Thursday, April 15, 2021

ທຳຄວາມເຂົ້າໃຈກັບຄຳວ່າ ສັງກາດ ຫຼື ສັກຣາຊ

ທຳຄວາມເຂົ້າໃຈກັບຄຳວ່າ: “ສັງກາດ ຫຼື ສັກຣາຊ”
“ສັກ​ຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;
“ພຸທສັກຣາຊ” (ພຸດທະສັກກະຣາດ) ຕັ້ງຂຶ້ນແຕ່ມື້ທີ່ພຣະພຸທເຈົ້າ(ພຣະໂຄຕະມະ)ນິບພານ(ມື້ ໑໕ ຄໍ່າ ເດືອນຫົກ)ເປັນສັກຣາຊປະຈຳຂອງບຸກຄົນທີ່ນັບຖືສາສນາພຸດ ໃຊ້​ອັກສອນ​ຫຍໍ້ “ພ.ສ”.

“ຄຣິຕສັກຣາຊ” (ຄຣິດຕະສັກກະຣາດ)ນັບແຕ່ວັນພຣະເຈົ້າເຍຊູເກີດ, ເຊິ່ງເປັນສັກຣາດປະຈໍາຂອງບຸກຄົນທີ່ນັບຖືສາສນາພຣະເຍຊູ ຫລື ສາສນາຄຣິຕ. ຄ​ຣິ​ສ​ຕ​ະສັກ​ກະຣາຊ ເກີດຂຶ້ນ​ຫຼັງ​ພຸ​ທທະ​ສັກ​ກະ ຣາຊ ໕໔໓ ປີ ໃຊ້​ອັກສອນ​ຫຍໍ້ “ຄ.ສ” ນິຍົມ​ໃຊ້​ກັບເອກະສານທາງການ, ​ພາສາ​ຕ່າງ​ປະເທດ ໂດຍສະເພາະ​ແມ່ນ​ພາສາ​ຂອງປະເທດ​ຕາເວັນ​ຕົກ, ແຕ່ໃນ​ຫນັງສື​​ບູຮານ​ລາວບໍ່​ປາກົດ​ເຫັນການ​ໃຊ້​ສັກກະ​ຣາດ​ນີ້​ມາກ່ອນ.

“ຈຸລສັກຣາຊ” (ຈຸນລະສັກກະຣາດ) ແປວ່າ ສັກກະຣາດນ້ອຍ ສັກກະຣາດນີ້ຕັດອອກມາຈາກ ສັກກະຣາດກະລີຍຸກ ຫລື ອາຍຸແຫ່ງກະລີຍຸກ. ຈຸລສັກກະຣາດ ນີ້ ຕັ້ງຂຶ້ນໂດຍພຣະສັງຄະຣາດອົງໜຶ່ງຊື່ວ່າ “ບຸພະໂສຣະຫັນ”(ບຸບພະ ໂສລະຫັນ ບາງເອກະສານ ຂຽນວ່າ ບຸຕຸ ໂສຣະຫັນ)ແຫ່ງປະເທດພູກາມ(ປະເທດພະມ້າ ຫຼື ມຽນມ້າ ປັດຈຸບັນ) ເຊິ່ງໄດ້ລາສິກອອກຈາກວັດ ມາຍາດຊິງລາຊະສົມບັດໄດ້ສຳເລັດ ແລ້ວແຕ່ງຕັ້ງຕົນເອງເປັນເຈົ້າຊີວິດ ຫຼື ກະສັດ ​ລຳ​ດັບ​ທີ່ ໑໙ ໃນ​ຣາດຊະວົງ​ແຫ່ງ​ປະເທດ​ພູກາມ ຫຼື ມຽນມ້າ ປັດຈຸບັນ.

