອມໄດ້ໂດຍກົງ​ຄືໄຟລ໌ຊະນິດ​ອື່ນໆ ນອກ​ຈາກ​ຈະ​ໃຊ້​ໂປຣ​ແກຣມ​ພິເສດຕັດຕໍ່.

3. .mp3 (MP3) ເປັນ​ໄຟລ໌​ສຽງ​ທີ່​ມີ​ພື້ນ​ຖານ​ຈາກ​ໄຟລ໌ Wave ແຕ່​ມີ​ຂະໜາດ​ນ້ອຍ​ກວ່າ​ປະ​ມານ 10-12 ເທົ່າ ເມື່ອ​ຂໍ້​ມູນ​ໃນ​ໄຟລ໌ ​ຖືກ​ບີບ​ອັດ​ໃຫ້​ນ້ອຍ​ລົງ​ ແຕ່​ກໍຍັງ​ຄົງ​ຄຸນນະພາບ​ໄວ້​ໄດ້ໃກ້​ຄຽງ​ຕົ້ນ​ສະບັບຢູ່(ສູນເສຍໄປບາງສ່ວນ); ໄຟລ໌ mp3 ໄດ້ຮັບ​ຄວາມ​ນິຍົມ​ຫລາຍ ສຳລັບ​ການ​ບັນ​ທຶກ​ເພງໄວ້ຟັງ ເຊິ່ງ ໄຟ​ລ໌ສຽງປະ​ເພດ​ນີ້​ຖ້າມີຄວາມ​ຍາວ 4 ນາ​ທີ ຈະມີ​ຂະໜາດ​ປະ​ມານ 5 MB ແລະ ສາມາດກອບ​ປີ້​ເກັບ​ໄວ້​ໃນ​ຮາ​ດ​ດີສ​​ ເໝືອນ​ໄຟລ໌​ຂໍ້​ມູນ​ປົກກະຕິ​ທົ່ວ​ໄປ ແຕ່​ການສ້າງ​ ແລະ​ ການ​ແກ້​ໄຂ​ໄຟລ໌ຊະນິດນີ້ ອ່າວມີຫຼາຍຂັ້ນຕອນ ​ ເພາະເຮົາຕ້ອງ​ບັນ​ທຶກ​ສຽງ​ໃຫ້ເປັນ​ໄຟ​ລ໌ .wav ກອ່ນ ຈາກ​ນັ້ນ​ຈຶ່ງ​ບີບ​ອັດ​ໃຫ້​ເປັນ .mp3 ແຕ່ປັດຈຸບັນນີ້ມີບາງໂປຣແກຣມສາມາດບັນທຶກສຽງເປັນ Mp3 ເລີຍກໍໄດ້.

4. .wmv (Windows Media Audio) ເປັນ​ໄຟ​ລ໌ສຽງ​ດິ​ຈິ​ຕອນ​ຮູບ​ແບບ​ໃໝ່​ກວ່າ .mp3; ມັນມີ​ການ​ບີບ​ອັດ​ດີກວ່າ ເຮັດໃຫ້​ໄຟ​ລ໌ມີ​ຂະໜາດ​ນ້ອຍ​ກວ່າ ຊຶ່ງ​ຄຸນສົມບັດ​ທັ່ວ​ໄປ​ເໝືອນ​ກັບ .mp3 ແຕ່​ການ​ຫລິ້ນ​ໄຟ​ລ໌ປະ​ເພດ​ນີ້​ ຕ້ອງ​ຫລິ້ນ​ຜ່ານ​ໂປຣ​ແກຣມ Windows Media Player ເທົ່າ​ນັ້ນ ແຕ່​ປະຈຸບັນ​ມີ​ໂປຣ​ແກຣມ​ຫຼາຍ​ໂປຣ​ແກຣມ​ທີ່​ສາມາດ​ຫລິ້ນ​ໄຟ​ລ໌ປະເພດ​ນີ້​ໄດ້ແລ້ວ.Windows Media Player (.wma) ຄຸນນະພາບຂອງສຽງຈັດໃນປະ​ເພດ: Lossy ເຊິ່ງມີຄຸນນະພາບຕໍ່າທີ່ສຸດ, ພັດທະນາ​ໂດຍ Microsoft ເປັນ​ໄຟ​ລ໌​ມາດຕະຖານ​ສຳລັບ Windows ມີຄຸນນະພາບ​ສຽງ​ໃກ້​ຄຽງ​ກັບ .mp3 ແຕ່​ຂະໜາດ​ນ້ອຍ​ກວ່າ​ເຖິງ 3 ເທົ່າ ແລະ ກ່ອນນີ້ມັນຈະຮອງ​ຮັບ​ການ Streaming ຜ່ານ​ອິນ​ເຕີ​ເນັທ ເທົ່ານັ້ນ.

5. .ra (Real Audio) ເປັນ​ໄຟ​ລ໌​ສຽງ​ທີ່​ມີ​ພື້ນ​ຖານ​ມາ​ຈາກ​ໄຟ​ລ໌ .wav ແຕ່​ຖືກ​ບີບ​ອັດ​ໃຫ້​ນ້ອຍ​ລົງ​ດ້ວຍ​ເທັກ​ໂນ​ໂລ​ຍີ​ສະເພາະ ໃຊ້ສຳລັບ​ການ​ຮັບ​ສົ່ງ​ຂໍ້​ມູນ​ສຽງ​ທາງ​ອິນ​ເຕີ​ເນັດ​ເປັນ​ຕົ້ນຕໍ ແລະ ​ຕ້ອງ​ໃຊ້​ກັບ​ໂປຣ​ແກຣມ Real Player ເທົ່າ​ນັ້ນ.
RealAudio ຄົນ​ມັກ​ຟັງ​ເພງຜ່ານ Internet ຄົງ​ຮູ້​ຈັກ​ກັນ​ດີ ເພາະ RealAudio ຈະ​ສະແດງ Extension ເປັນ .ra ຫລື .rm ຊຶ່ງ​ເປັນ​ສ່ວນຫນຶ່ງ​ຂອງ​ລະບົບ RealSysteG2m  ໄວ້​ສຳລັບ​ການ​ຫລິ້ນ multimedia ຈາກ RealNetworks ຊຶ່ງ​ຈະ​ມີ Tools ໃນ​ການ​ຫລິ້ນ, encode ທັງຫມົດ​ໄປ​ເຖິງ tools ໃນ​ການເຮັດ server ໃຫ້​ໃຊ້​ຟ​ຣີ ໆ ໃນ​ການ​ສົ່ງ Audio, Video, Animation ຜ່ານ​ເວບໄຊທ໌ ແຕ່​ວ່າ ໃນ​ໂປຣ​ແກຣມກ່ຽວກັບ​ດົນຕີ​ສ່ວນ​ຫຼາຍ​ຈະ​ບໍ່​ໃຊ້ RealAudio ໃນ​ການ​ບັນ​ທຶກສຽງ ແຕ່​ມີບາງ​ໂປຣ​ແກຣມ ເຮົາ​ສາມາດ​ເກັບ​ງານ​ຂອງ​ເຮົາ​ເປັນ RealAudio ເພື່ອ​ໃຊ້​ໃນ​ເວັບໄຊທ໌ ຊຶ່ງ​ແນ່ນອນວ່າ RealAudio ກໍ​ເປັນ Lossy Format ເໝືອນ​ກັບ MP3

6. .mid (Musical Instrument Digital Interface) ເປັນ​ໄຟ​ລ໌​ສຽງ​ທີ່​ມີ​ຂະໜາດ​ນ້ອຍ​ຫລາຍ ແກ້​ໄຂ​ໄດ້​ງ່າຍ ແຕ່​ບໍ່
​ສາມາດ​ບັນ​ທຶກ​ສຽງ​ຮ້ອງ​ໄດ້ ນິຍົມ​ໃຊ້​ໃນ​ການ​ເກັບ​ຂໍ້​ມູນ​ທີ່​ເປັນ​ສຽງ​ດົນຕີ ໂດຍ​ຈະ​ ບັນ​ຈຸ​ຂໍ້​ມູນ​ຂອງ​ອຸປະກອນ​ຕ່າງ​ໆ ທີ່​ເຮັດໃຫ້​ເກີດ​ສຽງ​ດົນຕີ, ເມື່ອ​ຫລິ້ນ​ໄຟ​ລ໌ .midi ຈະ​ເປັນ​ການ​ສັ່ງ​ໃຫ້​ອຸປະກອນ​ນັ້ນ​ໆ ມີ​ສຽງ​ດົນຕີ​ອອກ​ມາ ເມື່ອ​ນຳ​ສຽງ​ເຫຼົ່າ​ນັ້ນ​ມາ​ຮ້ອຍ​ຮຽງ​ກັນ ​ກໍ​ຈະ​ກາຍ​ເປັນ​ທ່ວງ​ທຳນອງ​ດົນຕີ ຫລື​ ສຽງ​ເພງ ຊຶ່ງ​ເຄື່ອງ​ຄອມພິວເຕີ​ສາມາດ​ຫລິ້ນ​ໄຟ​ລ໌ .midi ໄດ້ ໂດຍ​ໃຊ້​ໂປຣ​ແກຣມ​ປະ​ເພດ MIDI Player.
7. .aiff (Audio Interchange File Format) ເປັນ​ໄຟ​ລ໌​ສຽງ​ທີ່​ບໍ່​ສາມາດ​ບີບ​ອັດ​ຂໍ້​ມູນ​ໄດ້ ໄຟ​ລ໌ປະເພດນີ້ຈຶ່ງ​ມີ​ຂະໜາດ​ໃຫຍ່ ນິຍົມ​ໃຊ້​​ຫລາຍ​ໃນ​ຄອມພິວເຕີປະເພດ MAC (iMac) ຊຶ່ງ​ໄຟ​ລ໌ .aiff ເປັນ​ໄດ້​ທັງ​ແບບ ​ໂມ​ໂນ​ ແລະ ​ສະເຕຣິ​ໂອ ມີ​ຄວາມ​ລະອຽດ​ເລີ່ມ​ຕົ້ນ​ທີ່ 8 ບິດ/22 ກິ​ໂລ​ເຮີ​ຊ, ​24/96 ກິ​ໂລ​ເຮີ​ຊ ຫລື​ ຫລາຍກວ່າ.Audio Interchange File Format (.aiff) ຈັດເຂົ້າໃນກຸ່ມສຽງ ປະ​ເພດ Uncompressed ທີ່ມີຄຸນນະພາບດີທີ່ສຸດ ເຊິ່ງພັດທະນາ​ໂດຍ Apple ທັງເປັນ​ໄຟ​ລ໌ສຽງພື້ນ​ຖານ​ສຳລັບ​ໃຊ້​ກັບ Mac ແລະ iOS ເຊິ່ງມີຂະໜາດ​ໄຟ​ລ໌ ​ແລະ ​ຄຸນນະພາບ​ສຽງ​ໃກ້​ຄຽງ​ກັບ .wav

8. .ogg (Ogg Vorbis) ເປັນ​ການ​ບີບ​ອັດ​ໄຟ​ລ໌​ເພງ​ໃຫ້​ນ້ອຍ​ລົງ​ ໂດຍໃຊ້​ເທັກ​ໂນ​ໂລ​ຢີ​ການ​ບີບ​ອັດ​ແບບ​ໃໝ່ຂະໜາດ​ນ້ອຍ​
ກວ່າ.mp3 ແຕ່​ໃຫ້​ຄຸນນະພາບ​ສຽງ​ທີ່​ດີກວ່າ, ສາມາດ​ເຂົ້າ​ລະຫັດ​ສຽງ​ໄດ້​ຫຼາຍ​ແບບ​ທັງ ​ໂມ​ໂນ​ ແລະ​ ສະເຕ​ຣິ​ໂອ ຈົນ​ເຖິງ​ລະບົບ Dolby Digital 5.1 Surround Sound. Ogg Vorbis (.ogg) ເນື່ອງຈາກໄຟລ໌ຖືກບີບອັດຫຼາຍ ຄຸນນະພາບດີກ່ວາ .mp3 ກໍຈິງ ແຕ່ຍັງໄດ້ຈັດເຂົ້າໃນກຸ່ມ ປະ​ເພດ: Lossy ເຊິ່ງມີຄຸນນະພາບຕໍ່າ ແຕ່ຮອງ​ຮັບ​ການ Streaming ຜ່ານ​ອິນ​ເຕີ​ເນັທ ແຕ່​ຢັງ​ບໍ່​ສາມາດ​ຫລິ້ນ​ໃນ Windows Media Player ຫລື iTunes ໄດ້.

