Thursday, April 15, 2021

ທຳຄວາມເຂົ້າໃຈກັບຄຳວ່າ ສັງກາດ ຫຼື ສັກຣາຊ

ທຳຄວາມເຂົ້າໃຈກັບຄຳວ່າ: “ສັງກາດ ຫຼື ສັກຣາຊ”
“ສັກ​ຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;
“ພຸທສັກຣາຊ” (ພຸດທະສັກກະຣາດ) ຕັ້ງຂຶ້ນແຕ່ມື້ທີ່ພຣະພຸທເຈົ້າ(ພຣະໂຄຕະມະ)ນິບພານ(ມື້ ໑໕ ຄໍ່າ ເດືອນຫົກ)ເປັນສັກຣາຊປະຈຳຂອງບຸກຄົນທີ່ນັບຖືສາສນາພຸດ ໃຊ້​ອັກສອນ​ຫຍໍ້ “ພ.ສ”.

“ຄຣິຕສັກຣາຊ” (ຄຣິດຕະສັກກະຣາດ)ນັບແຕ່ວັນພຣະເຈົ້າເຍຊູເກີດ, ເຊິ່ງເປັນສັກຣາດປະຈໍາຂອງບຸກຄົນທີ່ນັບຖືສາສນາພຣະເຍຊູ ຫລື ສາສນາຄຣິຕ. ຄ​ຣິ​ສ​ຕ​ະສັກ​ກະຣາຊ ເກີດຂຶ້ນ​ຫຼັງ​ພຸ​ທທະ​ສັກ​ກະ ຣາຊ ໕໔໓ ປີ ໃຊ້​ອັກສອນ​ຫຍໍ້ “ຄ.ສ” ນິຍົມ​ໃຊ້​ກັບເອກະສານທາງການ, ​ພາສາ​ຕ່າງ​ປະເທດ ໂດຍສະເພາະ​ແມ່ນ​ພາສາ​ຂອງປະເທດ​ຕາເວັນ​ຕົກ, ແຕ່ໃນ​ຫນັງສື​​ບູຮານ​ລາວບໍ່​ປາກົດ​ເຫັນການ​ໃຊ້​ສັກກະ​ຣາດ​ນີ້​ມາກ່ອນ.

“ຈຸລສັກຣາຊ” (ຈຸນລະສັກກະຣາດ) ແປວ່າ ສັກກະຣາດນ້ອຍ ສັກກະຣາດນີ້ຕັດອອກມາຈາກ ສັກກະຣາດກະລີຍຸກ ຫລື ອາຍຸແຫ່ງກະລີຍຸກ. ຈຸລສັກກະຣາດ ນີ້ ຕັ້ງຂຶ້ນໂດຍພຣະສັງຄະຣາດອົງໜຶ່ງຊື່ວ່າ “ບຸພະໂສຣະຫັນ”(ບຸບພະ ໂສລະຫັນ ບາງເອກະສານ ຂຽນວ່າ ບຸຕຸ ໂສຣະຫັນ)ແຫ່ງປະເທດພູກາມ(ປະເທດພະມ້າ ຫຼື ມຽນມ້າ ປັດຈຸບັນ) ເຊິ່ງໄດ້ລາສິກອອກຈາກວັດ ມາຍາດຊິງລາຊະສົມບັດໄດ້ສຳເລັດ ແລ້ວແຕ່ງຕັ້ງຕົນເອງເປັນເຈົ້າຊີວິດ ຫຼື ກະສັດ ​ລຳ​ດັບ​ທີ່ ໑໙ ໃນ​ຣາດຊະວົງ​ແຫ່ງ​ປະເທດ​ພູກາມ ຫຼື ມຽນມ້າ ປັດຈຸບັນ.