ຈຸນລະ​ສັກ​ກະຣາດ​ ໄດ້​ແພ່່​ເຂົ້າ​ມາ​ ແລະ ເລີ່ມໃຊ້ປະເທດລາວ ເຮົານັ້ນ ຄາດວ່າ ຢູ່ລະຫວ່າງ ປີ ພ.ສ.໒໑໑໐-໒໑໓໐ ໂດຍໃຊ້​ອັກສອນ​ຫຍໍ້ວ່າ “ຈ.ສ” ໄດ້ເກີດຫຼັງ​ພຸ​ທະ​ສັກກະ​ຣາຊ ໑,໑໘໑ ປີ ແລະ ຈຸນລະສັກຣາດ ນີ້ ນິຍົມໃຊ້ເປັນເກນທາງໂຫຣາສາດ.
“ມະຫາສັກຣາຊ” ແປວ່າສັກກະຣາດໃຫຍ່; ມະຫາສັກກະຣາດນີ້ ຕັດມາຈາກສັກຣາດກະລີຍຸກ ຄືກັບຈຸນລະສັກກະຣາດ ແຕ່ຕັດມາກ່ອນຈຸນລະສັກກະຣາດ ຄືຕັດເມື່ອອາຍຸກະລີຍຸກໄດ້ ໓,໑໘໐ ໂດຍກະສັດສັກກາຍະອົງນຶ່ງ ທີ່ມີນາມວ່າ ສະລີວາຫະນ໌ ເປັນຜູ່ຕັ້ງຂຶ້ນ ແລະ ໃຊ້ເປັນເກນໂຫຣາສາດດັ່ງດຽວກັນກັບຈຸນລະສັກກະລາດ.

ມະຫາ​ສັກກະ​ຣາດ ຄື ສັກກະ​ຣາດ​ຂອງ​ພະ​ມະຫາ​ກະສັດ​ຜູ້​ຢິ່ງ​ໃຫຍ່ ເຊິ່ງສັນ​ນິດ​ຖານ​ວ່າ ​ເລີ່ມ​ນັບ​ສັກ​ກະຣາດ​ ເມື່ອ​ພະ​ເຈົ້າ​ສາ​ລິ​ວາ​ຫະ ແຫ່ງ​ຣາດຊະວົງ​​ຂອງ​ປະເທດ​ອິນ​ເດຍ ຊົງ​ມີ​ໄຊ​ຕໍ່​ອະ​ຣິ​ຣາດ​ສັດຕູ ເກີດ​ຂຶ້ນ​ຫຼັງ​ພຸ​ທທະສັກ​ກະຣາດ ໖໒໑ ປີ ໂດຍໃຊ້​ອັກສອນ​ຫຍໍ້ “ມ.ສ.” ເປັນ​ສັກກະ​ຣາດ​ທີ່​ແພ່​ເຂົ້າ​ມາ​ໃນ​ປະ ເທດລາວ, ກຳພູຊາ, ​ໄທ ​ກ່ອນ​ສັກ​ກະຣາດ​ອື່ນໆ ແລະ ​ນິຍົມ​ໃຊ້​ໃນ​ການ​ຈາ​ຣຶກ​ຫນັງສື​​ບູຮານ...
“ກະລີ​ຍຸກ​” ເປັນຊື່ຍຸກສຸດທ້າຍແຫ່ງຍຸກທັງ ໔ ຫຼື “ຈະຕຸນະຍຸກ” ຕາມ​ຄະ​ຕິ​ຂອງພຣາ​ມ ແລະ ເປັນຍຸກທີ່ໂຫດຮ້າຍທີ່ສຸດ, ເປັນ​ຍຸກ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ທີ່​ຍັງ​ປ່າ​ເຖື່ອນ ​ຫລື​ ດ້ອຍ​ການພັດທະນາ; ຍຸກນີ້ມີອາຍຸ ໑,໒໐໐ ປີທິບ ທໍ່ກັບ ໔໓໒,໐໐໐ ປີ ຂອງໂລກມະນຸດ ແລະ ຍຸກນີ້ຕັ້ງຕົ້ນແຕ່ວັນທີ ໑໘ ກຸມພາ ກ່ອນພຸທທະສັກກະຣາດ ໒,໖໒໖ ປີ(ບາງເອກະສານວ່າ ໒,໕໕໘ ປີ)ເມື່ອໝົດຍຸກນີ້ແລ້ວ ໂລກຈະເຖິງຄວາມຈິບຫາຍ.

ທີ່ກ່າວມານີ້ ເປັນພຽງສ່ວນນ້ອຍ ຂອງ “ສັກກະຣາດ” ເຊິ່ງໃນໂລກ ແລະ ພາກພື້ນອາຊີຂອງເຮົາຍັງມີອີກຫຼາຍທີ່ບໍ່ໄດ້ກ່າວເຖິງ.....
(ຂອບໃຈທີ່ອ່ານ)

Tuesday, April 13, 2021

ບຸນປີໃໝ່ລາວເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃສ່ເດືອນຈຽງ

ບຸນປີໃໝ່ລາວເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃສ່ເດືອນຈຽງ
ຮີບໂຮມ ແລະ ຂຽນບົດໂດຍ: ຄຳຜ່ອນ ໄຊອຸດົມ

ຫຼາຍຄົນເຂົ້າໃຈວ່າ ມື້ສົງກຣານຕ໌ ຫຼື ປີໃໝ່ລາວ ມີພຽງແຕ່ການຫົດດນ້ຳດຳຫົວ, ຂໍພອນຈາກຜູ້ໃຫຍ່ ແລະ ການຫລິ້ນນ້ຳເທົ່ານັ້ນ ແຕ່ໃນຄວາມເປັນຈິງປະເພນີນີ້ ຍັງມີຄະຕິຂໍ້ຄິດຕ່າງໆ ສອດແຊກໄວ່ຢ່າງຫລວງຫລາຍ ເປັນປະເພນີທີ່ໃຫ້ຄວາມສຳຄັນກັບຄວາມສຳພັນລະຫວ່າງເພື່ອນມະນຸດໃນສັງຄົມ ແລະ ສະທ້ອນໃຫ້ເຫັນເຖິງລັກສະນະຂອງຄວາມເປັນລາວໄດ້ຢ່າງຊັດເຈນ ເຊັ່ນ: ການສະແດງຄວາມກະຕັນຍູ, ຄວາມໂອບອ້ອມອາລີ, ຄວາມເອື້ອອາທອນຕໍ່ມະນຸດ ແລະ ສິ່ງແວດລ້ອມ ໂດຍໃຊ້ “ນ້ຳ” ເປັນສື່ກາງໃນການເຊື່ອມຄວາມສຳພັນລະຫວ່າງກັນ. ຖືວ່າເປັນປະເພນີໜຶ່ງທີ່ເກົ່າແກ່ ທີ່ຄົນລາວທີ່ໄດ້ຍຶດຖື ແລະ ປະຕິບັດສືບທອດກັນມາແຕ່ບູຮານນະການ... ມີຫຼາຍຄົນໄດ້ຕັ້ງຂໍ້ສົງໃສວ່າ ບຸນປີໃໝ່ລາວ ເປັນຫຍັງຕ້ອງຈັດໃນເດືອນເມສາ ຄືບໍ່ຈັດໃນເດືອນຈຽງ ເຊິ່ງເປັນເດືອນທຳອິດຂອງລາວ(ເດືອນທາງຈັນທະຣະຄະຕິ) ຕໍ່ບັນຫານີ້ ຂ້າພະເຈົ້າຂໍສະເໜີຕາມທີ່ໄດ້ຮູ້ມາດັ່ງນີ້:


ຄວາມເປັນມາໂດຍຫຍໍ້:
ບຸນປີໃໝ່ລາວ ເປັນປະເພນີທີ່ສຳຄັນ ແລະ ສືບທອດກັນມາຢ່າງຍາວນານແລ້ວ ໂດຍບໍ່ຮູ້ວ່າເກີດຂຶ້ນແຕ່ປີໃດ; ນັກຄົ້ນຄວ້າ, ນັກປາດອາຈານຫຼາຍທ່ານ ກໍໄດ້ແຕ່ສັນນິດຖານວ່າ ປະເພນີສະຫຼອງປີໃໝ່ລາວນີ້ ອາດສືບທອດມາຈາກປະເພນີດັ້ງເດີມຂອງຊາວອິນເດຍຝ່າຍເໜືອ(ພາກເໜືອ)ເພາະໃນໄລຍະເວລາດັ່ງກ່າວນີ້ ມັນກົງກັບການປ່ຽນລະດູໜາວ ເປັນລະດູໃບໄມ້ປົ່ງ ຫລື ລະດູວັດສັນ ຂອງບ້ານເພິ່ນ ເຊິ່ງຖືວ່າເປັນເວລາທີ່ດີທີ່ສຸດຂອງເຂົາເຈົ້າ ຍ້ອນວ່າ ເປັນໄລຍະທີ່ອາກາດບໍ່ໜາວຫຼາຍ, ເປັນໄລຍະທີ່ຕົ້ນໄມ້ປົ່ງໃບໃຫ້ຄວາມສົດຊື່ນ; ສຳລັບຄົນລາວ ເວລານີ້ ພັດກົງກັບໄລຍະທີ່ຄົນລາວໃນສະໄໝບູຮານວ່າງຈາກການເຮັດໄຮ່,ນາ, ຮົ້ວສວນ ຈຶ່ງຖືວ່າເປັນເວລາເໝາະສົມສຳລັບຄົນລາວທີ່ຈະຈັດງານສະຫລອງປີໃໝຕາມລືກຍາມ ຫຼື ການເລີ່ມຕົ້ນຂອງຣາສີໃໝ່ ໃນຕໍາລາທາງໂຫຣາສາດ ກ່ອນຈະກ້າວສູ່ທຳການ ຜະລິດໃນລະດູຝົນ.