9. .aac (Advanced Audio Coding) ເປັນ​ໄຟ​ລ໌ສຽງ ​ທີ່​ພັດທະນາ​ມາ​ຈາກ​ມາດຕະຖານຂອງໄຟລ໌ປະເພດ MPEG-2 ຈຶ່ງ​ເຮັດໃຫ້​ໄຟ​ລ໌ ມີ​ຂະໜາດ​ນ້ອຍ ແລະ​ ມີ​ຄຸນນະພາບ​ສູງ​ກວ່າ​ໄຟ​ລ໌ .mp3 ສຸ່ມ​ຄວາມ​ຖີ່​ໄດ້​ເຖິງ 96 kHz ຮອງ​ຮັບ​ອັດຕາ​ການ​ຫລິ້ນ​ໄຟ​ລ໌ສູງ​ເຖິງ 576 Kbps ສາມາດ​ແຍກ​ສຽງ​ໄດ້​ ທຽບ​ເທົ່າ Dolby Digital(​ລະບົບ 5.1). Advanced Audio Coding (.aac) ຍັງຈັດເປັນປະ​ເພດ: Lossy ທີ່ມີຄຸນນະພາບຕໍ່າທີ່ສຸດ ເຊິ່ງພັດທະນາ​ໂດຍ Apple ແຕ່ມີ​ຄຸນນະພາບ​ສຽງ​ທີ່​ດີກວ່າ .mp3 ໃນ​ອັດຕາ​ບິດ​ເຣດ(bit/rate)​ເທົ່າໆ ກັນ,ຂະໜາດ​ໄຟ​ລ໌ນ້ອຍ​ກວ່າ .mp3 ປະ​ມານ 30% ແລະ ຮອງ​ຮັບ​ອຸປະກອນ​ແລະ​ລະບົບ​ປະຕິບັດການທີ່​ຫຼາກ​ຫຼາຍ.

10. .m4a (MPEG-4 Audio) ເປັນ​ໄຟ​ລ໌ສຽງ​ ທີ່​ມີ​ຄວາມ​ສາມາດ​ໃນ​ການ​ບີດ​ອັດ​ສຽງໄດ້​ຫຼາຍ​ຂະໜາດ ຮອງ​ຮັບ​ການ​ເກັບ​
ຊື່​ເພງ, ​ຊື່ອາລະ​ບັ້ມ​ ແລະ ລາຍລະອຽດອື່ນໆ ເປັນ​ໄຟ​ລ໌​ທີ່​ຜະລິດ​ໂດຍ​ບໍລິສັດ Apple ກ່ອນນີ້ ​ຕ້ອງໄດ້​ເປີດ​ໃຊ້​ງານ​ກັບ​ໂປຣ​ແກຣມ iTune, ໄຟ​ລ໌ສຽງຊະ​ນິດ​ນີ້​ມີ​ຄຸນສົມບັດ​ເໝືອນ​ກັບ mpeg-4. ເຊິ່ງ MPEG-4 Audio (.m4a) ນັ້ນຈັດເປັນປະ​ເພດ: Lossless(ຄຸນນະພາບອ່າວດີໃກ້ຄຽງຕົ້ນສະບັບ) ທີ່ໄດ້ພັດທະນາ​ຕໍ່​ມາ​ຈາກ​ໄຟ​ລ໌ aac ໂດຍ​ບໍລິສັດ Apple ຜ່ານ​ຂະ​ບວນ​ການ​ບີບ​ອັດ​ ແລະ ມີ​ປະ​ສິດ​ທິ​ພາບສຽງ​ກວ່າ​ໄຟ​ລ໌ປະເພດ aac ເພາະໄດ້​ຂະໜາດ​ນ້ອຍ​ກວ່າ.

11. FLAC (Free Lossless Audio Codec)
ເປັນໄຟລ໌ສຽງທີ່​ໄດ້ຮັບ​ຄວາມ​ນິຍົມ​ມາກທີ່ສຸດຊະນິດໜຶ່ງ ເປັນ​ຕົວ​ເລືອກ​ທີ​ດີ​ຫາກຕ້ອງ​ການ​ຂໍ້​ມູນ​ສຽງ​ທີ່ມີຄຸນນະພາບ​ລະ​ດັບດີ, ມັນ​ມີ​ຄວາມ​ແຕກຕ່າງ​ຈາກ AIFF ແລະ WAV ​ເພາະ FLAC ເປັນ​ໄຟ​ລ໌​ແບບ​ຖູກບີບ​ອັດ ເຮັດໃຫ້​ໃຊ້​ພື້ນ​ທີ່​ໃນ​ການ​ເກັບ​ຂໍ້​ມູນ​ນ້ອຍກວ່າ ​ແຕ່​ຍັງ​ຄົງ​ຄຸນນະພາບ​​ເໝືອນ​ຕົ້ນ​ສະບັບ​ເອົາ​ໄວ້​ໄດ້ ແຖມ​ໄຟ​ລ໌ FLAC ຢັງ​ເປັນ​ມາດຕະຖານ​ແບບຟຣີ (Open-Source) ທີ່​ສາມາດ​ໃຊ້​ງານ​ໄດ້​ໂດຍ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ໃດໆ. Free Lossless Audio Codec (.flac) ຈັດເປັນປະ​ເພດ: Lossless ທີ່ມີຄຸນນະພາບອ່າວດີໃກ້ຄຽງຕົ້ນສະບັບ, ເປັນ​ໄຟ​ລ໌​ທີ່​ຜ່ານ​ຂະ​ບວນ​ການ​ບີບ​ອັດ​ຂໍ້​ມູນ​ແບບ Lossless (ບໍ່​ເສຍ​ຄຸນນະພາບ),ໄຟ​ລ໌ມີຂະໜນາດ​ນ້ອຍ ໂດຍ​ທີ່​ຂໍ້​ມູນ​ສຽງ​ບໍ່​ສູນ​ເສຍ​ໄປ ຄຸນນະພາບ​ສຽງ​ດີ ທັງຮອງ​ຮັບ​ອຸປະກອນ​ ແລະ ​ລະບົບ​ປະຕິບັດການ​ຫຼາກ​ຫຼາຍ.

12. MPEG-1 Audio Layer 3 (.mp3) ເຊິ່ງຈັດເຂົ້າໃນ ປະ​ເພດ: Lossy(ຄຸນນະພາບຕໍ່າທີ່ສຸດ), ພັດທະນາ​ມາ​ຈາກ​
ການ​ບີບ​ອັດ​ໄຟ​ລ໌ຂອງ .wav ແຕ່ມີໄຟ​ລ໌ມີ​ຂະໜາດ​ນ້ອຍ​ກວ່າ​ໄຟ​ລ໌ .wav ເຖິງ 10-12 ເທົ່າ ຈຶ່ງ​ສາມາດ​ອັດ​ໄຟ​ລ໌​ເພງ MP3 ນັບ​ຮ້ອຍໆ ພັນໆເພງ ລົງ​ໃນ​ຊີ​ດີ​ແຜ່ນ​ດຽວ​ໄດ້ ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ເທື່ອ​ໃຫຍ່​ຂອງ​ເທັກ​ໂນ​ໂລ​ຢີ​ການ​ຟັງ​ເພງ, ສ່ວນຄຸນນະພາບ​ສຽງ​ຫຼຸດລົງ​ຈາກ​ໄຟ​ລ໌ .wav ສັງເກດໄດ້ຢ່າງ​ຊັດເຈນ, ເປັນ​ໄຟ​ລ໌​ສຽງ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ສົມຄວນ​ໃນ​ປະຈຸບັນ ແລະ​ມີ​ການ​ພັດທະນາ​ຕໍ່​ເປັນ .mp4 ແລະ ຮອງ​ຮັບ​ອຸປະກອນ​ ແລະ ​ລະບົບ​ປະຕິບັດການ​ໄດ້​ຫຼາກ​ຫຼາຍ​ທີ່ສຸດ.

13. Monkey’s Audio (.ape) ຈດເປັນປະ​ເພດ: Lossless(ຄຸນນະພາບອ່າວດີໃກ້ຄຽງຕົ້ນສະບັບ), ພັດທະນາ​ໂດຍ​ທີມງານ(ຄ້າຍ) Monkey’s Audio, ມີຂະໜາດ​ໄຟ​ລ໌ ​ແລະ ​ຄຸນນະພາບ​ໃກ້​ຄຽງ flac ແລະ m4a ໄຟລ໌ຊະນິດນີ້ ບໍ່ນິຍົມໃຊ້ພໍເທົ່າໄດ ແລະ ໃນປັດກຈຸບັນນີ້ບໍ່ຮູ້ວ່າມີໂປຣແກຣມໃດແດ່ທີ່ຮອງຮັບ.

.... ຄັ້ງຕໍ່ໄປ ເຮົາຈະນຳສະເໜີກ່ຽວກັບ: 
ຮູບ​ແບບ ​ບິດ​-ເຣດ​ ຂອງສຽງ Bit-Rate / Sample Rate (Hz)....

(ຂອບໃຈຫຼາຍໆທີ່ອ່ານ)

Thursday, September 30, 2021

ໄມໂຄຣໂຟນຄອນເດນເຊີ Condenser ແລະ ໄມໂຄຣໂຟນໄດນາມິກ Dynamic ຕ່າງກັນບໍ່ ?

ໄມໂຄຣໂຟນຄອນເດນເຊີ Condenser ແລະ ໄມໂຄຣໂຟນໄດນາມິກ Dynamic ຕ່າງກັນບໍ່ ?
ເຮົາຈະຊື້ໄມແບບໃດມາໃຊ້ຈຶ່ງຄັກ ?
(ສັງລວມຈາກປະສົບການ ຢູ່ກັບໄມຄ໌ມາ 36 ປີ)
----------------------------------------------------------
ໄມ​ໂຄຣ​ໂຟນ​ເປັນ​ສື່​ນຳ​ສຽງ ​ດັ່ງ​ນັ້ນ ​ການ​ເລືອກ​ໃຊ້​ໄມ​ໂຄຣ​ໂຟນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຮູ້​ວ່າ​ໄມ​ໂຄຣ​ໂຟນ​ປະ​ເພດ​ໃດ​ເໝາະ​ກັບ​ການ​ໃຊ້​ງານ​ແບບ​ໃດ? ມື້ນີ້ຈະ​ແນະນຳ​ຮູ້​ຈັກ​ກັບ​ໄມ​ໂຄຣ​ໂຟນ​ 2 ​ປະ​ເພດ​ ຄື​: ໄມ​ຄ໌​ຄອນ​ເດນ​ເຊີ Condenser ​ແລະ ​ໄມ​ຄ໌ໄດ​ນາ​ມິກ Dynamic ​ທີ່​ພົບເຫັນການໃຊ້​ງານ​ໃນສະຖານີວິທະຍຸກະຈາຍສຽງ, ໂທລະພາບ, ແວດ​ວົງ​ດົນຕີ​ ແລະ ​ການໃຊ້ຜະລິດສື່ອອນໄລນ໌ຢ່າງ​ຫຼວງຫຼາຍ ແຕ່ພວກມັນມີຈຸດພິເສດຕ່າງກັນ ແລະ ຄືກັນ; ຄວາມແຕກຕ່າງນີ້ ເຮົາຄວນຮູ້ຈັກໄວ້ ເພື່ອຈະໄດ້ມີສະຕິລະວັງໃນເວລາໃຊ້ ເພື່ອໃຫ້ໄດ້ຄຸນນະພາບສຽງທີ່ດີ...

# ໄມ​ໂຄຣ​ໂຟນ​ຄອນ​ເດນ​ເຊີ Condenser.
ຍ້ອນວ່າວັດ​ຖຸ ​ທີ່ປະກອບເຂົ້າ​ໃນ​ໄມ​ໂຄຣ​ໂຟນ​ປະ​ເພດ​ນີ້​​ຄື “ຄອນ​ເດນ​ເຊີ” ຕາມ​ຊື່​ເອີ້ນ ຫຼາຍ​ຄົນ​ອາດຈະ​ງົ​ງວ່າ​ຄອນ​ເດນ​ເຊີ​ຄື​ຫຍັງ? ຄອນ​ເດນ​ເຊີ ຄື ແຜ່ນ​ເພລດ 2 ແຜ່ນ ເຊິ່ງອອກ​ແບບ​ໂດຍ​ໃຊ້​ຫຼັກ​ການ​ປ່ຽນ​ແປງ​ຄ່າ​ຄວາມ​ຈຸ ຕາມ​ສຽງ​ທີ່​ມາ​ກະທົບໃສ່​ແຜ່ນ​ຂະນວນ​ທີ່​ຢູ່​ລະຫວ່າງ​ແຜ່ນ​ເພລດ​ສອງ​ແຜ່ນ ເພື່ອ​ໃຫ້ເປັນ​ຕົວ​ນຳ​ສຽງ; ການ​ໃຊ້​ແຜ່ນ​ເພລດ​ນັ້ນ​ ສາມາດ​ຮັບ​ສັນຍາ​ນະ​ຄື້ນ​ຄວາມ​ຖີ່​ສູງ​ໄດ້​ດີ ໄມ​ໂຄຣ​ໂຟນ​ຊະນິດ​ນີ້​ຈຶ່ງ​ມີ​ຄວາມ​ໄວ​ຫລາຍ ຕອບສະໜອງ​ຕໍ່​ສຽງ​ໄດ້​ໄວ ຈຶ່ງ​ມັກ​ໃຊ້​ເປັນ​ໄມ​ຄ໌​ໃນ​ຫ້ອງ​ອັດ​ສຽງ ແຕ່​ມີ​ຂໍ້​ເສຍ​ຄື ​ລາ​ຄາ​ອ່າວ​ແພງ ແລະ ​ມີ​ສຽງ​ລົບກວນ​ເຂົ້າ​ໄດ້​ງ່າຍ ຈຳ​ເປັນ​ຕ້ອງ​ມີ​ວັດ​ສະດຸຕອງສຽງ​(Pop Filter)ຊ່ວຍ​.