ຈຸນລະ​ສັກ​ກະຣາດ​ ໄດ້​ແພ່່​ເຂົ້າ​ມາ​ ແລະ ເລີ່ມໃຊ້ປະເທດລາວ ເຮົານັ້ນ ຄາດວ່າ ຢູ່ລະຫວ່າງ ປີ ພ.ສ.໒໑໑໐-໒໑໓໐ ໂດຍໃຊ້​ອັກສອນ​ຫຍໍ້ວ່າ “ຈ.ສ” ໄດ້ເກີດຫຼັງ​ພຸ​ທະ​ສັກກະ​ຣາຊ ໑,໑໘໑ ປີ ແລະ ຈຸນລະສັກຣາດ ນີ້ ນິຍົມໃຊ້ເປັນເກນທາງໂຫຣາສາດ.
“ມະຫາສັກຣາຊ” ແປວ່າສັກກະຣາດໃຫຍ່; ມະຫາສັກກະຣາດນີ້ ຕັດມາຈາກສັກຣາດກະລີຍຸກ ຄືກັບຈຸນລະສັກກະຣາດ ແຕ່ຕັດມາກ່ອນຈຸນລະສັກກະຣາດ ຄືຕັດເມື່ອອາຍຸກະລີຍຸກໄດ້ ໓,໑໘໐ ໂດຍກະສັດສັກກາຍະອົງນຶ່ງ ທີ່ມີນາມວ່າ ສະລີວາຫະນ໌ ເປັນຜູ່ຕັ້ງຂຶ້ນ ແລະ ໃຊ້ເປັນເກນໂຫຣາສາດດັ່ງດຽວກັນກັບຈຸນລະສັກກະລາດ.

ມະຫາ​ສັກກະ​ຣາດ ຄື ສັກກະ​ຣາດ​ຂອງ​ພະ​ມະຫາ​ກະສັດ​ຜູ້​ຢິ່ງ​ໃຫຍ່ ເຊິ່ງສັນ​ນິດ​ຖານ​ວ່າ ​ເລີ່ມ​ນັບ​ສັກ​ກະຣາດ​ ເມື່ອ​ພະ​ເຈົ້າ​ສາ​ລິ​ວາ​ຫະ ແຫ່ງ​ຣາດຊະວົງ​​ຂອງ​ປະເທດ​ອິນ​ເດຍ ຊົງ​ມີ​ໄຊ​ຕໍ່​ອະ​ຣິ​ຣາດ​ສັດຕູ ເກີດ​ຂຶ້ນ​ຫຼັງ​ພຸ​ທທະສັກ​ກະຣາດ ໖໒໑ ປີ ໂດຍໃຊ້​ອັກສອນ​ຫຍໍ້ “ມ.ສ.” ເປັນ​ສັກກະ​ຣາດ​ທີ່​ແພ່​ເຂົ້າ​ມາ​ໃນ​ປະ ເທດລາວ, ກຳພູຊາ, ​ໄທ ​ກ່ອນ​ສັກ​ກະຣາດ​ອື່ນໆ ແລະ ​ນິຍົມ​ໃຊ້​ໃນ​ການ​ຈາ​ຣຶກ​ຫນັງສື​​ບູຮານ...
“ກະລີ​ຍຸກ​” ເປັນຊື່ຍຸກສຸດທ້າຍແຫ່ງຍຸກທັງ ໔ ຫຼື “ຈະຕຸນະຍຸກ” ຕາມ​ຄະ​ຕິ​ຂອງພຣາ​ມ ແລະ ເປັນຍຸກທີ່ໂຫດຮ້າຍທີ່ສຸດ, ເປັນ​ຍຸກ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ທີ່​ຍັງ​ປ່າ​ເຖື່ອນ ​ຫລື​ ດ້ອຍ​ການພັດທະນາ; ຍຸກນີ້ມີອາຍຸ ໑,໒໐໐ ປີທິບ ທໍ່ກັບ ໔໓໒,໐໐໐ ປີ ຂອງໂລກມະນຸດ ແລະ ຍຸກນີ້ຕັ້ງຕົ້ນແຕ່ວັນທີ ໑໘ ກຸມພາ ກ່ອນພຸທທະສັກກະຣາດ ໒,໖໒໖ ປີ(ບາງເອກະສານວ່າ ໒,໕໕໘ ປີ)ເມື່ອໝົດຍຸກນີ້ແລ້ວ ໂລກຈະເຖິງຄວາມຈິບຫາຍ.

ທີ່ກ່າວມານີ້ ເປັນພຽງສ່ວນນ້ອຍ ຂອງ “ສັກກະຣາດ” ເຊິ່ງໃນໂລກ ແລະ ພາກພື້ນອາຊີຂອງເຮົາຍັງມີອີກຫຼາຍທີ່ບໍ່ໄດ້ກ່າວເຖິງ.....
(ຂອບໃຈທີ່ອ່ານ)

No comments:

Post a Comment