ປະເພນີດັ້ງເດີມຂອງຊາວອິນເດຍທີ່ກ່າວມານີ້ ປັດຈຸບັນຍັງປະກົດໃຫ້ເຫັນການສະຫຼອງທຸກໆປີ ໃນປະເພນີທີ່ຊື່ວ່າ: “ໂຫລີ” ຫຼື “ປະເພນີສາດສີ” ຫຼື “ໂຫລີປຸຣະນິມາ” ແລະ ໄດ້ແພ່ຂະຫຍາຍໄປຍັງປະເທດຕ່າງໆ ທີ່ໄດ້ຮັບອິດທິພົນທາງດ້ານສາສນາ ເຊິ່ງປະເພນີນີ້ ໄດ້ມີການສະຫຼອງຢູ່ຫຼາຍປະເທດເຊັ່ນ: ລາວ, ກຳປູເຈຍ, ພະມ່າ, ຈີນ, ແລະ ໄທ ໂດຍແຕ່ລະປະເທດກໍໄດ້ມີການປັບແຕ່ງວິທີການ ແລະ ຮູບແບບ ໃຫ້ເປັນເອກະລັກສະເພາະຂອງໃຜລາວ; ແຕ່ກໍບໍ່ປາກົດຫຼັກຖານຊັດເຈນວ່າ ປະເທດລາວ ມີປະເພນີສະຫຼອງປີໃໝ່(ສົງກຣານຕ໌) ມາຕັ້ງແຕ່ປີໃດ ແຕ່ໄດ້ຖືເອົາລະວ່າງວັນທີ ໑໓,໑໔,໑໕,໑໖ ເມສາ ຂອງທຸກປີ ເປັນການຈັດສະຫຼອງ;
ປະເພນີການຫຼິ້ນບຸນ "ໂຫລີ ຫຼື ສາດສີ" ຢູ່ອິນເດຍ....ຂອບໃຈຮູບຈາກ: nelle hembry / Shutterstock.com
ປະເພນີການຫຼິ້ນບຸນ "ໂຫລີ ຫຼື ສາດສີ" ຢູ່ອິນເດຍ....ຂອບໃຈຮູບຈາກ: nelle hembry / Shutterstock.com

ໂດຍຫລັກການດ້ານໂຫລາສາດລາວນັ້ນ ທຸກຢ່າງທີ່ບັນຈຸໄວ້ ແມ່ນກ່ຽວກັບລືກ-ຍາມ, ເກນ, ລະດູການ ເປັນສໍາຄັນ ແລະ ໃນໂຫລາສາດລາວນັ້ນໄດ້ກໍານົດຣາສີໄວ້ ໃນ ໑ ປີ ປະກອບມີ ໑໒ ຣາສີ ເຊິ່ງແຕ່ລະຣາສີນັ້ນ ອາດນອນໃນເດືອນດຽວ ຫຼື ຄວບເດືອນ (ທາງສຸຣິຍະຄະຕິ-ເດືອນສາກົນ). ສຳລັບ ປີໃໝ່ລາວ ແມ່ນຈັດຂຶ້ນກົງກັບການປ່ຽນຣາສີ ຈາກຣາສີມິນ (ຣາສີ ທີ ໑໒) ເປັນລາສີເມສ(ຣາສີ ທໍາອິດ(໑) ຣາສີເລີ່ມຕົ້ນຂອງປີ) ເຊິ່ງເປັນໄລຍະທີ່ດວງອາທິດຕັ້ງຢູ່ 0(ສູນ)ອົງສາພໍດີ; ດ້ວຍເຫດນີ້ ການສະຫຼອງປີໃໝ່ຂອງລາວນັ້ນ ນອກຈາກໄດ້ອິດທິພົນມາຈາກປະເພນີສະຫຼອງ ໂຫລີ ຫຼື ບຸນສາດສີ (