ໂດຍລວມກໍຄື ໄມ​ຄ໌​ຄອນ​ເດນ​ເຊີ ຈະ​ປະກອບ​ໄປ​ດ້ວຍ ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມ (Diaphragm-ແຜ່ນຢ້ອນ ຫຼື ກະບັງລົມ) ປະ​ກົບ​ກັບ​ແຜ່ນ​ເພລທ ເຮັດ​ຫນ້າທີ່​ເປັນ​ເໝືອນ​ຕົວ​ເກັບ​ປະ​ຈຸຕໍ່ອະນຸມູນ​​ເຂົ້າ​ກັບ​ຕົວ​ແບດ​ເຕີ​ຣີ ແລະ​ ​ຕົວ​ຕ້ານ​ທານ​ໂນ້ມເຂົ້າສູ່​ວົງ​ຈອນໄຟຟ້າ ​ເມື່ອ​ສັນຍາ​ນສຽງ​​ກະທົບ​ໃສ່​ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມ ກໍຈະເຮັດໃຫ້​ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມນັ້ນ ​ສັ່ນ​ສະ​ເທືອນ​ ເຮັດໃຫ້ຄ່າ​ຄວາມ​ຈຸ​ຂອງ​ຕົວ​ເກັບ​ມີການປ່ຽນ​ແປງ ເກີດ​ເປັນ​ສັນ​ຍານ​ໄຟ​ຟ້າ ແລ້ວ​ສົ່ງ​ຜ່ານ​ໄປ​ຢັງ​ເຄື່ອງ​ຂະຫຍາຍ​ສຽງ ​ເຮັດໃຫ້​ເກີດ​ມີສຽງ​ຂຶ້ນ. ໄມ​ໂຄຣ​ໂຟນ​ຊະນິດ​ນີ້​ຈະ​ຕອບສະໜອງ​ຄວາມ​ຖີ່​ສູງ​ໄດ້​ດີ, ການ​ໃຊ້​ໄມ​ຄ໌ຄອນ​ເດນ​ເຊີ ​ຈະ​ຕ້ອງ​ມີ​ແຫຼ່ງ​ຈ່າຍ​ໄຟ​ລ້ຽງ ຫລື ​ມີ​ແບັດ​ເຕີ​ຣີ ຈຶ່ງຈະ​ໃຊ້​ໄດ້.

ໄມ​ຄ໌Condenser ມີ​ຄວາມ​ໄວ​ຕໍ່​ສຽງ​ສູງ​ເກັບ​ສຽງ​ໄດ້​ດີເຖິງ​ແມ່ນ​ຈະ​ເກີດ​ສຽງ​ພຽງ​ເລັກນ້ອຍ... ເນື່ອງ​ຈາກ​ກົນ​ໄກ​ການ​ຮັບ​ສຽງ​ຂອງ​ໄມ​ໂຄຣ​ໂຟນ​ເປັນ​ແຜ່ນ​ໂລ​ຫະ​ບາງ​ ຈຶ່ງ​ໄວ​ຕໍ່​ການ​ກະທົບ ເຊິ່ງ​ແຜ່ນ​ໂລ​ຫະນີ້​ຈະ​ຕ້ອງ​ມີກ​ະ​ແສ​ໄຟ​ຟ້າ​ລ້ຽງ​ໄວ້​ສະເໝີ ແລະ​ ເມື່ອໃດກໍ​ຕາມ​ທີ່​ມີ​ແຮງ​ມາ​ກະທົບ ອາດຈະ​ເປັນ​ສຽງ​ທີ່​ເກີດ​ຈາກ​ການ​ເວົ້າ, ການ​ເຄາະ, ການ​ຫາຍ​ໃຈ ຫລື ​ແມ່ນແຕ່​ກາ​ນເຄື່ອນໄຫວຄ່ອຍໆ ເມື່ອເກີດມີ​ການ​ສັ່ນ​ສະ​ເທືອນ​ຂຶ້ນ​ ​ແຜ່ນ​ໂລ​ຫະ​ບາງໆນັ້ນຈະ​ສ້າງ​ຄື້ນ​ສັນ​ຍານ​ສຽງ​ທັນ​ທີ. ດັ່ງ​ນັ້ນ ໄມປະເພດນີ້ ​ຈຶ່ງ​ເໝາະ​ສຳລັບ​ການ​ບັນ​ທຶກ​ສຽງ​ທີ່ມີ​ເຄື່ອງ​ດົນຕີ, ສຽງ​ເວົ້າ ແລະ ມີ​ໃຊ້​​ຢ່າງ​ຫລວງ​ຫລາຍ​ໃນ​ປະຈຸບັນ​ ​ໃຊ້​ເພື່ອ​ບັນ​ທຶກ​ສຽງ​ແບບ ASMR (Autonomous Sensory Meridian Response)ທີ່ປະກອບມີສຽງ​ການເຄື່ອນໄຫວ, ສຽງ​ການ​ຫຍ້ຳ, ການ​ກືນ ຕະລອດຮອດ​ສຽງ​ຫາຍ​ໃຈ​ເບົາໆ ແລະ ອື່ນໆ  ເພາະໄມ​ຄ໌ປະເພດນີ້​ກໍ​ສາມາດ​ຮັບ​ສຽງ​ໄດ້​ຢ່າງ​ຊັດເຈນ.

ໄມ​ຄ໌ Condenser ເໝາະ​ສຳລັບ​ການ​ເກັບ​ສຽງຮອບ​ດ້ານ ແລະ Sound Effectໄມ​ຄ໌ Condenser ເປັນ​ໄມ​ຄ໌​ທີ່​ເກັບ​ສຽງ​ໄດ້​ລະອຽດ ​ທັງ​ສຽງ​ຕ່ຳ​ໄປ​ຈົນ​ເຖິງ​ສຽງ​ສູງ ຈຶ່ງ​ສາມາດ​ເກັບ​ສຽງ​ໄດ້​ຢ່າງ​ຄົບ​ຖ້ວນ ເຖິງ​ວ່າຈະ​ເປັນ​ສຽງ​ທີ່​ຫູ​ຂອງມະນຸດ​ເກືອບ​ຈະ​ບໍ່​ໄດ້ຍິນກໍຕາມ. ໄມ​ຄ໌ Condenser ສາມາດ ​ໃຊ້​ເປັນ​ໄມ​ຄ໌​ສຳລັບການເວົ້າ, ການຮ້ອງ, ໃຊ້ກັບເຄື່ອງ​ດົນຕີ.​ ຫາກວ່າ ເຮົາ​ບໍ່​ຕ້ອງ​ການ​ສຽງ​ລົບກວນ​ຫລາຍ ນັ້ນ ເໝາະສົມທີ່ສຸດການ​ໃຊ້​ງານ​ໃນ​ສ​ະຕູ​ດິ​ໂອ, ການສໍາພາດໃນຫ້ອງອອກອາກາດ (Podcasting ຫຼື Broadcasting), ການ​ບັນ​ທຶກ​ສຽງ​ຮ້ອງ Cover ເພງ, ການຫລິ້ນ​ດົນຕີ ເຊັ່ນ: ກີ​ຕາ​ຣ໌, ເປຍ​ໂນ ເປັນຕົ້ນ. ເນື່ອງ​ຈາກ​ການ​ຮັບ​ສຽງ​ໄດ້​ດີ​ຫລາຍ ການໃຊ້ໄມຄ໌ປະເພດນີ້ ​ໃນ​ສະ​ຕູ​ດິ​ໂອ​ ເພາະເຮົາສາມາດ​ຄວບ​ຄຸມ​ປັດ​ຈັຍ​ຕ່າງໆເລື່ອງ​ຄຸນນະພາບຂອງສຽງ​ໄດ້​ດີກວ່າ ແຕ່​ຖ້າ​ນຳໄປໃຊ້​ວຽກ​ນອກ​ສະ​ຕູ​ດິ​ໂອ​ ກໍຈະ​ໄດ້​ສຽງ​ບັນ​ຍາ​ກາ​ດ ຮອບ​ດ້ານ​ໄດ້ດີກ່ວາ ໄມ​ຄ໌ Dynamic.

ໄມ​ຄ໌ Condenser ມັກ​ຈະ​ເກີດ​ການ​ກະ​ແທກ​ສຽງຫຼາຍ ​ຈຶ່ງ​ຕ້ອງ​ມີ​ອຸປະກອນ​​ຊ່ວຍໄມ​ຄ໌ Condenser ຈະ​ມີ​ຄວາມ​ໄວ​ຕໍ່​ສຽງ​ສູງ​ຫລາຍຄືດັ່ງກ່າວມາ ສຽງ​ທີ່ໄດ້ຈະ​ດັງຫລາຍກວ່າສຽງ​ປົກກະຕິ​ທີ່ຫູເຮົາໄດ້ຍິນ ຈຶ່ງ​ມັກເກີດ​ມີສຽງ “ປອ໊ບ ຫຼື ເປິ ຫຼື ເພິ”ດັງຂຶ້ນຈາກການເວົ້າ ໂດຍສະເພາະ​ສຽງຕົວອັກສອນ: ພ, ປ, ຕ, ທ ແລະ ອື່ນໆ ເຊິ່ງເກີດຈາກ​ລົມປາກ ​ທີ່ມີການ​ກະ​ແທກ​ອ່າວ​ສູງ ດັ່ງ​ນັ້ນ ​ຈຶ່ງ​ຕ້ອງ​ມີ​ອຸປະ ກອນ​​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ສຽງ​ກະ​ແທກນັ້ນ ເຊິ່ງເອີ້ນວ່າ: “Pop Filter” ເພື່ອ​ຊ່ວຍ​ໃຫ້​ສຽງ​ທີ່​ໄດ້ຍິນ​ບໍ່​ຖືກ​ລົບກວນ​ຈາກ​ສຽງ​ລົມ​ກະ​ແທກ​ເວລາ​ເວົ້າ​ ຫຼື ເວລາຮ້ອງເພງນັ້ນ​ເອງ

