Thursday, May 14, 2015

ເຮົານີ້ເຫັນແກ່ໂຕແທ້ບໍ່ຫວາ....

.......ມັນຕັ້ງກ່ຽວກັບຂ້ອຍນີ້ລະ ເພາະນີ້ມັນຄືຂ້ອຍເອງ.....
ຈຸດສູງສຸດຂອງຄ້ອຍ 9 ກິໂລ ທາງລັດກາສີ-ເມືອງນານ
ຂ້ອຍພະຍາຍາມເປີດໃຈໃຫ້ກ້ວ້າງ, ພະຍາຍາມຫລຸດຜ່ອນທິດຖິ, ພະຍາຍາມຫລຸດຜ່ອນການຊອກຫາຄວາມດີທີ່ມີແຕ່ ຕົນເອງ ໂດຍລືມຄົນອ້ອມຂ້າງ.....ຂ້ອຍເຄີຍຖາມຕົນເອງວ່າ: "ນິດໄສເຫັນແກ່ໂຕແບບນີ້ມັນເກີດຂຶ້ນໄດ້ແນວໃດ ?  "

ຂ້ອຍໄດ້ອ່ານ ກັນລະຍານະມິຕຣາ ກ່ຽວກັບນິດໄສ ເພິ່ນວ່າ: ນິດໄສແບບນີ້ ມັນເກີດຂຶ້ນທັງໃນໂຕ ແລະ ນອກໂຕ ຂອງ ເຮົາເອງນີ້ລະ ກ່າວຄື ການເກີດຂຶ້ນໃນໂຕນັ້ນ ແມ່ນ ເພາະໂຕເຮົາເອງອາດມີຄວາມທະເຍີທະຍານ, ມີຄວາມຢາກ ເປັນໜຶ່ງ ຢາກສະແດງອະນຸພາບໃຫ້ຄົນອື່ນເຫັນວ່າ "ເຮົາ" ມີຄວາມສາມາດ ກ້າເຮັດກ້າທຳ ຫລື ກ້າສະແດງອອກ ທີ່ສຸດກໍກາຍ ເປັນນິດໄສ ແລ້ວ ສຸດທ້າຍກໍກາຍເປັນ "ສັນດານ" ຈົນຍາກທີ່ຈະແກ້ໄຂ ເປັນໄມ້ແກ່ກາຍເບັດ ເຮັດທຸກ ຢ່າງ ເພື່ອຈະ ໃຫ້ຕົນເອງເປັນພະເອກໄດ້ຕະລອດການ ໂດຍລືມຄິດໄປວ່າ ບາງຢ່າງ ຫລື ລາຍຢ່າງມັນໄດ້ສ້າງຄວາມ ເດືອດຮ້ອນ ໃຫ້ແກ່ຄົນອື່ນ....
(ປ່າຕົ້ນງິ້ວແດງ ທີ່ດອນຊາວ ເມືອງຕົ້ນເຜິ້ງ )
ສ່ວນສາເຫດທີ່ເກີດຈາກສະພາບແວດລ້ອມນັ້ນ ມັນຄົງບໍ່ຕ່າງຈາກຄຳທີ່ວ່າ: " ຕົກໝູ້ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ " ເຊິ່ງອາດມີສາເຫດມາຈາກການແກ້ງແຍ້ງແຍ່ງຊິງ ສິ່ງເລົ່ານີ້ມັນຄົງສະສົມມານານ ແລະ ຄົງຍັງຈະສືບຕໍ່ໄປອີກດົນ ໂດຍທີ່ ຕົນເອງບໍ່ຮູ້ວ່າ ເຮົາເປັນຄົນເຫັນແກ່ໂຕ ແລະ ມີຄວາມຫວາດລະແວງທີ່ຢ້ານຄູ່ແຂ່ງຍາດຊິງໄປ ໃນທີ່ສຸດ ກໍຕ້ອງກ້າວສູ່ ການຊື້ຈ້າງໃຫ້ຄົນອ້ອມຂ້າງມາເອົາໃຈຕົນເອງດ້ວຍວັດຖຸສິ່ງຂອງ ເຊິ່ງເຮົາເອງອາດລືມຄິດໄປວ່າ ຄວາມເຫັນແກ່ໂຕ ແບບນີ້ ເມື່ອວັດຖຸຫົດຫາຍ ຄົນອ້ອມຂ້າງກໍຄົງຈະພະຍາຍາມຈະຫາຍໄປໄດ້ຄືກັນ...ເພີ່ນວ່າໃຜທີ່ເປັນແບບນີ້ໃຫ້ຮີບຮ້ອນປ່ຽນແປງ ປັງປຸງຕົນເອງ ກ່ອນທີ່ຈະບໍລິຫານຄົນໄປທາງຜິດໆ ແລະ ບໍລິຫານເງິນຄຳໄປທາງທີ່ຜິດ ຈົນກ້າວສູ່ຄວາມຫລົ້ມຈົມ..... ....ເວນກຳຂ້ອຍນໍ້ບາດນີ້....
(ຂອບໃຈທີ່ອ່ານ ແລະ ຕິດຕາມ)