Saturday, September 3, 2016

ໝາຈອກຫາງກຸດ

ແມ່ຕູ້ເລົ່າວ່າ:
ແຕ່ກີ້ແຕ່ກ່ອນ ມີໝາຈອກຝຸງໜຶ່ງ ທີ່ມັກມາລັກກິນສັດລ້ຽງຂອງຊາວບ້ານ...ໃນນັ້ນ ມີໝາຈອກໂຕໜຶ່ງ ທີ່ບໍ່ມັກຟັງຕຳເຕືອນຂອງຫົວໜ້າຝຸງ...ມັນເຊື່ອແຕ່ວ່າ ມັນມີ ຄວາມແຂງແຮງ, ວ່ອງໄວ ແລະ ມັກຍ້ອງ....ມີມື້ນຶ່ງ ໃນເວລາ ທີ່ໝາທັງຝຸງ ອອກ ມານອນຕາກແດດໄຈ້ຂົນຢູ່ນັ້ນ ມັນກໍອົດທີ່ຈະຍ້ອງຕົນເອງບໍ່ໄດ້ວ່າ: ພວກເຮົານີ້ ຊ່າງມີຂົນທີ່ສວຍງາມແທ້ໆ ໂດຍສະເພາະຂົນຫາງຂອງຂ້າພະເຈົ້າ.... ຊ່າງງາມ ແທ້ງາມວ່າ ດັ່ງນັ້ນ ຂໍໃຫ້ທຸກໂຕໃນຝຸງຈົ່ງພະຍາຍາມຮັກສາຫາງຂອງຕົນເອງ ເອົາໄວ້ ເພື່ອເສີມສົ່ງປາລະມີ....
ຢູ່ມາວັນໜຶ່ງ...ໝາຈອກໂຕດັ່ງກ່າວ ໄດ້ລັກອອກໄປຊອກຫາກິນ ແລ້ວບັງເອີນໄປ ຖືກກັບດັກທີ່ຊາວບ້ານຫ້າງໄວ້ ເຮັດໃຫ້ມັນຫາງຂາດ...ເພື່ອເປັນການແກ້ໜ້າ ມື້ຕໍ່ມາ ໝາຈອກໂຕດັ່ງກ່າວກໍມາອວດໂຕກັບຝຸງວ່າ:
ບັນດາເພື່ອນສະຫາຍ...ຂ້າຫາກໍຄິດໄດ້ວ່າ ການມີຫາງທີ່ເປັນພວງຍາວນັ້ນ ມັນຊ່າງ ເກະກະ ແລະ ຮັກສາຍາກເອົາແທ້ໆ ດັ່ງນັ້ນຂ້າຈຶ່ງໄດ້ຕັດຫາງຖິ້ມ ດ້ວຍເຫດນີ້ ມັນ ຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມສະຫງ່າງາມກ່ວາແຕ່ກ່ອນອີກຫລາຍເທົ່າ...
ໄດ້ຟັງແລ້ວ ເພື່ອນໆຂອງໝາຈອກຕົວນັ້ນ ກໍຄ້ອຍຕາມ ແລະ ມີທ່າທາງຈະທຳຕາມ ແຕ່ເວລານັ້ນ ຍັງມີໝາຈອກໂຕໜຶ່ງທີ່ຄອຍເຝົ້າເບິ່ງສະຖານະການຢູ່ ກໍເວົ້າວ່າ: 
ຮູບຈາກອິນເຕີເນັທ
ມື້ວານນີ້ ທ່ານບອກວ່າ ພວງຫາງຂອງພວກເຮົານັ້ນສວຍງາມ ແລະ ມີຄ່າກ່ວາສິ່ງ ໃດໆ ເຊິ່ງພວກເຮົາຄວນພາກພູມໃຈກັບສິ່ງທີ່ເຮົາມີ ແລະ ຂ້າພະເຈົ້າເຫັນວ່າ ການ ເປັນໝາຈອກຫາງກຸດນັ້ນ ບໍ່ເຫັນວ່າຈະມີອັນໃດວິເສດ... ທ່ານຢ່າພະຍາ ຍາມມາ ຫລອກພວກເຮົາດີກ່ວາ....ເວລານັ້ນ ໝາຈອກຫາງກຸດ ຮູ້ສຶກອັບອາຍເປັນຢ່າງຍິ່ງ ເຊິ່ງເປັນເວລາດຽວກັນ ກັບໝາຈອກໂຕອື່ນໆ ພາກັນເມີນໜ້າ ແລະ ຍ່າງໜີໄປ....
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ:........

(ຂອບໃຈທີ່ອ່ານ)