# ໄມ​ໂຄຣ​ໂຟນ​ແບບ​ໄດ​ນາ​ມິກ Dynamic
ວັດ​ຖຸນຳ​ສຽງ​ຂອງ​ໄມ​ໂຄຣ​ໂຟນ​ປະເພດ​ນີ້​ຄື​ການໃຊ້ແຜ່ນໄດ​ອະແຟຣມDiaphragm-ແຜ່ນຢ້ອນ ຫຼື ກະບັງລົມ ທີ່ປະກອບ​ດ້ວຍ​ຂົດ​ລວດ​ພັນ​ກັບ​ແຟ​ຣມ​ພລາສ​ຕິກ​ຊົງ​ກະ​ບອກ​ທີ່​ຍຶດ​ຕິດ​ກັບ​ແຜ່ນ​ໄດ​ອະ​ແຟ​ຣມ​ບາງ​ໆ ແລ້ວ​ສວມ​ລົງ​ໃນ​ຊ່ອງ​​ລະຫວ່າງ​ແມ່​ເຫຼັກ​ ເມື່ອ​ມີ​ຄື້ນ​ສຽງ​ມາ​ກະທົບ​ແຜ່ນ​ໄດ​ອະ​ແຟຣມ​ ​ທີ່​ເປັນ​ພລາສ​ຕິກ ​ຫລື ​ແຜ່ນ​ອະ​ລູ​ມິ​ນຽມ​ບາງໆ ເຊິ່ງ​ຈະ​ມີ​ການ​ອັດ​ ແລະ​ ມາຍ​ຕົວ ​ຕາມ​ຄື້ນ​ສຽງ ເຮັດໃຫ້​ຂົດ​ລວດ​ເຄື່ອນ​ທີ່​ເຂົ້າ​ອອກ​ຕາມ​ໄປ​ດ້ວຍ, ເປັນ​ໄມ​ຄ໌ທີ່​ມີກ​ະ​ແສ​ໄຟ​ຟ້າ​ໃນ​ຕົວ; ດັ່ງນັ້ນ ໃນ​ບາງ​ຫລຸ້ນ​ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ສາຍ​ໄຟ ພຽງແຕ່​ໃຊ້​ຖ່ານ​ກໍ​ພໍ. ໄມຄ໌ປະເພດນີ້ ມີ​ຂໍ້​ດີ​ຄື: ​ລາ​ຄາ​ຖືກ​ ຕາມ​ວັດ​ຖຸທີ່​ໃຊ້ປະກອບ ແລະ ​ບໍ່​ຄ່ອຍ​ມີ​ສຽງ​ລົບກວນ ແຕ່ກໍມີ​ຂໍ້​ເສຍຢູ່ບ່ອນວ່າ: ​ຄວາມ​ໄວ​ສຽງ​ຕ່ຳ ຈຶ່ງ​ເໝາະ​ເປັນ​ໄມ​ຄ໌​ທີ່​ໃຊ້ສຳລັບການ​ຮ້ອງ​ເພງ ຫຼື ໃຊ້ຢູ່ເທິງເວທີ​ຫລາຍກວ່າຢູ່ໃນຫ້ອງສະຕູດິໂອ.
 ໄມ​ຄ໌ໄດ​ນາ​ມິກ ມີ​ຫຼັກ​ການ​ເຮັດ​ວຽກງານ​ຄື​ການ​ຮັບ​ສັນຍາ​ນ​ຄື້ນ​ສຽງ ທີ່ກະທົບ​ກັບ​ແຜ່ນ​ຮັບ​ສຽງ​ Diaphragm ເມື່ອ​ແຜ່ນ​ຮັບ​ສຽງ​ເກີດ​ການ​ສັ່ນ​ສະ​ເທືອນ ຈະ​ເຮັດໃຫ້​ຂົດ​ລວດ​ທີ່​ພັນ​​ຢູ່​ອ້ອມ​ແຜ່ນ​ຮັບ​ສຽງ​(ສະໜາມ​ແມ່​ເຫຼັກ) ເຄື່ອນໄຫວ ເກີດ​ເປັນ​ແຮງ​ດັນ​ໄຟ​ຟ້າ​ທີ່ຂົດລວດ ແລ້ວສົ່ງ​ຜ່ານ​ໄປ​ຍັງ​ເຄື່ອງ​ຂະຫຍາຍ​ສຽງ​ເຮັດໃຫ້​ເກີດ​ສຽງ. ໄມ​ໂຄຣ​ໂຟນ​ປະເພດນີ້ ​ເປັນ​ທີ່​ນິຍົມ​ໃຊ້​ຫລາຍ​ເພາະ​ວ່າມັນສາມາດ​ຮັບ​ສຽງ​ໃນ​ຍ່ານຄວາມ​ຖີ່​ກວ້າງ ທັງ​ຄວາມ​ຖີ່​ສູງ ​ແລະ ​ຄວາມ​ຖີ່​ຕ່ຳ​ໄດ້​ດີ. ​ກົນ​ໄກ​ການປະກອບແບບ ໄດນາມິກ ນີ້ ມັນສາມາດ​ຮັບ​ແຮງ​ກະ​ແທກ​ຂອງ​ສຽງ​ໄດ້​ຫລາຍກວ່າໄມຄ໌ແບບ ຄອນເດັນເຊີ ຈຶ່ງເໝາພໃນການ​ຮັບ​ສຽງ​ຂອງ​ເຄື່ອງ​ດົນຕີ​ທີ່​ມີ​ແຮງ​ກະ​ແທກ(ກະທົບ)​ແຮງ ເຊັ່ນ​: ກອງ, ສາບ, ແຊ່ງ, ກີ​ຕາ​ຣ໌ເບດ ແລະ​ ສາມາດເຮັດວຽກ​ຮ່ວມ​ກັບ​ເຄື່ອງ​ຂະຫຍາຍ​ສຽງ ເພື່ອ​ໃຫ້​ໄດ້​ຄຸນນະພາບ​ສຽງ​ທີ່​ສົມບູນ​ຫລາຍ​ຂຶ້ນ.
ລວມຄວາມແລ້ວ ກົນ​ໄກ​ການ​ເຮັດ​ວຽກຂອງ ໄມ​ຄ໌ Dynamic ຈະ​ຮັບ​ຄື້ນ​ສຽງ ​ແລະ ​ປ່ຽນ​ເປັນ​ສັນ​ຍານ​ໄຟ​ຟ້າ​ດ້ວຍ​ການ​ກະ​ແທກ​ຂອງ​ຄື້ນ​ສຽງ​ໃສ່​ຂົດ​ລວດ​ຜ່ານ​ສ​ະໜາມ​ແມ່​ເຫຼັກ; ສ່ວນ ​ໄມ​ຄ໌ Condenser ຈະ​ມີ​ໄດ​ອະ​ແຟ​ຣມ​ ເຊິ່ງເປັນ​ແຜ່ນ​ໂລ​ຫະ​ບາງ​ທີ່​ໄວ​ຕໍ່​ການ​ກະທົບ ແລະ ຈະ​ປ່ຽນ​ເປັນ​ສັນຍານ​ໄຟ​ຟ້າ​ທັນ​ທີ ເຖິງວ່າ​ຈະ​ມີ​ການ​ກະທົບ​ພຽງເລັກນ້ອຍ​ກໍ​ຕາມ. ຄວາມ​ໄວ​ຕໍ່​ສຽງ ຫຼື ການ​ຮັບ​ສັນ​ຍານ​ສຽງຂອງໄມຄ໌ 2 ປະເພດ ນີ້ຈະຕອບສະຫນອງ​ຕໍ່​ສຽງ​ຕ່າງ​ກັນຄື ໄມ​ຄ໌ Condenser ຈະ​ຕອບສະຫນອງ​ຕໍ່​ສຽງ​ໃນ​ຍ່ານ​ສຽງ​ທີ່​ກວ້າງ, ຮັບ​ສັນຍານ​ສຽງ​ໄດ້​ຢ່າງ​ວ່ອງໄວ​ ແລ​ະ ແມ່ນ​ຢຳ​ຫລາຍກວ່າ​ໄມ​ຄ໌ Dynamic.
ໄມ​ຄ໌ Dynamic ເໝາະ​ສຳລັບ​ການ​ເຮັດ​ວຽກງານ​ກາງ​ແຈ້ງ ເພາະຫ​ລຸດ​ສຽງ​ລົບກວນ​ໄດ້​ດີ.ເນື່ອງ​ຈາກ​ການຈັດງານກາງແຈ້ງ ຫຼື ບົນເວທີທີ່ກ້ວາງຂວາງ ຍ່ອມມີສຽງມາຈາກທຸກສາລະທິດ ​ເຊິ່ງ​ໄດ້ຮັບ​ແຮງ​ກະທົບ​ອ່າວ​ສູງໃນເວລາ​ດຳເນີນງານ, ​ຜູ້ເວົ້າຈຶ່ງ​ຈຳເປັນຕ້ອງ​ໃຫ້​ໄມ​ຄ໌ໃຫ້​ຢູ່​ໃກ້​ກັບ​ປາກ ​ຫລື ​ຈໍ່​ເຂົ້າ​ທີ່​ເຄື່ອງ​ດົນຕີ ອັນເປັນແຫຼ່ງ​ກຳ​ເນີດຂອງ​ສຽງ ເພື່ອ​ໃຫ້​ຮັບ​ສຽງ​ໄດ້​ຢ່າງ​ເຕັມ​ທີ່ ເພື່ອຫລຸດ​ສຽງ​ລົບກວນ​ລົງ​ ​ຍ້ອນ​ໄມ​ຄ໌ປະເພດ​ນີ້​ມີ​ຄວາມ​ໄວ​ຕໍ່​ການ​ຮັບ​ສຽງ​ອ່າວ​ຕ່ຳ​ ດັ່ງ​ນັ້ນ ​ຈຶ່ງ​ເໝາະ​ໃຊ້ກັບ​ງານ​​ນອກ​ສະ​ຕູ​ດິ​ໂອ ເຊັ່ນ: ພິທີການ​ກາງ​ແຈ້ງ ຫຼື ງານ​ຄອນ​ເ​ສີດ ເປັນຕົ້ນ.

​ໄມ​ຄ໌ປະເພດ​ໃດ​ເໝາະ​ໃຊ້​ກັບ​ໃນ​ຫ້ອງ​ອັດ​ສຽງ
ດັ່ງ​ທີ່​ກ່າວມາແລ້ວວ່າ: ​ໄມ​ຄ໌ຄອນເດນເຊີ ມີ​ຄວາມ​ໄວ​ຕໍ່​ສຽງ​ ຈຶ່ງ​ມັກ​ໃຊ້​ເປັນ​ໄມ​ຄ໌​ຈໍ່ກັບ​ເຄື່ອງ​ດົນຕີບາງປະເພດເຊັ່ນ: ​ກີ​ຕ້າ​​​ໂປ່ງ ຫລື ​ໃນ​ບາງກໍລະນີ​ກໍ​ໃຊ້​ເປັນ​ໄມ​ຄ໌ຮ້ອງ​ເພງ​ໄດ້ຫາກ​ມີ​ເຄື່ອງ​ຕອງ​ສຽງ​ຊ່ວຍ; ແຕ່​ຖ້າ​ຕ້ອງ​ການ​ສຽງ​ທີ່​ມີ​ຄວາມເສາະ​ໃສ ໃຊ້ກັບ​ເຄື່ອງ​ດົນຕີ​ປະ​ເພດ​ສາບ​ທອງ​ເຫຼືອງ​ຂອງກອງຊຸມ ປົກກະຕິ​ແລ້ວ​ຈະ​ໃຊ້​ໄມ​ຄ໌​ໄດ​ນາ​ມິກ​ດີກວ່າ ເພາະ​ສຽງ​ປະ​ເພດ​ນີ້​ມີ​ຄວາມ​ແຮງຈົນ​ແສບ​ຫູ. ດັ່ງນັ້ນ ຫ້ອງ​ອັດ​ທີ່​ດີ​ຈຶ່ງ​ຄວນ​ມີ​ໄມ​ຄ໌​ທັງ​ 2 ​ປະ​ເພດ​ນີ້ໄວ້​ໃຊ້​ງານ ຂຶ້ນ​ຢູ່​ກັບ​ວ່າ​ຈະ​ໃຊ້​ໄມ​ຄ໌ ​ແບບໃດ​ກັບ​ອຸປະກອນ​ຊິ້ນ​ໃດ ແຕ່​ໂດຍ​ລວມ​ແລ້ວ ຫາກວ່າຫ້ອງ​ອັດ​ສຽງ​ເປັນ​ “ພື້ນ​ທີ່​ປິດ” ​ທີ່​​ງຽບ ໄມ​ໂຄຣ​ໂຟນ​ແບບ​ຄອນ​ເດນ​ເຊີ​ຈະເໝາະ​ສົມ​ກວ່າ.
ໄມ​ຄ໌ປະເພດໃດ​ດີກວ່າກັນ ?

ກໍລະນີນີ້ ​ຂຶ້ນ​ຢູ່​ກັບ​ຄວາມ​ເໝາະ​ສົມ​ໃນ​ການ​ໃຊ້​ງານ ຖ້າ​ໃຊ້​ງານ​ໃນ​ພື້ນ​ທີ່​ເປີດ​ທີ່​ມີ​ສຽງ​ລົບກວນ​ຫຼາຍ ການ​ໃຊ້​ໄມ​ໂຄຣ​ໂຟນ​ “ຄອນ​ເດັນ​ເຊີ” ​ອາດຈະ​ສົ່ງ​ຜົນ​ເສຍ​ຫລາຍກວ່າ​ເພາະ​ຈະ​ໄດ້​ສັນຍານ​ສຽງ​ທີ່​ບໍ່​ຕ້ອງການມາ​ນຳ ເຊັ່ນ​ການ​ເວົ້າ​ໃນ​ກອງປະ​ຊຸມໃນຫ້ອງກ້ວາງໆ; ງານພິທີການ​ປະ​ເພດ​ອື່ນ​ທີ່​ບໍ່​ແມ່ນ​ການ​ບັນ​ທຶກ​ສຽງ​ຈະ​ເໝາະ​ກັບ​ໄມຄ໌​ແບບ​ “ໄດ​ນາ​ມິກ” ​ຫລາຍກວ່າ ເຊັ່ນ​ການ​ຮ້ອງ​ເພງ​ຄາ​ຣາ​ໂອ​ເກະ ເປັນຕົ້ນ. ການ​ເລືອກ​ໃຊ້​ໄມ​ຄ໌ຜິດ​ປະ​ເພດ ​ເຊັ່ນ​ຊື້​ໄມ​ “ຄອນ​ເດນ​ເຊີ” ​ລາ​ຄາ​ແພງ​ໆ​ເພື່ອ​ມາ​ໃຊ້ໃນຫ້ອງປະ​ຊຸມ​ຈຶ່ງ​ບໍ່​ແມ່ນ​ຄຳ​ຕອບທີ່ດີ ເຊິ່ງ​ບາງເທື່ອ​ໄມ​ຄ໌​ທີ່​ລາ​ຄາ​ຖືກ​ກວ່າ ອາດຈະ​ເໝາະ​ສົມ​ກັບ​ສະຖານນະການ​ນັ້ນ​ໆ​ຫລາຍກວ່າ.... ໃນຄັ້ງຕໍ່ໄປ ຂ້າພະເຈົ້າຈະມາກ່າວເຖິງ ປະເພດໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ​ໆ​ທີ່​ໃຊ້​ ໄດ້ແກ່ Wave, CDA, MP3, WMA, RA ແລະ ອື່ນໆ ຊຶ່ງ​ທັງ​ໝົດ​ນີ້ເອີ້ນກັນ​ວ່າ “​ໄຟ​ລ໌ຮູບ​ແບບ​ຄື້ນ​ສຽງ waveform
ຂອບໃຈທີ່ອ່ານ
.....ຂອບໃຈທີ່ຕິດຕາມອ່ານ....