Holi Festival ສົງການອິນເດຍ ເທດສະການແຫ່ງສີສັນ)

ແລ້ວ

ແມ່ນຍັງອີງໃສ່ການປ່ຽນ "

ຣາສີ

" ຈາກຣາສີສຸດທ້າຍຂອງປີເກົ່າ ກ້າວສູ່ "ຣາສີ" ທຳອິດຂອງປີໃໝ່ 

ເຊິ່ງມັນ

ບໍ່ໄດ້ມີສ່ວນກ່ຽວພັນໂດຍກົງກັບການປ່ຽນແປງ ພ.ສ, ຄ.ສ, ຈ.ສ ແລະ ມ.ສ ເລີຍ ແຕ່ມັນພົວພັນກັນໂດຍອ້ອມ ຍ້ອນມັນຕິດພັນກັນທາງດ້ານຄວາມເຊື່ອ, ພິທີກຳ ແລະ ປະເພນີທີ່ສືບທອດກັນມາ.

ຣາສີ,ສັນຍາລັກ ແລະ ວັນທີຄວບຄຸມຂອງຣາສີ (ໂດຍປະມານ)
(໑)ຣາສີເມສ ແກະ ໑໙ ເມສາ - ໑໓ ພຶດສະພາ
(໒)ຣາສີພຶດສະພາ ງົວ ໑໔ ພຶດສະພາ - ໒໑ ມິຖຸນາ
(໓)ຣາສີມິຖຸນາ ຄົນຄູ່ ໒໒ ມິຖຸນາ - ໒໐ ກໍລະກົດ
(໔)ຣາສີກໍລະກົດ ກະປູ ໒໑ ກໍລະກົດ- ໑໐ ສິງຫາ
(໕)ຣາສີສິງ ສິງໂຕ ໑໑ ສິງຫາ -໑໖ ກັນຍາ
(໖)ຣາສີກັນ ຜູ້ສາວ ໑໗ ກັນຍາ - ໓໐ ຕຸລາ
(໗)ຣາສີຕຸລ ຄັນຊັ່ງ ຕູລາ - ໒໓ ພະຈິກ
(໘)ຣາສີພິຈິກ ແມງເງົາ ໒໔ ພະຈິກ - ໑໗ ທັນວາ
(໙)ຣາສີທະນູ ຄົນຍິງທະນູ ໑໘ ທັນວາ - ໑໙ ມັງກອນ
(໑໐)ຣາສີມັງກອນ ແພະທະເລ ໒໐ ມັງກອນ - ໑໖ ກຸມພາ
(໑໑)ຣາສີກຸມ ຄົນແບກໝໍ້ນໍ້າ ໑໗ ກຸມພາ - ໑໑ ມີນາ
(໑໒)ຣາສີມິນ ປາ ໑໒ ມີນາ - ໑໘ ເມສາ....


ຂໍ້ມູນເພີ່ມເຕີມກ່ຽວກັບ:
ບຸນປີໃໝ່ລາວ ແລະHoli Festival ສົງການອິນເດຍ ເທດສະການແຫ່ງສີສັນ

ເຊື່ອກັນວ່າ ປະເພນີການຈັດບຸນສົງການ ຫຼື ບຸນປີໃໝ່ລາວນີ້ ແມ່ນການໄດ້ຮັບອິດທິພົນມາຈາກ ຄວາມເຊື່ອ ຜ່ານວິທີກຳຂອງພາມ-ຮິນດູ. ປະເພນີການຈັດສະຫຼອງເທສະການທີ່ເອີ້ນວ່າ:“ໂຫລີປຸຣະນິມາ” ນັ້ນ ກົງກັບມື້ຂຶ້ນ ໑໕ ຄໍ່າ ເດືອນ ໔ ຫລື ໃນລະວ່າງເດືອນມີນາ ຂອງທຸກປີ ເຊິ່ງເປັນວັນທີ່ຊາວຮິນດູ ຈະນຳເອົາສິ່ງຂອງທີ່ສົກກະປົກທັງຫຼາຍອອກຈາກບ້ານເຮືອນ ແລ້ວເອົາໄປຮວມກັນໄວ້ໃນສະຖານທີ່ແຫ່ງ ໃດແຫ່ງໜຶ່ງ ກ່ອນຈະຈູດເຜົາຖິ້ມ

