Friday, July 2, 2021

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ
ໄລຍະລະດູຝົນ ຫຼາຍປີຜ່ານມາແລ້ວ ​ຢູ່ໃນ​ໂລກ​ອອນ​ໄລ​ນ໌ ຈະພົບເຫັນ​ຢ່າງ​ຫລາຍ ສຳລັບເລື່ອງລາວທີ່ກ່ຽວພັນກັບຄຳວ່າ: “ຫວ້ານ​ຈັກ​ຈັ່ນ” ທີ່​ມີ​ລັກສະນະ​ເໝືອນ​ຊາກ​ຈັກ​ຈັ່ນ​ທີ່​ຕາຍ​ແລ້ວ ແລະ ​ມີ​ເໝືອນ​ຕົ້ນ​ໄມ້​ຕົ້ນ​ນ້ອຍ​ໆ ໂພ່​ອອກ​ມາ​ຈາກ​ຫົວ​ຂອງ​ຈັກ​ຈັ່ນ ພົ້ນພື້ນດິນຂຶ້ນມາ ເຊິ່ງຫຼາຍຄົນເຊື່ອ​ວ່າ “​ຫວ້ານ​ຈັກ​ຈັ່ນ” ​ເປັນ “ພືດ​ມຸງ​ຄຸນ” ທີ່ຊາວ​ບ້ານບາງຄົນ​ມັກ​ເກັບ​ໄວ້​ບູຊາ​ເພື່ອ​ຄວາມ​ຈະເລີນ​ກ້າວ​ໜ້າ​ທາງ​ຫນ້າທີ່​ການ​ງານ ແລະ​ ລ້ຳລວຍ​ມີ​ເງີນ​ ມີ​ຄຳໃຊ້ ບໍ່ຂາດແຄນ ນອກນີ້ແລ້ວ ບາງຄົນກໍແນະນຳກັນວ່າ: ຫວ້ານ​ຈັກ​ຈັ່ນ​ ເມື່ອເອົາໄປ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ເປັນປະຈຳ​ຈະ​ຊ່ວຍ​ບັນ​ເທົາ​ໂລກ​ໄພ​ໄຂ້​ເຈັບ​ໄດ້​ສາລະພັດ...
ແຕ່​​ທີ່​ຈິງ​ແລ້ວ “ຫວ້ານຈັກຈັ່ນ” ທີ່​ຊາວ​ບ້ານ​ນຳ​ມາ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ນັ້ນ ຂໍບອກວ່າ ມັນເປັນພຽງ​ຊາກ​ຂອງ​ຈັກ​ຈັ່ນ​ທີ່​ຕິດ​ເຊື້ອ​ຣາ​ຊະນິດໜຶ່ງ(ເຊື້ອຣາແມງໄມ້) ທີ່​ມີ​ຢູ່ໃນ​ທຳມະຊາດ ບໍ່​ແມ່ນ​ຫວ້ານ​ ຫລື ​ພືດ ເຊິ່ງມັນ​ມີ​ຕົ້ນຊີ້ຂຶ້ນມາ ແຕ່ມັນແມ່ນເຊື້ອຣາ​ຄ້າຍຄື​ເຫັດ​ ເຊິ່ງມີ​ຫົວເປັນຊາກຈັກຈັ່ນຢູ່​ໃຕ້​ດິນ,​ ຫວ້ານ​ຈັກ​ຈັ່ນ​ຈະ​ພົບ​ຫລາຍ​ໃນ​ໄລຍະ​ລະດູ​ຝົນ ເນື່ອງ​ຈາກ​ເປັນ​ໄລຍະ​ທີ່​ພື້ນດິນມີ​ຄວາມ​ຊຸ່ມສູງ ຈຶ່ງເຮັດໃຫ້ເຊື້ອຣາຊະນິດນີ້ຂະຫຍາຍຕົວ ສ້າງສະປໍເພື່ອສືບພັນ.

ເມື່ອ​ຈັກ​ຈັ່ນ​ຕົວ​ອ່ອນ​ທີ່​ກຳ​ລັງ​ຈະໂຜ່ຂຶ້ນ​ຈາກ​ດິນເພື່ອ​ລອກ​ຄາບນັ້ນ(ໄຂ່ ແລະ ຕົວອ່ອນຈັກຈັ່ນຈະຢູ່ໃນດິນ) ຈັກ​ຈັ່ນ​ບາງໂຕຈະ​ອ່ອນແອ ຈຶ່ງ​ມີ​ໂອ​ກາດ​ຕິດ​ເຊື້ອ​ຣາ​ໄດ້​ງ່າຍ ​ແລະ ຈະ​ຕາຍ​ໃນ​ທີ່ສຸດ. ເຊື້ອ​ຣາ​ທີ່ມີຢູ່ໃນຮ່າງຂອງຈັກຈັ່ນທີ່ຕາຍໄປແລ້ວນັ້ນກໍ​​ຈະ ຈະເລີນ​ເຕີບໂຕຢູ່​ໃນ​ຊາກ​ຂອງຈັກ​ຈັ່ນ ແລະ ​ແທງ​ເສັ້ນ​ໃຍ​ອອກ​ມານ​ອກ​ຕົວ​ຂອງຊາກຈັກ​ຈັ່ນເພື່ອ​ຈະເລີນເຕີບໂຕເປັນ​ໂຄງ​ສ້າງ​ສຳລັບການ​ສືບ​ພັນ ເຮັດໃຫ້​ເບິ່ງ​ເໝືອນ​ມີ​ຮາກ ຫລື​ ງ່າ​ອອກ​ມາ​ຈາກ​ຕົວ​ຈັກ​ຈັ່ນ; ເຊື້ອ​ຣາ​ຊະນິດນີ້​ ມີ​ໂອ​ກາດ​ເກີດ​ຂຶ້ນ​ໄດ້​ກັບ​ແມງໄມ້​ຊະນິດ​ຕ່າງໆເຊັ່ນ: ມົດ, ແມງ​ມຸມ, ຕໍ່, ດ້ວງ ແລະ ​ໜອນ ເປັນ​ຕົ້ນ.

ເມື່ອ 2 ປີກ່ອນ ມີລາຍງານຜູ້ເຈັບປ່ວຍຮຸນແຮງ 2 ຄົນ(ແມ່ລູກ)ຢູ່ພາກອິສານ ຍ້ອນນຳເອົາ “ຫວ້າຍຈັກຈັ່ນ” ໄປຂົ້ວກິນ ແລະ ເມື່ອປີ 7 ປີກ່ອນນີ້ ກໍມີ 9 ຄົນ ຕ້ອງເຂົ້າຮັກສາໂຕ(ຫ້ອງສຸກເສີນ) ຍ້ອນກິນ “ຫວ້ານຈັກຈັ່ນ” (ຂົ້ວກິນແກ້ມເຫຼົ້າ). ອາການທີ່ປະກົດໃນໂຕຂອງຜູ້ທີ່ກິນ “ຫວ້ານຈັກຈັ່ນ” ນັ້ນ ມີອາການ ປວດຮາກ, ຮາກ, ຖອກທ້ອງ, ຊຶມ, ຫົວໃຈສັ່ນ, ກ້າມຊິ້ນກະຕຸກ, ອ່ອນແຮງ, ວິນຫົວ ເປັນຕົ້ນ ເຊິ່ງອາການເລົ່ານີ້ແມ່ນ ມີສາເຫດມາຈາກ “ອາຫານເປັນພິດ” ຍ້ອນ ເຊື້ອຣາ ທີ່ມີຢູ່ໃນຊາກຂອງຈັກຈັ່ນນັ້ນ ເຊິ່ງມັນຝັງຢູ່ໃນດິນດົນ ແລະ ຍັງອາດໄດ້ຮັບການດູດຊຶມສານເຄມີ ທີ່ມີຢູ່ໃນດິນນັ້ນດື່ມອີກ ເຮັດໃຫ້ຫວ້ານຈັກຈັ່ນ ຍິ່ງເພີ່ມພິດທີ່ຮ້າຍແຮງກ່ວາເກົ່າ ເຊິ່ງເຮົາບໍ່ຄວນນຳມາບໍລິໂພກ ຫຼື ສຳພັດ ເພາະພິດນັ້ນ ອາດມີຄວາມຮຸນແຮງເຖິງຂັ້ນເຮັດໃຫ້ເຮົາເສຍຊີວິດໄດ້(ຂໍ້ມູນຈາກ: https://www.sanook.com/news/7791894/ )
ປັດຈຸບັນ ພວກເຮົາຍັງປາກົດເຫັນການ "ອ້າງສັບພະຄຸນ" ຂອງ ຫວ້ານຈັກກະຈັ່ນ ຜ່ານສື່ອອນໄລນ໌ຢ່າງຫຼວງຫລາຍ ເປັນຕົ້ນຢູ່ໃນ Facebook  &  TikTok ແລະ ​ຍັງມີ​ຊາວ​ບ້ານ​ອອກໄປ​ຊອກ​ຫາ​ຂຸດເອົາມາ ນຳ​ໄປ​ເປັນ​ເຄື່ອງ​​ບູຊາ ເພື່ອຫວັງໂຊກລາບ ແລະ​ ມີ​ການ​ຈຳ​ໜ່າຍ​ ເຊິ່ງ​ຕັ້ງ​ແຕ່​ລາ​ຄາ 50.000-100.00 ກີບ/ຄູ່ ຫຼື ອາດແພງກ່ວານີ້ກໍມີ ຫາກນຳເອົາໄປໃຫ້ຄູບາອາຈານສູດລົງຄາຖາອາຄົມ ເຊິ່ງກຳ​ລັງ​ເປັນ​ທີ່​ນິຍົມ ແລະ ​ເວົ້າ​ເຖິງ​ຢູ່ໃນ​ໂລກ​ອອນ​ໄລ​ນ໌​ຢ່າງ​ຫລາຍ.
ຂອບໃຈທີ່ອ່ານ
.....ຈົ່ງເຊື່ອໃນສິ່ງທີ່ເຊື່ອເດີ້ພີ່ນ້ອງ....

No comments:

Post a Comment