Thursday, August 26, 2021

ປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນໃນ Word ​ດ້ວຍ Google Docs

ປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນ ​ດ້ວຍ Google Docs

ແປງ​ພາບ​ເປັນ​ຕົວ​ອັກສອນ​ດ້ວຍ Google Docs – ຢາກ​ຄັດ​ລອກ​ຂໍ້ຄວາມ​ໃນ​ຮູບ​ພາບ ແຕ່​ບໍ່​ສາມາດ copy ອອກ​ມາ​ເປັນ​ຕົວ​ອັກສອນໄດ້ ແຕ່ປັດຈຸບັນນີ້ Google Docs ສາມາດອ່ານຕົວອັກສອນທີ່ມີໃນຮູບພາບ ປະເພດໄຟລ໌ທີ່ມີນາມສະກຸນ .jpg ຫລື .png ໄດ້ ໂດຍບໍ່ຕ້ອງ​ມາ​ເລີ່ມ​ພິມ​ຂໍ້ຄວາມ​ໃໝ່​ຕາມ​ຄຳບັນຍາຍໃນພາບ​ ຫລື​ ລອງ​ໃຊ້​ໂປຣ​ແກຣມ​ແປລງ​ໄຟ​ລ໌​ຈາກ​ໄຟ​ລ໌​ພາບ​ມາ​ເປັນ​ໄຟ​ລ໌ Word ເຊິ່ງ​ແປງ​ແລ້ວ​ຍັງ​ໄດ້​ຕົວ​ອັກສອນ​ພ້ຽນ​ບໍ່​ສົມບູນ ຕອນ​ນີ້​ມີ​ຂ່າວ​ດີ​ ທີ່​ສາມາດ​ໃຊ້​ໄດ້​ຈິງ​ແລ້ວ​ນັ້ນ​ຄື​ການ ແປງ​ຕົວອັກສອນໃນຮູບພາບ ໃຫ້​ກາຍ​ເປັນ​ຕົວ​ອັກສອນ ຜ່ານ​ທາງ Google Docs ໃນ​ເວັບ​ໄຊ​ຕ໌ Google Drive ແລະ ​ບໍ່​ແມ່ນ​ແຕ່ຮອງ​ຮັບ​ແປງ​ເປັນ​ຕັວ​ອັກສອນ​ພາສາ​ອັງ​ກິດ, ຝຣັ່ງ...​ເທົ່າ​ນັ້ນ ຍັງ​ຮອງ​ຮັບ​ການ​ແປງ​ເປັນ​ຕົວ​ອັກສອນ​ຂອງພາສາ​ລາວ​ໄດ້​ຖືກ​ຕ້ອງ ເກືອບເກີນ 70% ຄືກັນ.
ຂັ້ນ​ຕອນ​ການ ແປງ ກ່ອນອື່ນເຮົາຕ້ອງລົງ​ຮູບພາບ​ທີ່ມີຕັວ​ອັກສອນ​ ນັ້ນ ໄປທີ່ Google Drive (ແນະ​ນຳ​ໃຫ້ກະກຽມ​ເອກະສານ​ທີ່​ຕ້ອງ​ການ​ມາສະ​ແກນ ຫລື​ ຈັບ​ພາບ​ໜ້າ​ຈໍ​ໃຫ້​ແຈ້ງ​ທີ່ສຸດ ແລະ save ເປັນ​ໄຟ​ລ໌​ພາບ .jpg ຫລື .png)ຈາກ​ນັ້ນ ໃຫ້​ນຳ​ພາບ​ທີ່ສະ​ແກນ​ ຫລື ​ໄຟ​ລ໌ພາບ​ທີ່​ຈັບ​ພາບ​ໜ້າ​ຈໍ​ຄອມ ມາ​ອັບ​ໂຫຼດ​ຂຶ້ນ Google Drive ຂອງ​ເຮົາ​ ເພື່ອຈະໄດ້ແປງ​ຕົວອັກສອນໃນຮູບ​ເປັນ​ຂໍ້ຄວາມ ຊຶ່ງ​ເຮັດ​ໄດ້​ທັງ​ຜ່ານ​ທາງ​ເວັບ​ໄຊ​ຕ໌ http://drive.google.com ຫລື​ ຜ່ານ​ທາງ​ແອບ Drive (Google Drive) ດ້ວຍໂທລະສັບ ທັງລະບົບ iOS ແລະ Android ຫຼື ດ້ວຍຄອມພິວເຕີຣ໌...








ແປລງ​ພາບ​ເປັນ​ຕັວ​ອັກສອນ​ດ້ວຍ Google Docs
(ຂອບໃຈທີ່ອ່ານ)

Friday, July 2, 2021

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ
ໄລຍະລະດູຝົນ ຫຼາຍປີຜ່ານມາແລ້ວ ​ຢູ່ໃນ​ໂລກ​ອອນ​ໄລ​ນ໌ ຈະພົບເຫັນ​ຢ່າງ​ຫລາຍ ສຳລັບເລື່ອງລາວທີ່ກ່ຽວພັນກັບຄຳວ່າ: “ຫວ້ານ​ຈັກ​ຈັ່ນ” ທີ່​ມີ​ລັກສະນະ​ເໝືອນ​ຊາກ​ຈັກ​ຈັ່ນ​ທີ່​ຕາຍ​ແລ້ວ ແລະ ​ມີ​ເໝືອນ​ຕົ້ນ​ໄມ້​ຕົ້ນ​ນ້ອຍ​ໆ ໂພ່​ອອກ​ມາ​ຈາກ​ຫົວ​ຂອງ​ຈັກ​ຈັ່ນ ພົ້ນພື້ນດິນຂຶ້ນມາ ເຊິ່ງຫຼາຍຄົນເຊື່ອ​ວ່າ “​ຫວ້ານ​ຈັກ​ຈັ່ນ” ​ເປັນ “ພືດ​ມຸງ​ຄຸນ” ທີ່ຊາວ​ບ້ານບາງຄົນ​ມັກ​ເກັບ​ໄວ້​ບູຊາ​ເພື່ອ​ຄວາມ​ຈະເລີນ​ກ້າວ​ໜ້າ​ທາງ​ຫນ້າທີ່​ການ​ງານ ແລະ​ ລ້ຳລວຍ​ມີ​ເງີນ​ ມີ​ຄຳໃຊ້ ບໍ່ຂາດແຄນ ນອກນີ້ແລ້ວ ບາງຄົນກໍແນະນຳກັນວ່າ: ຫວ້ານ​ຈັກ​ຈັ່ນ​ ເມື່ອເອົາໄປ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ເປັນປະຈຳ​ຈະ​ຊ່ວຍ​ບັນ​ເທົາ​ໂລກ​ໄພ​ໄຂ້​ເຈັບ​ໄດ້​ສາລະພັດ...
ແຕ່​​ທີ່​ຈິງ​ແລ້ວ “ຫວ້ານຈັກຈັ່ນ” ທີ່​ຊາວ​ບ້ານ​ນຳ​ມາ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ນັ້ນ ຂໍບອກວ່າ ມັນເປັນພຽງ​ຊາກ​ຂອງ​ຈັກ​ຈັ່ນ​ທີ່​ຕິດ​ເຊື້ອ​ຣາ​ຊະນິດໜຶ່ງ(ເຊື້ອຣາແມງໄມ້) ທີ່​ມີ​ຢູ່ໃນ​ທຳມະຊາດ ບໍ່​ແມ່ນ​ຫວ້ານ​ ຫລື ​ພືດ ເຊິ່ງມັນ​ມີ​ຕົ້ນຊີ້ຂຶ້ນມາ ແຕ່ມັນແມ່ນເຊື້ອຣາ​ຄ້າຍຄື​ເຫັດ​ ເຊິ່ງມີ​ຫົວເປັນຊາກຈັກຈັ່ນຢູ່​ໃຕ້​ດິນ,​ ຫວ້ານ​ຈັກ​ຈັ່ນ​ຈະ​ພົບ​ຫລາຍ​ໃນ​ໄລຍະ​ລະດູ​ຝົນ ເນື່ອງ​ຈາກ​ເປັນ​ໄລຍະ​ທີ່​ພື້ນດິນມີ​ຄວາມ​ຊຸ່ມສູງ ຈຶ່ງເຮັດໃຫ້ເຊື້ອຣາຊະນິດນີ້ຂະຫຍາຍຕົວ ສ້າງສະປໍເພື່ອສືບພັນ.

ເມື່ອ​ຈັກ​ຈັ່ນ​ຕົວ​ອ່ອນ​ທີ່​ກຳ​ລັງ​ຈະໂຜ່ຂຶ້ນ​ຈາກ​ດິນເພື່ອ​ລອກ​ຄາບນັ້ນ(ໄຂ່ ແລະ ຕົວອ່ອນຈັກຈັ່ນຈະຢູ່ໃນດິນ) ຈັກ​ຈັ່ນ​ບາງໂຕຈະ​ອ່ອນແອ ຈຶ່ງ​ມີ​ໂອ​ກາດ​ຕິດ​ເຊື້ອ​ຣາ​ໄດ້​ງ່າຍ ​ແລະ ຈະ​ຕາຍ​ໃນ​ທີ່ສຸດ. ເຊື້ອ​ຣາ​ທີ່ມີຢູ່ໃນຮ່າງຂອງຈັກຈັ່ນທີ່ຕາຍໄປແລ້ວນັ້ນກໍ​​ຈະ ຈະເລີນ​ເຕີບໂຕຢູ່​ໃນ​ຊາກ​ຂອງຈັກ​ຈັ່ນ ແລະ ​ແທງ​ເສັ້ນ​ໃຍ​ອອກ​ມານ​ອກ​ຕົວ​ຂອງຊາກຈັກ​ຈັ່ນເພື່ອ​ຈະເລີນເຕີບໂຕເປັນ​ໂຄງ​ສ້າງ​ສຳລັບການ​ສືບ​ພັນ ເຮັດໃຫ້​ເບິ່ງ​ເໝືອນ​ມີ​ຮາກ ຫລື​ ງ່າ​ອອກ​ມາ​ຈາກ​ຕົວ​ຈັກ​ຈັ່ນ; ເຊື້ອ​ຣາ​ຊະນິດນີ້​ ມີ​ໂອ​ກາດ​ເກີດ​ຂຶ້ນ​ໄດ້​ກັບ​ແມງໄມ້​ຊະນິດ​ຕ່າງໆເຊັ່ນ: ມົດ, ແມງ​ມຸມ, ຕໍ່, ດ້ວງ ແລະ ​ໜອນ ເປັນ​ຕົ້ນ.

ເມື່ອ 2 ປີກ່ອນ ມີລາຍງານຜູ້ເຈັບປ່ວຍຮຸນແຮງ 2 ຄົນ(ແມ່ລູກ)ຢູ່ພາກອິສານ ຍ້ອນນຳເອົາ “ຫວ້າຍຈັກຈັ່ນ” ໄປຂົ້ວກິນ ແລະ ເມື່ອປີ 7 ປີກ່ອນນີ້ ກໍມີ 9 ຄົນ ຕ້ອງເຂົ້າຮັກສາໂຕ(ຫ້ອງສຸກເສີນ) ຍ້ອນກິນ “ຫວ້ານຈັກຈັ່ນ” (ຂົ້ວກິນແກ້ມເຫຼົ້າ). ອາການທີ່ປະກົດໃນໂຕຂອງຜູ້ທີ່ກິນ “ຫວ້ານຈັກຈັ່ນ” ນັ້ນ ມີອາການ ປວດຮາກ, ຮາກ, ຖອກທ້ອງ, ຊຶມ, ຫົວໃຈສັ່ນ, ກ້າມຊິ້ນກະຕຸກ, ອ່ອນແຮງ, ວິນຫົວ ເປັນຕົ້ນ ເຊິ່ງອາການເລົ່ານີ້ແມ່ນ ມີສາເຫດມາຈາກ “ອາຫານເປັນພິດ” ຍ້ອນ ເຊື້ອຣາ ທີ່ມີຢູ່ໃນຊາກຂອງຈັກຈັ່ນນັ້ນ ເຊິ່ງມັນຝັງຢູ່ໃນດິນດົນ ແລະ ຍັງອາດໄດ້ຮັບການດູດຊຶມສານເຄມີ ທີ່ມີຢູ່ໃນດິນນັ້ນດື່ມອີກ ເຮັດໃຫ້ຫວ້ານຈັກຈັ່ນ ຍິ່ງເພີ່ມພິດທີ່ຮ້າຍແຮງກ່ວາເກົ່າ ເຊິ່ງເຮົາບໍ່ຄວນນຳມາບໍລິໂພກ ຫຼື ສຳພັດ ເພາະພິດນັ້ນ ອາດມີຄວາມຮຸນແຮງເຖິງຂັ້ນເຮັດໃຫ້ເຮົາເສຍຊີວິດໄດ້(ຂໍ້ມູນຈາກ: https://www.sanook.com/news/7791894/ )
ປັດຈຸບັນ ພວກເຮົາຍັງປາກົດເຫັນການ "ອ້າງສັບພະຄຸນ" ຂອງ ຫວ້ານຈັກກະຈັ່ນ ຜ່ານສື່ອອນໄລນ໌ຢ່າງຫຼວງຫລາຍ ເປັນຕົ້ນຢູ່ໃນ Facebook  &  TikTok ແລະ ​ຍັງມີ​ຊາວ​ບ້ານ​ອອກໄປ​ຊອກ​ຫາ​ຂຸດເອົາມາ ນຳ​ໄປ​ເປັນ​ເຄື່ອງ​​ບູຊາ ເພື່ອຫວັງໂຊກລາບ ແລະ​ ມີ​ການ​ຈຳ​ໜ່າຍ​ ເຊິ່ງ​ຕັ້ງ​ແຕ່​ລາ​ຄາ 50.000-100.00 ກີບ/ຄູ່ ຫຼື ອາດແພງກ່ວານີ້ກໍມີ ຫາກນຳເອົາໄປໃຫ້ຄູບາອາຈານສູດລົງຄາຖາອາຄົມ ເຊິ່ງກຳ​ລັງ​ເປັນ​ທີ່​ນິຍົມ ແລະ ​ເວົ້າ​ເຖິງ​ຢູ່ໃນ​ໂລກ​ອອນ​ໄລ​ນ໌​ຢ່າງ​ຫລາຍ.
ຂອບໃຈທີ່ອ່ານ
.....ຈົ່ງເຊື່ອໃນສິ່ງທີ່ເຊື່ອເດີ້ພີ່ນ້ອງ....