ເຊິ່ງໃນລະຫວ່າງທີ່ຈູດເຜົາສິ່ງຂອງເລົ່ານັ້ນ ພວກເຂົາກໍຈະຮ້ອງເພງ ພື້ນບ້ານທີ່ມີຊື່ວ່າ: “ໂຫລີ” ຈາກນັ້ນ ໃນເຊົ້າມື້ຕໍ່ມາ ເຊິ່ງເປັນມື້ແຮມ ໑ ຄໍ່າ ເດືອນ ໔ ທີ່ພວກເຂົາ ເອີ້ນວ່າ: “ວັນໂຫລີ ຫຼື ໂຫລາ ຫຼື ຜະຄຸວາ” ອັນເປັນວັນສະເຫຼີມສະຫຼອງດ້ວຍການ “ສາດສີ” (ສາດ ນ້ຳສີໃສ່ກັນ) ເຊິ່ງເຊື່ອກັນວ່າ ເປັນການປັດເປົ່າໂຣຄາພະຍາດອອກຈາກຮ່າງກາຍໃຫ້ໝົດສິ້ນ.
ຂອບໃຈຮູບຈາກ: Iakov Filimonov / Shutterstock.com

ດັ່ງນັ້ນ “ໂຫລີ” ຈຶ່ງຖືວ່າເປັນວັນປີໃໝ່ ແລະ ຖືເປັນວັນທີ່ສຳຄັນຂອງ “ວັນນະສູດ” ຫຼື ຊົນ ຊັ້ນຜູ້ໃຊ້ແຮງງານຂອງຊາວອິນເດຍ ທີ່ມີການສະເຫຼີມສະຫຼອງຢ່າງສະໜຸກສະໜານ (ວັນນະອື່ນກໍມາ ຮ່ວມສະຫຼອງນຳໄດ້ - ອິນເດຍມີ ໔ ວັນນະ ຫຼື ໔ ຊັ້ນຄົນ).
ນອກຈາກນັ້ນແລ້ວ “ໂຫລີ” ຍັງຖືເປັນສັນຍາລັກແຫ່ງການສິ້ນສຸດຂອງລະດູໜາວ ກ້າວສູ່ລະດູ ໃບໄມ້ປົ່ງ, ການສະເຫຼີມສະຫຼອງ“ໂຫລີ” ນັ້ນ ຈະດຳເນີນໄປພຽງ ໒ ວັນ ຄືມື້ຂຶ້ນ ໑໕ ຄໍ່າ ແລະ ມື້ ແຮມ ໑ ຄໍ່າ ເດືອນ ໔ ເທົ່ານັ້ນ ເຊິ່ງກ່ອນຈະເຖິງງານດັ່ງກ່າວ ໜຸ່ມໆ ສາວໆ ບາງບ່ອນກໍຈະເລີ່ມ ຫຼິ້ນສາດສີໃສ່ກັນລ່ວງໜ້າເປັນອາທິດກໍມີ ເຫັນວ່າ ບໍ່ໄດ້ແຕກຕ່າງຈາກເຂດຊົນນະບົດຂອງບ້ານເຮົາ ທີ່ນິຍົມສະຫຼອງປີໃໝ່ຫຼາຍໆວັນ.
ທ່ານຜູ້ຮູ້ ຊ່ອຍແນະນຳອີກແດ່ເດີ້.....ທ່ານສາມາດຂຽນຄຳຄິດເຫັນຂອງທ່ານໄດ້ໃນຊ່ອງປະກອບຄຳເຫັນດ້ານລຸ່ມ ຫຼື ຊ່ອຍແຊຣ໌ແດ່ກໍຈະເປັນພະຄຸນ ເພາະລູກຫຼານຫຼຸ່ນໃໝ່ ໃຫຍ່ລຸນອາດບໍ່ຮູ້ເລື່ອງນີ້ກໍເປັນໄດ້....
.....ຂອບໃຈທີ່ອ່ານ.....