Thursday, April 15, 2021

ທຳຄວາມເຂົ້າໃຈກັບຄຳວ່າ ສັງກາດ ຫຼື ສັກຣາຊ

ທຳຄວາມເຂົ້າໃຈກັບຄຳວ່າ: “ສັງກາດ ຫຼື ສັກຣາຊ”
“ສັກ​ຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;
“ພຸທສັກຣາຊ” (ພຸດທະສັກກະຣາດ) ຕັ້ງຂຶ້ນແຕ່ມື້ທີ່ພຣະພຸທເຈົ້າ(ພຣະໂຄຕະມະ)ນິບພານ(ມື້ ໑໕ ຄໍ່າ ເດືອນຫົກ)ເປັນສັກຣາຊປະຈຳຂອງບຸກຄົນທີ່ນັບຖືສາສນາພຸດ ໃຊ້​ອັກສອນ​ຫຍໍ້ “ພ.ສ”.

“ຄຣິຕສັກຣາຊ” (ຄຣິດຕະສັກກະຣາດ)ນັບແຕ່ວັນພຣະເຈົ້າເຍຊູເກີດ, ເຊິ່ງເປັນສັກຣາດປະຈໍາຂອງບຸກຄົນທີ່ນັບຖືສາສນາພຣະເຍຊູ ຫລື ສາສນາຄຣິຕ. ຄ​ຣິ​ສ​ຕ​ະສັກ​ກະຣາຊ ເກີດຂຶ້ນ​ຫຼັງ​ພຸ​ທທະ​ສັກ​ກະ ຣາຊ ໕໔໓ ປີ ໃຊ້​ອັກສອນ​ຫຍໍ້ “ຄ.ສ” ນິຍົມ​ໃຊ້​ກັບເອກະສານທາງການ, ​ພາສາ​ຕ່າງ​ປະເທດ ໂດຍສະເພາະ​ແມ່ນ​ພາສາ​ຂອງປະເທດ​ຕາເວັນ​ຕົກ, ແຕ່ໃນ​ຫນັງສື​​ບູຮານ​ລາວບໍ່​ປາກົດ​ເຫັນການ​ໃຊ້​ສັກກະ​ຣາດ​ນີ້​ມາກ່ອນ.

“ຈຸລສັກຣາຊ” (ຈຸນລະສັກກະຣາດ) ແປວ່າ ສັກກະຣາດນ້ອຍ ສັກກະຣາດນີ້ຕັດອອກມາຈາກ ສັກກະຣາດກະລີຍຸກ ຫລື ອາຍຸແຫ່ງກະລີຍຸກ. ຈຸລສັກກະຣາດ ນີ້ ຕັ້ງຂຶ້ນໂດຍພຣະສັງຄະຣາດອົງໜຶ່ງຊື່ວ່າ “ບຸພະໂສຣະຫັນ”(ບຸບພະ ໂສລະຫັນ ບາງເອກະສານ ຂຽນວ່າ ບຸຕຸ ໂສຣະຫັນ)ແຫ່ງປະເທດພູກາມ(ປະເທດພະມ້າ ຫຼື ມຽນມ້າ ປັດຈຸບັນ) ເຊິ່ງໄດ້ລາສິກອອກຈາກວັດ ມາຍາດຊິງລາຊະສົມບັດໄດ້ສຳເລັດ ແລ້ວແຕ່ງຕັ້ງຕົນເອງເປັນເຈົ້າຊີວິດ ຫຼື ກະສັດ ​ລຳ​ດັບ​ທີ່ ໑໙ ໃນ​ຣາດຊະວົງ​ແຫ່ງ​ປະເທດ​ພູກາມ ຫຼື ມຽນມ້າ ປັດຈຸບັນ.

ຈຸນລະ​ສັກ​ກະຣາດ​ ໄດ້​ແພ່່​ເຂົ້າ​ມາ​ ແລະ ເລີ່ມໃຊ້ປະເທດລາວ ເຮົານັ້ນ ຄາດວ່າ ຢູ່ລະຫວ່າງ ປີ ພ.ສ.໒໑໑໐-໒໑໓໐ ໂດຍໃຊ້​ອັກສອນ​ຫຍໍ້ວ່າ “ຈ.ສ” ໄດ້ເກີດຫຼັງ​ພຸ​ທະ​ສັກກະ​ຣາຊ ໑,໑໘໑ ປີ ແລະ ຈຸນລະສັກຣາດ ນີ້ ນິຍົມໃຊ້ເປັນເກນທາງໂຫຣາສາດ.
“ມະຫາສັກຣາຊ” ແປວ່າສັກກະຣາດໃຫຍ່; ມະຫາສັກກະຣາດນີ້ ຕັດມາຈາກສັກຣາດກະລີຍຸກ ຄືກັບຈຸນລະສັກກະຣາດ ແຕ່ຕັດມາກ່ອນຈຸນລະສັກກະຣາດ ຄືຕັດເມື່ອອາຍຸກະລີຍຸກໄດ້ ໓,໑໘໐ ໂດຍກະສັດສັກກາຍະອົງນຶ່ງ ທີ່ມີນາມວ່າ ສະລີວາຫະນ໌ ເປັນຜູ່ຕັ້ງຂຶ້ນ ແລະ ໃຊ້ເປັນເກນໂຫຣາສາດດັ່ງດຽວກັນກັບຈຸນລະສັກກະລາດ.

ມະຫາ​ສັກກະ​ຣາດ ຄື ສັກກະ​ຣາດ​ຂອງ​ພະ​ມະຫາ​ກະສັດ​ຜູ້​ຢິ່ງ​ໃຫຍ່ ເຊິ່ງສັນ​ນິດ​ຖານ​ວ່າ ​ເລີ່ມ​ນັບ​ສັກ​ກະຣາດ​ ເມື່ອ​ພະ​ເຈົ້າ​ສາ​ລິ​ວາ​ຫະ ແຫ່ງ​ຣາດຊະວົງ​​ຂອງ​ປະເທດ​ອິນ​ເດຍ ຊົງ​ມີ​ໄຊ​ຕໍ່​ອະ​ຣິ​ຣາດ​ສັດຕູ ເກີດ​ຂຶ້ນ​ຫຼັງ​ພຸ​ທທະສັກ​ກະຣາດ ໖໒໑ ປີ ໂດຍໃຊ້​ອັກສອນ​ຫຍໍ້ “ມ.ສ.” ເປັນ​ສັກກະ​ຣາດ​ທີ່​ແພ່​ເຂົ້າ​ມາ​ໃນ​ປະ ເທດລາວ, ກຳພູຊາ, ​ໄທ ​ກ່ອນ​ສັກ​ກະຣາດ​ອື່ນໆ ແລະ ​ນິຍົມ​ໃຊ້​ໃນ​ການ​ຈາ​ຣຶກ​ຫນັງສື​​ບູຮານ...
“ກະລີ​ຍຸກ​” ເປັນຊື່ຍຸກສຸດທ້າຍແຫ່ງຍຸກທັງ ໔ ຫຼື “ຈະຕຸນະຍຸກ” ຕາມ​ຄະ​ຕິ​ຂອງພຣາ​ມ ແລະ ເປັນຍຸກທີ່ໂຫດຮ້າຍທີ່ສຸດ, ເປັນ​ຍຸກ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ທີ່​ຍັງ​ປ່າ​ເຖື່ອນ ​ຫລື​ ດ້ອຍ​ການພັດທະນາ; ຍຸກນີ້ມີອາຍຸ ໑,໒໐໐ ປີທິບ ທໍ່ກັບ ໔໓໒,໐໐໐ ປີ ຂອງໂລກມະນຸດ ແລະ ຍຸກນີ້ຕັ້ງຕົ້ນແຕ່ວັນທີ ໑໘ ກຸມພາ ກ່ອນພຸທທະສັກກະຣາດ ໒,໖໒໖ ປີ(ບາງເອກະສານວ່າ ໒,໕໕໘ ປີ)ເມື່ອໝົດຍຸກນີ້ແລ້ວ ໂລກຈະເຖິງຄວາມຈິບຫາຍ.

ທີ່ກ່າວມານີ້ ເປັນພຽງສ່ວນນ້ອຍ ຂອງ “ສັກກະຣາດ” ເຊິ່ງໃນໂລກ ແລະ ພາກພື້ນອາຊີຂອງເຮົາຍັງມີອີກຫຼາຍທີ່ບໍ່ໄດ້ກ່າວເຖິງ.....
(ຂອບໃຈທີ່ອ່ານ)

Tuesday, April 13, 2021

ບຸນປີໃໝ່ລາວເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃສ່ເດືອນຈຽງ

ບຸນປີໃໝ່ລາວເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃສ່ເດືອນຈຽງ
ຮີບໂຮມ ແລະ ຂຽນບົດໂດຍ: ຄຳຜ່ອນ ໄຊອຸດົມ

ຫຼາຍຄົນເຂົ້າໃຈວ່າ ມື້ສົງກຣານຕ໌ ຫຼື ປີໃໝ່ລາວ ມີພຽງແຕ່ການຫົດດນ້ຳດຳຫົວ, ຂໍພອນຈາກຜູ້ໃຫຍ່ ແລະ ການຫລິ້ນນ້ຳເທົ່ານັ້ນ ແຕ່ໃນຄວາມເປັນຈິງປະເພນີນີ້ ຍັງມີຄະຕິຂໍ້ຄິດຕ່າງໆ ສອດແຊກໄວ່ຢ່າງຫລວງຫລາຍ ເປັນປະເພນີທີ່ໃຫ້ຄວາມສຳຄັນກັບຄວາມສຳພັນລະຫວ່າງເພື່ອນມະນຸດໃນສັງຄົມ ແລະ ສະທ້ອນໃຫ້ເຫັນເຖິງລັກສະນະຂອງຄວາມເປັນລາວໄດ້ຢ່າງຊັດເຈນ ເຊັ່ນ: ການສະແດງຄວາມກະຕັນຍູ, ຄວາມໂອບອ້ອມອາລີ, ຄວາມເອື້ອອາທອນຕໍ່ມະນຸດ ແລະ ສິ່ງແວດລ້ອມ ໂດຍໃຊ້ “ນ້ຳ” ເປັນສື່ກາງໃນການເຊື່ອມຄວາມສຳພັນລະຫວ່າງກັນ. ຖືວ່າເປັນປະເພນີໜຶ່ງທີ່ເກົ່າແກ່ ທີ່ຄົນລາວທີ່ໄດ້ຍຶດຖື ແລະ ປະຕິບັດສືບທອດກັນມາແຕ່ບູຮານນະການ... ມີຫຼາຍຄົນໄດ້ຕັ້ງຂໍ້ສົງໃສວ່າ ບຸນປີໃໝ່ລາວ ເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃນເດືອນຈຽງ ເຊິ່ງເປັນເດືອນທຳອິດຂອງລາວ(ເດືອນທາງຈັນທະຣະຄະຕິ) ຕໍ່ບັນຫານີ້ ຂ້າພະເຈົ້າຂໍສະເໜີຕາມທີ່ໄດ້ຮູ້ມາດັ່ງນີ້:


ຄວາມເປັນມາໂດຍຫຍໍ້:
ບຸນປີໃໝ່ລາວ ເປັນປະເພນີທີ່ສຳຄັນ ແລະ ສືບທອດກັນມາຢ່າງຍາວນານແລ້ວ ໂດຍບໍ່ຮູ້ວ່າເກີດຂຶ້ນແຕ່ປີໃດ; ນັກຄົ້ນຄວ້າ, ນັກປາດອາຈານຫຼາຍທ່ານ ກໍໄດ້ແຕ່ສັນນິດຖານວ່າ ປະເພນີສະຫຼອງປີໃໝ່ລາວນີ້ ອາດສືບທອດມາຈາກປະເພນີດັ້ງເດີມຂອງຊາວອິນເດຍຝ່າຍເໜືອ(ພາກເໜືອ)ເພາະໃນໄລຍະເວລາດັ່ງກ່າວນີ້ ມັນກົງກັບການປ່ຽນລະດູໜາວ ເປັນລະດູໃບໄມ້ປົ່ງ ຫລື ລະດູວັດສັນ ຂອງບ້ານເພິ່ນ ເຊິ່ງຖືວ່າເປັນເວລາທີ່ດີທີ່ສຸດຂອງເຂົາເຈົ້າ ຍ້ອນວ່າ ເປັນໄລຍະທີ່ອາກາດບໍ່ໜາວຫຼາຍ, ເປັນໄລຍະທີ່ຕົ້ນໄມ້ປົ່ງໃບໃຫ້ຄວາມສົດຊື່ນ; ສຳລັບຄົນລາວ ເວລານີ້ ພັດກົງກັບໄລຍະທີ່ຄົນລາວໃນສະໄໝບູຮານວ່າງຈາກການເຮັດໄຮ່,ນາ, ຮົ້ວສວນ ຈຶ່ງຖືວ່າເປັນເວລາເໝາະສົມສຳລັບຄົນລາວທີ່ຈະຈັດງານສະຫລອງປີໃໝຕາມລືກຍາມ ຫຼື ການເລີ່ມຕົ້ນຂອງຣາສີໃໝ່ ໃນຕໍາລາທາງໂຫຣາສາດ ກ່ອນຈະກ້າວສູ່ທຳການ ຜະລິດໃນລະດູຝົນ.

ປະເພນີດັ້ງເດີມຂອງຊາວອິນເດຍທີ່ກ່າວມານີ້ ປັດຈຸບັນຍັງປະກົດໃຫ້ເຫັນການສະຫຼອງທຸກໆປີ ໃນປະເພນີທີ່ຊື່ວ່າ: “ໂຫລີ” ຫຼື “ປະເພນີສາດສີ” ຫຼື “ໂຫລີປຸຣະນິມາ” ແລະ ໄດ້ແພ່ຂະຫຍາຍໄປຍັງປະເທດຕ່າງໆ ທີ່ໄດ້ຮັບອິດທິພົນທາງດ້ານສາສນາ ເຊິ່ງປະເພນີນີ້ ໄດ້ມີການສະຫຼອງຢູ່ຫຼາຍປະເທດເຊັ່ນ: ລາວ, ກຳປູເຈຍ, ພະມ່າ, ຈີນ, ແລະ ໄທ ໂດຍແຕ່ລະປະເທດກໍໄດ້ມີການປັບແຕ່ງວິທີການ ແລະ ຮູບແບບ ໃຫ້ເປັນເອກະລັກສະເພາະຂອງໃຜລາວ; ແຕ່ກໍບໍ່ປາກົດຫຼັກຖານຊັດເຈນວ່າ ປະເທດລາວ ມີປະເພນີສະຫຼອງປີໃໝ່(ສົງກຣານຕ໌) ມາຕັ້ງແຕ່ປີໃດ ແຕ່ໄດ້ຖືເອົາລະວ່າງວັນທີ ໑໓,໑໔,໑໕,໑໖ ເມສາ ຂອງທຸກປີ ເປັນການຈັດສະຫຼອງ;
ປະເພນີການຫຼິ້ນບຸນ "ໂຫລີ ຫຼື ສາດສີ" ຢູ່ອິນເດຍ....ຂອບໃຈຮູບຈາກ: nelle hembry / Shutterstock.com
ປະເພນີການຫຼິ້ນບຸນ "ໂຫລີ ຫຼື ສາດສີ" ຢູ່ອິນເດຍ....ຂອບໃຈຮູບຈາກ: nelle hembry / Shutterstock.com

ໂດຍຫລັກການດ້ານໂຫລາສາດລາວນັ້ນ ທຸກຢ່າງທີ່ບັນຈຸໄວ້ ແມ່ນກ່ຽວກັບລືກ-ຍາມ, ເກນ, ລະດູການ ເປັນສໍາຄັນ ແລະ ໃນໂຫລາສາດລາວນັ້ນໄດ້ກໍານົດຣາສີໄວ້ ໃນ ໑ ປີ ປະກອບມີ ໑໒ ຣາສີ ເຊິ່ງແຕ່ລະຣາສີນັ້ນ ອາດນອນໃນເດືອນດຽວ ຫຼື ຄວບເດືອນ (ທາງສຸຣິຍະຄະຕິ-ເດືອນສາກົນ). ສຳລັບ ປີໃໝ່ລາວ ແມ່ນຈັດຂຶ້ນກົງກັບການປ່ຽນຣາສີ ຈາກຣາສີມິນ (ຣາສີ ທີ ໑໒) ເປັນລາສີເມສ(ຣາສີ ທໍາອິດ(໑) ຣາສີເລີ່ມຕົ້ນຂອງປີ) ເຊິ່ງເປັນໄລຍະທີ່ດວງອາທິດຕັ້ງຢູ່ 0(ສູນ)ອົງສາພໍດີ; ດ້ວຍເຫດນີ້ ການສະຫຼອງປີໃໝ່ຂອງລາວນັ້ນ ນອກຈາກໄດ້ອິດທິພົນມາຈາກປະເພນີສະຫຼອງ ໂຫລີ ຫຼື ບຸນສາດສີ (

Holi Festival ສົງການອິນເດຍ ເທດສະການແຫ່ງສີສັນ)

ແລ້ວ

ແມ່ນຍັງອີງໃສ່ການປ່ຽນ "

ຣາສີ

" ຈາກຣາສີສຸດທ້າຍຂອງປີເກົ່າ ກ້າວສູ່ "ຣາສີ" ທຳອິດຂອງປີໃໝ່ 

ເຊິ່ງມັນ

ບໍ່ໄດ້ມີສ່ວນກ່ຽວພັນໂດຍກົງກັບການປ່ຽນແປງ ພ.ສ, ຄ.ສ, ຈ.ສ ແລະ ມ.ສ ເລີຍ ແຕ່ມັນພົວພັນກັນໂດຍອ້ອມ ຍ້ອນມັນຕິດພັນກັນທາງດ້ານຄວາມເຊື່ອ, ພິທີກຳ ແລະ ປະເພນີທີ່ສືບທອດກັນມາ.

ຣາສີ,ສັນຍາລັກ ແລະ ວັນທີຄວບຄຸມຂອງຣາສີ (ໂດຍປະມານ)
(໑)ຣາສີເມສ ແກະ ໑໙ ເມສາ - ໑໓ ພຶດສະພາ
(໒)ຣາສີພຶດສະພາ ງົວ ໑໔ ພຶດສະພາ - ໒໑ ມິຖຸນາ
(໓)ຣາສີມິຖຸນາ ຄົນຄູ່ ໒໒ ມິຖຸນາ - ໒໐ ກໍລະກົດ
(໔)ຣາສີກໍລະກົດ ກະປູ ໒໑ ກໍລະກົດ- ໑໐ ສິງຫາ
(໕)ຣາສີສິງ ສິງໂຕ ໑໑ ສິງຫາ -໑໖ ກັນຍາ
(໖)ຣາສີກັນ ຜູ້ສາວ ໑໗ ກັນຍາ - ໓໐ ຕຸລາ
(໗)ຣາສີຕຸລ ຄັນຊັ່ງ ຕູລາ - ໒໓ ພະຈິກ
(໘)ຣາສີພິຈິກ ແມງເງົາ ໒໔ ພະຈິກ - ໑໗ ທັນວາ
(໙)ຣາສີທະນູ ຄົນຍິງທະນູ ໑໘ ທັນວາ - ໑໙ ມັງກອນ
(໑໐)ຣາສີມັງກອນ ແພະທະເລ ໒໐ ມັງກອນ - ໑໖ ກຸມພາ
(໑໑)ຣາສີກຸມ ຄົນແບກໝໍ້ນໍ້າ ໑໗ ກຸມພາ - ໑໑ ມີນາ
(໑໒)ຣາສີມິນ ປາ ໑໒ ມີນາ - ໑໘ ເມສາ....


ຂໍ້ມູນເພີ່ມເຕີມກ່ຽວກັບ:
ບຸນປີໃໝ່ລາວ ແລະHoli Festival ສົງການອິນເດຍ ເທດສະການແຫ່ງສີສັນ

ເຊື່ອກັນວ່າ ປະເພນີການຈັດບຸນສົງການ ຫຼື ບຸນປີໃໝ່ລາວນີ້ ແມ່ນການໄດ້ຮັບອິດທິພົນມາຈາກ ຄວາມເຊື່ອ ຜ່ານວິທີກຳຂອງພາມ-ຮິນດູ. ປະເພນີການຈັດສະຫຼອງເທສະການທີ່ເອີ້ນວ່າ:“ໂຫລີປຸຣະນິມາ” ນັ້ນ ກົງກັບມື້ຂຶ້ນ ໑໕ ຄໍ່າ ເດືອນ ໔ ຫລື ໃນລະວ່າງເດືອນມີນາ ຂອງທຸກປີ ເຊິ່ງເປັນວັນທີ່ຊາວຮິນດູ ຈະນຳເອົາສິ່ງຂອງທີ່ສົກກະປົກທັງຫຼາຍອອກຈາກບ້ານເຮືອນ ແລ້ວເອົາໄປຮວມກັນໄວ້ໃນສະຖານທີ່ແຫ່ງ ໃດແຫ່ງໜຶ່ງ ກ່ອນຈະຈູດເຜົາຖິ້ມ

ເຊິ່ງໃນລະຫວ່າງທີ່ຈູດເຜົາສິ່ງຂອງເລົ່ານັ້ນ ພວກເຂົາກໍຈະຮ້ອງເພງ ພື້ນບ້ານທີ່ມີຊື່ວ່າ: “ໂຫລີ” ຈາກນັ້ນ ໃນເຊົ້າມື້ຕໍ່ມາ ເຊິ່ງເປັນມື້ແຮມ ໑ ຄໍ່າ ເດືອນ ໔ ທີ່ພວກເຂົາ ເອີ້ນວ່າ: “ວັນໂຫລີ ຫຼື ໂຫລາ ຫຼື ຜະຄຸວາ” ອັນເປັນວັນສະເຫຼີມສະຫຼອງດ້ວຍການ “ສາດສີ” (ສາດ ນ້ຳສີໃສ່ກັນ) ເຊິ່ງເຊື່ອກັນວ່າ ເປັນການປັດເປົ່າໂຣຄາພະຍາດອອກຈາກຮ່າງກາຍໃຫ້ໝົດສິ້ນ.
ຂອບໃຈຮູບຈາກ: Iakov Filimonov / Shutterstock.com

ດັ່ງນັ້ນ “ໂຫລີ” ຈຶ່ງຖືວ່າເປັນວັນປີໃໝ່ ແລະ ຖືເປັນວັນທີ່ສຳຄັນຂອງ “ວັນນະສູດ” ຫຼື ຊົນ ຊັ້ນຜູ້ໃຊ້ແຮງງານຂອງຊາວອິນເດຍ ທີ່ມີການສະເຫຼີມສະຫຼອງຢ່າງສະໜຸກສະໜານ (ວັນນະອື່ນກໍມາ ຮ່ວມສະຫຼອງນຳໄດ້ - ອິນເດຍມີ ໔ ວັນນະ ຫຼື ໔ ຊັ້ນຄົນ).
ນອກຈາກນັ້ນແລ້ວ “ໂຫລີ” ຍັງຖືເປັນສັນຍາລັກແຫ່ງການສິ້ນສຸດຂອງລະດູໜາວ ກ້າວສູ່ລະດູ ໃບໄມ້ປົ່ງ, ການສະເຫຼີມສະຫຼອງ“ໂຫລີ” ນັ້ນ ຈະດຳເນີນໄປພຽງ ໒ ວັນ ຄືມື້ຂຶ້ນ ໑໕ ຄໍ່າ ແລະ ມື້ ແຮມ ໑ ຄໍ່າ ເດືອນ ໔ ເທົ່ານັ້ນ ເຊິ່ງກ່ອນຈະເຖິງງານດັ່ງກ່າວ ໜຸ່ມໆ ສາວໆ ບາງບ່ອນກໍຈະເລີ່ມ ຫຼິ້ນສາດສີໃສ່ກັນລ່ວງໜ້າເປັນອາທິດກໍມີ ເຫັນວ່າ ບໍ່ໄດ້ແຕກຕ່າງຈາກເຂດຊົນນະບົດຂອງບ້ານເຮົາ ທີ່ນິຍົມສະຫຼອງປີໃໝ່ຫຼາຍໆວັນ.
ທ່ານຜູ້ຮູ້ ຊ່ອຍແນະນຳອີກແດ່ເດີ້.....ທ່ານສາມາດຂຽນຄຳຄິດເຫັນຂອງທ່ານໄດ້ໃນຊ່ອງປະກອບຄຳເຫັນດ້ານລຸ່ມ ຫຼື ຊ່ອຍແຊຣ໌ແດ່ກໍຈະເປັນພະຄຸນ ເພາະລູກຫຼານຫຼຸ່ນໃໝ່ ໃຫຍ່ລຸນອາດບໍ່ຮູ້ເລື່ອງນີ້ກໍເປັນໄດ້....
.....ຂອບໃຈທີ່ອ່ານ.....


Thursday, February 11, 2021

... ເຂົ້າຜັດ, ຂົ້ວເຂົ້າ, ເຂົ້າຂົ້ວ....

... ເຂົ້າຜັດ, ຂົ້ວເຂົ້າ, ເຂົ້າຂົ້ວ....

(ຮູບຈາກອິນເຕີເນັທ)
“ເຂົ້າ​ຜັດ- 炒饭-Fried rice” ແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າ​ຜັດ- 炒饭-Fried rice” ເກີດ​ຂຶ້ນ​ທຳອິດໃນ​ປະເທດ​ຈີນ ຊຶ່ງ​ບາງເອກະສານກ່າວວ່າ ເປັນການ​ນຳ​ເອົາ​ເຂົ້າ​ເຢັນ​ທີ່ເຫຼືອ​ຂ້າມ​ຄືນ ມາຂົ້ວ​ປະສົມ​ກັບ​ອາຫານອື່ນ​ໆ (ຟ້າວເຮັດ ຟ້າວກິນກ່ອນໄປວຽກ) ຈົນ​ເຮັດໃຫ້​ເກີດ​ເປັນ​ອາຫານ​ເມ​ນູ​ໃໝ່​ຂຶ້ນ​ມາ. ຈາກ​ນັ້ນ​ ​ກໍ​ແພ່ຫຼາຍ​ໄປ​ພ້ອມ​ໆ​ກັບ​ຊາວ​ຈີນ ທີ່​ອົບ​ຍົບ​ຍ້າຍ​ຖິ່ນ​​ໄປ​ທົ່ວ​ໂລກ; ເຊິ່ງແຕ່​ລະ​ປະເທດ​ຕ່າງ​ກໍ​ໄດ້ປັບປຸງ​ເມ​ນູນີ້ ​ ໃຫ້​ເຂົ້າ​ກັບ​ລີ້ນ​ຂອງ​ຄົນ​ໃນທ້ອງ​ຖິ່ນ ແລະ ​ວັດ​ຖຸ​ດິບ​ທີ່​ມີ​ຢູ່​ແຕ່​ລະ​ຂົງເຂດນັ້ນໆ.
ໂດຍທົ່ວໄປແລ້ວ ສ່ວນ​ປະກອບ​ຫຼັກ​ໆ​ຂອງ “ເຂົ້າ​ຜັດ- 炒饭-Fried rice” ນອກ​ຈາກ​ເຂົ້າຈ້າວ​ແລ້ວ​ ຍັງ​ປະກອບ​ມີ ຊີ້ນ​ສັດ(ໝູ,ໄກ່,) ກຸ້ງ, ​ປູ ຫລື ​ເຕົ້າ​ຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີ​ອິ້ວ​ຂາວ ຫລື​ ຊອດ​ປຸງ​ລົດຫຼາຍຢ່າງ ເພື່ອຊ່ວຍ​ໃຫ້​ເຂົ້າ​ຜັດ​ມີ​ສີ​ສັນທີ່ງົດງາມ​ໜ້າ​ຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດ​ນາ, ຜັກກາຫົວ(ແຄ​ຣ໊ອດ), ຖົ່ວ​, ​ຜັກບົ່ວ ເປັນຕົ້ນ.
(ຮູບຈາກອິນເຕີເນັທ)
ມີເລື່ອງເລົ່າກ່າວກັນມາກ່ຽວກັບ “ເຂົ້າ​ຜັດ- 炒饭-Fried rice” ນີ້ ມີບາງເອກະສານໄດ້ຂຽນໄວ້ວ່າ: ເມື່ອປະມານ ຄ.ສ.616 ຫລື ​ກວ່າ 1,400 ປີ ​ທີ່​ຜ່ານມາແລ້ວ ຢູ່​ເມືອງ​ຈຽງ​ຕູ (ປະຈຸບັນ​ຄື ເມືອງ​ຫຍັງ​ໂຈວ) ໄດ້​ເຮັດ​ເຂົ້າ​ຜັດ​ໄຂ່ (ໄດ້ຕັ້ງຊື່​ໄວ້ວ່າ ຊຸ່ຍ​ຈິນ​ຟັ່ນ - 碎金饭 Broken Golden Rice ເຂົ້າ​ຜັດ​​ຄຳ) ເພື່ອຖວາຍ​ພະ​ເຈົ້າ ​ສຸຍ​ຫຍັງ​ຕີ້(隋炀帝) ໃນ​ຄັ້ງທີ່​ສະເດັດ​ໄປຢ້ຽມຢາມ​ຫົວ​ເມືອງ​ຈຽງ​ຕູ.... ນີ້​ສະແດງ​ວ່າ ເຂົ້າ​ຜັດ​ໃນ​ຈີນ​ນັ້ນ ອາດ​ມີ​ອາ​ຍຸ​ຫລາຍກວ່າ 1,400 ປີ ແລ້ວ. ໃນເບື້ອງຕົ້ນ ມັນ​ກໍ​ເປັນພຽງ​ເຂົ້າ​ທີ່ຂົ້ວໃສ່​ໄຂ່​ທຳມະດາ​ເທົ່າ​ນັ້ນ. ຕໍ່ມາ “ເຂົ້າ​ຜັດ- 炒饭-Fried rice” ກໍໄດ້ຮັບ​ການ​ປັບ​ປຸງ​ສູດ​ໃໝ່ໂດຍ​ແມ່ນ ອິ​ປິ່ງ​ໂຊ່ວ (伊秉绶) ທີ່ເປັນຂ້າ​ຫຼວງແຫ່ງ​ເມືອງ​ຫຍັງ​ໂຈວ ​ປະມານປີ ຄ.ສ. 1802 (ພ.ສ.2345) ທີ່ລາວໄດ້ເຮັດເປັນ​ເຂົ້າ​ຜັດ​ໄຂ່​ຊົງ​ເຄື່ອງ ອັນ​ເປັນ​ໜຶ່ງ​ໃນ​ຕົ້ນ​ຕຳ​ລາ​ເຂົ້າ​ຜັດ​ຫຍາງ​ໂຈວ​ຂອງ​ຈີນ(Yang Zhou Chao Fan).
(ຮູບຈາກອິນເຕີເນັທ)

ມີການກ່າວກັນອີກວ່າ ​ອີກ 63 ປີ​ຕໍ່​ມາ (ຄ.ສ. 1865 ຫລື​ພ.ສ.2410) ກໍໄດ້ເກີດມີ “​ເຂົ້າ​ຜັດ​ຫຍາງ​ໂຈວ”​ອີກ​ຕຳ​ລາ​ໜຶ່ງ​ຂຶ້ນ​ທີ່​ຮ້ານ​ອາຫານ “ຈ​ວີ້​ຊຸນ​ຫຍວນ 聚春园” ໃນ​ເມືອງ​ກວາງ​ເຈົາ. “ເຂົ້າ​ຜັດ​ຫຍາງ​ໂຈວ​” ທັງ​ສອງ​ຕຳ​ລານີ້ ຕອນນັ້ນຖືວ່າເປັນ​ເຂົ້າ​ຜັດ ທີ່ບຸກຄົນລະດັບສູງຖານະດີ(​ໄຮ​ໂຊ​)ຈຶ່ງມີກິນ ເພາະ​ຕຳ​ລາທຳອິດ ແມ່ນມີການນຳ​ໃຊ້​ເຂົ້າ​ທີ່​ນຳ​ເຂົ້າ​ຈາກ​ປະເທດສະຫຍາມ(ໄທ), ສ່ວນ​ຕຳ​ລາ​ທີ​ສອງ ມີການບັນທຶກໄວ້ວ່າມີການນຳໃຊ້ “​ປີງ​ທະ​ເລ” ເປັນສ່ວນປະສົມນຳອີກ ເຊິ່ງປີງທະເລນີ້​ມີ​ລາ​ຄາ​ແພງ.
(ຮູບຈາກອິນເຕີເນັທ)

ເຂົ້າ​ຜັດ​ຫຍາງ​ໂຈວ (Yang Zhou Chao Fan) ເປັນ​ເຂົ້າ​ຜັດ​ທີ່​ເ​ເພ່​ຫຼາຍ​ໃນ​ເມືອງ​ຫຍາງ​ໂຈວ ຊຶ່ງ​ມີຄົ​ນ​ຮັ່ງ​ອາໄສ​ຢູ່​ຫລາຍ. ດັ່ງ​ນັ້ນ​ ໃນ​ເຂົ້າ​ຜັດ​ຫຍາງ​ໂຈ​ ອາດ​ໃສ່​ທັງ​ກຸ້ງ, ກຸນ​ຊຽງ ແລະ​ ໝູ​ແດງ​ທີ່ຫັ່ນ​ສີ່​ຫຼ່ຽມ​ລູກ​ເຕົ໋າ ໂດຍ​ນຳ​ໝູ​ແດງ​ໄປ​ລວກ​ນ້ຳ​ກ່ອນ​ຜັດ​ເພື່ອ​ລ້າງ​ສີ​ອອກ​ ເພື່ອບໍ່ເມັດ​ເຂົ້າ​ຕິດ​ສີ​ຂອງ​ໝູ​ແດງ ຈາກ​ນັ້ນ​ຈຶ່ງ​ຜັດ​ໃສ່​ໄຂ່ ​ແລະ ​ຕົ້ນ​ຂອງຜັກ​ບົ່ວ, ປຸງ​ລົດດ​ດ້ວຍ​ຊີ​ອິ໊ວ​ຂາວ, ນ້ຳ​ມັນ​ຫອຍ ຫລື​ ນ້ຳຊອດໝາກເລັ່ນ.​ ເຂົ້າ​ຜັດ​ຫຍາງ​ໂຈວ​ ຈະໂດດ​ເດັ່ນ​ທີ່​ໃສ່ໝູ​ແດງ (Char Siu) ເປັນ​ສ່ວນ​ປະກອບ​ຫຼັກ ​ອັນໄດ້​ເຮັດໃຫ້​ເຂົ້າ​ຜັດ​ມີ​ລົດຊາດ​ຫວານ​ເລັກນ້ອຍ ແລະ ມີ​ຄວາມ​ພິເສດ​ສະເພາະ​ຕົວ. ແຕ່ເຖິງແນວໃດກໍຕາມ ເຂົ້າ​ຜັດ​ຫຍາງ​ໂຈວ ໄດ້ກາຍມາ​ເປັນ​ອາຫານ​ລະະ​ດັບ​ຊາວ​ບ້ານ​ແທ້ໆໄດ້ ຄາດວ່າມີມາບໍ່ເຖິງ 100 ປີ​. ແຕ່ເຂົ້າຜັດ ກໍໄດ້ກະຈາຍໄປຫຼາຍປະເທດ ແລະ ມີຫຼາກຫຼາຍຂອງສິ່ງປະກອບທີ່ແຕກຕ່າງກັນ ແລະ ມີຊື່ເອີ້ນທີ່ຫຼາກຫຼາຍເຊັ່ນ: ເຂົ້າ​ຜັດ​ລົດ​ໄຟ(ຄາດວ່າເກີດຂຶ້ນປີ ພ.ສ.2465-ໄທ),ເຂົ້າ​ຜັດ​ສັບ​ປະ​ລົດ (Pineapple Fried Rice-ໝາກນັດ -ໄທ),ເຂົ້າ​ຜັດ​ອາ​ເມ​ຣິ​ກັນ (American Fried Rice),ເຂົ້າ​ຜັດ​ກິມ​ຈິ (Kimchi Bokkeumbap, Kimchi Fried Rice) ແລະ ອື່ນໆ.


“ເຂົ້າ​ຜັດ- 炒饭-Fried rice” ​ຍັງມີ​ອີກ​ຫລວງ​ຫລາຍ​ຫຼາຍ​ເມ​ນູ ເພາະ​ວ່າ​ມັນສາມາດ​ດັດ​ແປງ, ໃສ່​ເຄື່ອງ​ປຸງປະສົມ​ໄດ້​ຫຼາກ​ຫຼາຍ​ຕາມ​ແຕ່​ສະ​ດວກ, ທັງ​ເຮັດ​ງ່າຍ, ແຊບ ແລະ​ ວ່ອງໄວ ຈຶ່ງ​ແປກ​ໃຈ​ເລີຍ​ວ່າ​ເປັນຫຍັງ​ເຂົ້າ​ຜັດ​ຈຶ່ງ​ເປັນ​ອີກ​ໜຶ່ງ​ເມ​ນູ​ທີ່​ແພ່​ຫຼາຍ​ໄປ​ທົ່ວ​ໂລກ.

ຂອບໃຈທີ່ອ່ານ.... ທີ່ມາຂອງຂໍ້ມູນ: