Thursday, September 30, 2021

ໄມໂຄຣໂຟນຄອນເດນເຊີ Condenser ແລະ ໄມໂຄຣໂຟນໄດນາມິກ Dynamic ຕ່າງກັນບໍ່ ?

ໄມໂຄຣໂຟນຄອນເດນເຊີ Condenser ແລະ ໄມໂຄຣໂຟນໄດນາມິກ Dynamic ຕ່າງກັນບໍ່ ?
ເຮົາຈະຊື້ໄມແບບໃດມາໃຊ້ຈຶ່ງຄັກ ?
(ສັງລວມຈາກປະສົບການ ຢູ່ກັບໄມຄ໌ມາ 36 ປີ)
----------------------------------------------------------
ໄມ​ໂຄຣ​ໂຟນ​ເປັນ​ສື່​ນຳ​ສຽງ ​ດັ່ງ​ນັ້ນ ​ການ​ເລືອກ​ໃຊ້​ໄມ​ໂຄຣ​ໂຟນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຮູ້​ວ່າ​ໄມ​ໂຄຣ​ໂຟນ​ປະ​ເພດ​ໃດ​ເໝາະ​ກັບ​ການ​ໃຊ້​ງານ​ແບບ​ໃດ? ມື້ນີ້ຈະ​ແນະນຳ​ຮູ້​ຈັກ​ກັບ​ໄມ​ໂຄຣ​ໂຟນ​ 2 ​ປະ​ເພດ​ ຄື​: ໄມ​ຄ໌​ຄອນ​ເດນ​ເຊີ Condenser ​ແລະ ​ໄມ​ຄ໌ໄດ​ນາ​ມິກ Dynamic ​ທີ່​ພົບເຫັນການໃຊ້​ງານ​ໃນສະຖານີວິທະຍຸກະຈາຍສຽງ, ໂທລະພາບ, ແວດ​ວົງ​ດົນຕີ​ ແລະ ​ການໃຊ້ຜະລິດສື່ອອນໄລນ໌ຢ່າງ​ຫຼວງຫຼາຍ ແຕ່ພວກມັນມີຈຸດພິເສດຕ່າງກັນ ແລະ ຄືກັນ; ຄວາມແຕກຕ່າງນີ້ ເຮົາຄວນຮູ້ຈັກໄວ້ ເພື່ອຈະໄດ້ມີສະຕິລະວັງໃນເວລາໃຊ້ ເພື່ອໃຫ້ໄດ້ຄຸນນະພາບສຽງທີ່ດີ...

# ໄມ​ໂຄຣ​ໂຟນ​ຄອນ​ເດນ​ເຊີ Condenser.
ຍ້ອນວ່າວັດ​ຖຸ ​ທີ່ປະກອບເຂົ້າ​ໃນ​ໄມ​ໂຄຣ​ໂຟນ​ປະ​ເພດ​ນີ້​​ຄື “ຄອນ​ເດນ​ເຊີ” ຕາມ​ຊື່​ເອີ້ນ ຫຼາຍ​ຄົນ​ອາດຈະ​ງົ​ງວ່າ​ຄອນ​ເດນ​ເຊີ​ຄື​ຫຍັງ? ຄອນ​ເດນ​ເຊີ ຄື ແຜ່ນ​ເພລດ 2 ແຜ່ນ ເຊິ່ງອອກ​ແບບ​ໂດຍ​ໃຊ້​ຫຼັກ​ການ​ປ່ຽນ​ແປງ​ຄ່າ​ຄວາມ​ຈຸ ຕາມ​ສຽງ​ທີ່​ມາ​ກະທົບໃສ່​ແຜ່ນ​ຂະນວນ​ທີ່​ຢູ່​ລະຫວ່າງ​ແຜ່ນ​ເພລດ​ສອງ​ແຜ່ນ ເພື່ອ​ໃຫ້ເປັນ​ຕົວ​ນຳ​ສຽງ; ການ​ໃຊ້​ແຜ່ນ​ເພລດ​ນັ້ນ​ ສາມາດ​ຮັບ​ສັນຍາ​ນະ​ຄື້ນ​ຄວາມ​ຖີ່​ສູງ​ໄດ້​ດີ ໄມ​ໂຄຣ​ໂຟນ​ຊະນິດ​ນີ້​ຈຶ່ງ​ມີ​ຄວາມ​ໄວ​ຫລາຍ ຕອບສະໜອງ​ຕໍ່​ສຽງ​ໄດ້​ໄວ ຈຶ່ງ​ມັກ​ໃຊ້​ເປັນ​ໄມ​ຄ໌​ໃນ​ຫ້ອງ​ອັດ​ສຽງ ແຕ່​ມີ​ຂໍ້​ເສຍ​ຄື ​ລາ​ຄາ​ອ່າວ​ແພງ ແລະ ​ມີ​ສຽງ​ລົບກວນ​ເຂົ້າ​ໄດ້​ງ່າຍ ຈຳ​ເປັນ​ຕ້ອງ​ມີ​ວັດ​ສະດຸຕອງສຽງ​(Pop Filter)ຊ່ວຍ​.

ໂດຍລວມກໍຄື ໄມ​ຄ໌​ຄອນ​ເດນ​ເຊີ ຈະ​ປະກອບ​ໄປ​ດ້ວຍ ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມ (Diaphragm-ແຜ່ນຢ້ອນ ຫຼື ກະບັງລົມ) ປະ​ກົບ​ກັບ​ແຜ່ນ​ເພລທ ເຮັດ​ຫນ້າທີ່​ເປັນ​ເໝືອນ​ຕົວ​ເກັບ​ປະ​ຈຸຕໍ່ອະນຸມູນ​​ເຂົ້າ​ກັບ​ຕົວ​ແບດ​ເຕີ​ຣີ ແລະ​ ​ຕົວ​ຕ້ານ​ທານ​ໂນ້ມເຂົ້າສູ່​ວົງ​ຈອນໄຟຟ້າ ​ເມື່ອ​ສັນຍາ​ນສຽງ​​ກະທົບ​ໃສ່​ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມ ກໍຈະເຮັດໃຫ້​ແຜ່ນ​ຮັບ​ສຽງ​ໄດ​ອະ​ແຟ​ຣມນັ້ນ ​ສັ່ນ​ສະ​ເທືອນ​ ເຮັດໃຫ້ຄ່າ​ຄວາມ​ຈຸ​ຂອງ​ຕົວ​ເກັບ​ມີການປ່ຽນ​ແປງ ເກີດ​ເປັນ​ສັນ​ຍານ​ໄຟ​ຟ້າ ແລ້ວ​ສົ່ງ​ຜ່ານ​ໄປ​ຢັງ​ເຄື່ອງ​ຂະຫຍາຍ​ສຽງ ​ເຮັດໃຫ້​ເກີດ​ມີສຽງ​ຂຶ້ນ. ໄມ​ໂຄຣ​ໂຟນ​ຊະນິດ​ນີ້​ຈະ​ຕອບສະໜອງ​ຄວາມ​ຖີ່​ສູງ​ໄດ້​ດີ, ການ​ໃຊ້​ໄມ​ຄ໌ຄອນ​ເດນ​ເຊີ ​ຈະ​ຕ້ອງ​ມີ​ແຫຼ່ງ​ຈ່າຍ​ໄຟ​ລ້ຽງ ຫລື ​ມີ​ແບັດ​ເຕີ​ຣີ ຈຶ່ງຈະ​ໃຊ້​ໄດ້.

ໄມ​ຄ໌Condenser ມີ​ຄວາມ​ໄວ​ຕໍ່​ສຽງ​ສູງ​ເກັບ​ສຽງ​ໄດ້​ດີເຖິງ​ແມ່ນ​ຈະ​ເກີດ​ສຽງ​ພຽງ​ເລັກນ້ອຍ... ເນື່ອງ​ຈາກ​ກົນ​ໄກ​ການ​ຮັບ​ສຽງ​ຂອງ​ໄມ​ໂຄຣ​ໂຟນ​ເປັນ​ແຜ່ນ​ໂລ​ຫະ​ບາງ​ ຈຶ່ງ​ໄວ​ຕໍ່​ການ​ກະທົບ ເຊິ່ງ​ແຜ່ນ​ໂລ​ຫະນີ້​ຈະ​ຕ້ອງ​ມີກ​ະ​ແສ​ໄຟ​ຟ້າ​ລ້ຽງ​ໄວ້​ສະເໝີ ແລະ​ ເມື່ອໃດກໍ​ຕາມ​ທີ່​ມີ​ແຮງ​ມາ​ກະທົບ ອາດຈະ​ເປັນ​ສຽງ​ທີ່​ເກີດ​ຈາກ​ການ​ເວົ້າ, ການ​ເຄາະ, ການ​ຫາຍ​ໃຈ ຫລື ​ແມ່ນແຕ່​ກາ​ນເຄື່ອນໄຫວຄ່ອຍໆ ເມື່ອເກີດມີ​ການ​ສັ່ນ​ສະ​ເທືອນ​ຂຶ້ນ​ ​ແຜ່ນ​ໂລ​ຫະ​ບາງໆນັ້ນຈະ​ສ້າງ​ຄື້ນ​ສັນ​ຍານ​ສຽງ​ທັນ​ທີ. ດັ່ງ​ນັ້ນ ໄມປະເພດນີ້ ​ຈຶ່ງ​ເໝາະ​ສຳລັບ​ການ​ບັນ​ທຶກ​ສຽງ​ທີ່ມີ​ເຄື່ອງ​ດົນຕີ, ສຽງ​ເວົ້າ ແລະ ມີ​ໃຊ້​​ຢ່າງ​ຫລວງ​ຫລາຍ​ໃນ​ປະຈຸບັນ​ ​ໃຊ້​ເພື່ອ​ບັນ​ທຶກ​ສຽງ​ແບບ ASMR (Autonomous Sensory Meridian Response)ທີ່ປະກອບມີສຽງ​ການເຄື່ອນໄຫວ, ສຽງ​ການ​ຫຍ້ຳ, ການ​ກືນ ຕະລອດຮອດ​ສຽງ​ຫາຍ​ໃຈ​ເບົາໆ ແລະ ອື່ນໆ  ເພາະໄມ​ຄ໌ປະເພດນີ້​ກໍ​ສາມາດ​ຮັບ​ສຽງ​ໄດ້​ຢ່າງ​ຊັດເຈນ.

ໄມ​ຄ໌ Condenser ເໝາະ​ສຳລັບ​ການ​ເກັບ​ສຽງຮອບ​ດ້ານ ແລະ Sound Effectໄມ​ຄ໌ Condenser ເປັນ​ໄມ​ຄ໌​ທີ່​ເກັບ​ສຽງ​ໄດ້​ລະອຽດ ​ທັງ​ສຽງ​ຕ່ຳ​ໄປ​ຈົນ​ເຖິງ​ສຽງ​ສູງ ຈຶ່ງ​ສາມາດ​ເກັບ​ສຽງ​ໄດ້​ຢ່າງ​ຄົບ​ຖ້ວນ ເຖິງ​ວ່າຈະ​ເປັນ​ສຽງ​ທີ່​ຫູ​ຂອງມະນຸດ​ເກືອບ​ຈະ​ບໍ່​ໄດ້ຍິນກໍຕາມ. ໄມ​ຄ໌ Condenser ສາມາດ ​ໃຊ້​ເປັນ​ໄມ​ຄ໌​ສຳລັບການເວົ້າ, ການຮ້ອງ, ໃຊ້ກັບເຄື່ອງ​ດົນຕີ.​ ຫາກວ່າ ເຮົາ​ບໍ່​ຕ້ອງ​ການ​ສຽງ​ລົບກວນ​ຫລາຍ ນັ້ນ ເໝາະສົມທີ່ສຸດການ​ໃຊ້​ງານ​ໃນ​ສ​ະຕູ​ດິ​ໂອ, ການສໍາພາດໃນຫ້ອງອອກອາກາດ (Podcasting ຫຼື Broadcasting), ການ​ບັນ​ທຶກ​ສຽງ​ຮ້ອງ Cover ເພງ, ການຫລິ້ນ​ດົນຕີ ເຊັ່ນ: ກີ​ຕາ​ຣ໌, ເປຍ​ໂນ ເປັນຕົ້ນ. ເນື່ອງ​ຈາກ​ການ​ຮັບ​ສຽງ​ໄດ້​ດີ​ຫລາຍ ການໃຊ້ໄມຄ໌ປະເພດນີ້ ​ໃນ​ສະ​ຕູ​ດິ​ໂອ​ ເພາະເຮົາສາມາດ​ຄວບ​ຄຸມ​ປັດ​ຈັຍ​ຕ່າງໆເລື່ອງ​ຄຸນນະພາບຂອງສຽງ​ໄດ້​ດີກວ່າ ແຕ່​ຖ້າ​ນຳໄປໃຊ້​ວຽກ​ນອກ​ສະ​ຕູ​ດິ​ໂອ​ ກໍຈະ​ໄດ້​ສຽງ​ບັນ​ຍາ​ກາ​ດ ຮອບ​ດ້ານ​ໄດ້ດີກ່ວາ ໄມ​ຄ໌ Dynamic.

ໄມ​ຄ໌ Condenser ມັກ​ຈະ​ເກີດ​ການ​ກະ​ແທກ​ສຽງຫຼາຍ ​ຈຶ່ງ​ຕ້ອງ​ມີ​ອຸປະກອນ​​ຊ່ວຍໄມ​ຄ໌ Condenser ຈະ​ມີ​ຄວາມ​ໄວ​ຕໍ່​ສຽງ​ສູງ​ຫລາຍຄືດັ່ງກ່າວມາ ສຽງ​ທີ່ໄດ້ຈະ​ດັງຫລາຍກວ່າສຽງ​ປົກກະຕິ​ທີ່ຫູເຮົາໄດ້ຍິນ ຈຶ່ງ​ມັກເກີດ​ມີສຽງ “ປອ໊ບ ຫຼື ເປິ ຫຼື ເພິ”ດັງຂຶ້ນຈາກການເວົ້າ ໂດຍສະເພາະ​ສຽງຕົວອັກສອນ: ພ, ປ, ຕ, ທ ແລະ ອື່ນໆ ເຊິ່ງເກີດຈາກ​ລົມປາກ ​ທີ່ມີການ​ກະ​ແທກ​ອ່າວ​ສູງ ດັ່ງ​ນັ້ນ ​ຈຶ່ງ​ຕ້ອງ​ມີ​ອຸປະ ກອນ​​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ສຽງ​ກະ​ແທກນັ້ນ ເຊິ່ງເອີ້ນວ່າ: “Pop Filter” ເພື່ອ​ຊ່ວຍ​ໃຫ້​ສຽງ​ທີ່​ໄດ້ຍິນ​ບໍ່​ຖືກ​ລົບກວນ​ຈາກ​ສຽງ​ລົມ​ກະ​ແທກ​ເວລາ​ເວົ້າ​ ຫຼື ເວລາຮ້ອງເພງນັ້ນ​ເອງ

# ໄມ​ໂຄຣ​ໂຟນ​ແບບ​ໄດ​ນາ​ມິກ Dynamic
ວັດ​ຖຸນຳ​ສຽງ​ຂອງ​ໄມ​ໂຄຣ​ໂຟນ​ປະເພດ​ນີ້​ຄື​ການໃຊ້ແຜ່ນໄດ​ອະແຟຣມDiaphragm-ແຜ່ນຢ້ອນ ຫຼື ກະບັງລົມ ທີ່ປະກອບ​ດ້ວຍ​ຂົດ​ລວດ​ພັນ​ກັບ​ແຟ​ຣມ​ພລາສ​ຕິກ​ຊົງ​ກະ​ບອກ​ທີ່​ຍຶດ​ຕິດ​ກັບ​ແຜ່ນ​ໄດ​ອະ​ແຟ​ຣມ​ບາງ​ໆ ແລ້ວ​ສວມ​ລົງ​ໃນ​ຊ່ອງ​​ລະຫວ່າງ​ແມ່​ເຫຼັກ​ ເມື່ອ​ມີ​ຄື້ນ​ສຽງ​ມາ​ກະທົບ​ແຜ່ນ​ໄດ​ອະ​ແຟຣມ​ ​ທີ່​ເປັນ​ພລາສ​ຕິກ ​ຫລື ​ແຜ່ນ​ອະ​ລູ​ມິ​ນຽມ​ບາງໆ ເຊິ່ງ​ຈະ​ມີ​ການ​ອັດ​ ແລະ​ ມາຍ​ຕົວ ​ຕາມ​ຄື້ນ​ສຽງ ເຮັດໃຫ້​ຂົດ​ລວດ​ເຄື່ອນ​ທີ່​ເຂົ້າ​ອອກ​ຕາມ​ໄປ​ດ້ວຍ, ເປັນ​ໄມ​ຄ໌ທີ່​ມີກ​ະ​ແສ​ໄຟ​ຟ້າ​ໃນ​ຕົວ; ດັ່ງນັ້ນ ໃນ​ບາງ​ຫລຸ້ນ​ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ສາຍ​ໄຟ ພຽງແຕ່​ໃຊ້​ຖ່ານ​ກໍ​ພໍ. ໄມຄ໌ປະເພດນີ້ ມີ​ຂໍ້​ດີ​ຄື: ​ລາ​ຄາ​ຖືກ​ ຕາມ​ວັດ​ຖຸທີ່​ໃຊ້ປະກອບ ແລະ ​ບໍ່​ຄ່ອຍ​ມີ​ສຽງ​ລົບກວນ ແຕ່ກໍມີ​ຂໍ້​ເສຍຢູ່ບ່ອນວ່າ: ​ຄວາມ​ໄວ​ສຽງ​ຕ່ຳ ຈຶ່ງ​ເໝາະ​ເປັນ​ໄມ​ຄ໌​ທີ່​ໃຊ້ສຳລັບການ​ຮ້ອງ​ເພງ ຫຼື ໃຊ້ຢູ່ເທິງເວທີ​ຫລາຍກວ່າຢູ່ໃນຫ້ອງສະຕູດິໂອ.
 ໄມ​ຄ໌ໄດ​ນາ​ມິກ ມີ​ຫຼັກ​ການ​ເຮັດ​ວຽກງານ​ຄື​ການ​ຮັບ​ສັນຍາ​ນ​ຄື້ນ​ສຽງ ທີ່ກະທົບ​ກັບ​ແຜ່ນ​ຮັບ​ສຽງ​ Diaphragm ເມື່ອ​ແຜ່ນ​ຮັບ​ສຽງ​ເກີດ​ການ​ສັ່ນ​ສະ​ເທືອນ ຈະ​ເຮັດໃຫ້​ຂົດ​ລວດ​ທີ່​ພັນ​​ຢູ່​ອ້ອມ​ແຜ່ນ​ຮັບ​ສຽງ​(ສະໜາມ​ແມ່​ເຫຼັກ) ເຄື່ອນໄຫວ ເກີດ​ເປັນ​ແຮງ​ດັນ​ໄຟ​ຟ້າ​ທີ່ຂົດລວດ ແລ້ວສົ່ງ​ຜ່ານ​ໄປ​ຍັງ​ເຄື່ອງ​ຂະຫຍາຍ​ສຽງ​ເຮັດໃຫ້​ເກີດ​ສຽງ. ໄມ​ໂຄຣ​ໂຟນ​ປະເພດນີ້ ​ເປັນ​ທີ່​ນິຍົມ​ໃຊ້​ຫລາຍ​ເພາະ​ວ່າມັນສາມາດ​ຮັບ​ສຽງ​ໃນ​ຍ່ານຄວາມ​ຖີ່​ກວ້າງ ທັງ​ຄວາມ​ຖີ່​ສູງ ​ແລະ ​ຄວາມ​ຖີ່​ຕ່ຳ​ໄດ້​ດີ. ​ກົນ​ໄກ​ການປະກອບແບບ ໄດນາມິກ ນີ້ ມັນສາມາດ​ຮັບ​ແຮງ​ກະ​ແທກ​ຂອງ​ສຽງ​ໄດ້​ຫລາຍກວ່າໄມຄ໌ແບບ ຄອນເດັນເຊີ ຈຶ່ງເໝາພໃນການ​ຮັບ​ສຽງ​ຂອງ​ເຄື່ອງ​ດົນຕີ​ທີ່​ມີ​ແຮງ​ກະ​ແທກ(ກະທົບ)​ແຮງ ເຊັ່ນ​: ກອງ, ສາບ, ແຊ່ງ, ກີ​ຕາ​ຣ໌ເບດ ແລະ​ ສາມາດເຮັດວຽກ​ຮ່ວມ​ກັບ​ເຄື່ອງ​ຂະຫຍາຍ​ສຽງ ເພື່ອ​ໃຫ້​ໄດ້​ຄຸນນະພາບ​ສຽງ​ທີ່​ສົມບູນ​ຫລາຍ​ຂຶ້ນ.
ລວມຄວາມແລ້ວ ກົນ​ໄກ​ການ​ເຮັດ​ວຽກຂອງ ໄມ​ຄ໌ Dynamic ຈະ​ຮັບ​ຄື້ນ​ສຽງ ​ແລະ ​ປ່ຽນ​ເປັນ​ສັນ​ຍານ​ໄຟ​ຟ້າ​ດ້ວຍ​ການ​ກະ​ແທກ​ຂອງ​ຄື້ນ​ສຽງ​ໃສ່​ຂົດ​ລວດ​ຜ່ານ​ສ​ະໜາມ​ແມ່​ເຫຼັກ; ສ່ວນ ​ໄມ​ຄ໌ Condenser ຈະ​ມີ​ໄດ​ອະ​ແຟ​ຣມ​ ເຊິ່ງເປັນ​ແຜ່ນ​ໂລ​ຫະ​ບາງ​ທີ່​ໄວ​ຕໍ່​ການ​ກະທົບ ແລະ ຈະ​ປ່ຽນ​ເປັນ​ສັນຍານ​ໄຟ​ຟ້າ​ທັນ​ທີ ເຖິງວ່າ​ຈະ​ມີ​ການ​ກະທົບ​ພຽງເລັກນ້ອຍ​ກໍ​ຕາມ. ຄວາມ​ໄວ​ຕໍ່​ສຽງ ຫຼື ການ​ຮັບ​ສັນ​ຍານ​ສຽງຂອງໄມຄ໌ 2 ປະເພດ ນີ້ຈະຕອບສະຫນອງ​ຕໍ່​ສຽງ​ຕ່າງ​ກັນຄື ໄມ​ຄ໌ Condenser ຈະ​ຕອບສະຫນອງ​ຕໍ່​ສຽງ​ໃນ​ຍ່ານ​ສຽງ​ທີ່​ກວ້າງ, ຮັບ​ສັນຍານ​ສຽງ​ໄດ້​ຢ່າງ​ວ່ອງໄວ​ ແລ​ະ ແມ່ນ​ຢຳ​ຫລາຍກວ່າ​ໄມ​ຄ໌ Dynamic.
ໄມ​ຄ໌ Dynamic ເໝາະ​ສຳລັບ​ການ​ເຮັດ​ວຽກງານ​ກາງ​ແຈ້ງ ເພາະຫ​ລຸດ​ສຽງ​ລົບກວນ​ໄດ້​ດີ.ເນື່ອງ​ຈາກ​ການຈັດງານກາງແຈ້ງ ຫຼື ບົນເວທີທີ່ກ້ວາງຂວາງ ຍ່ອມມີສຽງມາຈາກທຸກສາລະທິດ ​ເຊິ່ງ​ໄດ້ຮັບ​ແຮງ​ກະທົບ​ອ່າວ​ສູງໃນເວລາ​ດຳເນີນງານ, ​ຜູ້ເວົ້າຈຶ່ງ​ຈຳເປັນຕ້ອງ​ໃຫ້​ໄມ​ຄ໌ໃຫ້​ຢູ່​ໃກ້​ກັບ​ປາກ ​ຫລື ​ຈໍ່​ເຂົ້າ​ທີ່​ເຄື່ອງ​ດົນຕີ ອັນເປັນແຫຼ່ງ​ກຳ​ເນີດຂອງ​ສຽງ ເພື່ອ​ໃຫ້​ຮັບ​ສຽງ​ໄດ້​ຢ່າງ​ເຕັມ​ທີ່ ເພື່ອຫລຸດ​ສຽງ​ລົບກວນ​ລົງ​ ​ຍ້ອນ​ໄມ​ຄ໌ປະເພດ​ນີ້​ມີ​ຄວາມ​ໄວ​ຕໍ່​ການ​ຮັບ​ສຽງ​ອ່າວ​ຕ່ຳ​ ດັ່ງ​ນັ້ນ ​ຈຶ່ງ​ເໝາະ​ໃຊ້ກັບ​ງານ​​ນອກ​ສະ​ຕູ​ດິ​ໂອ ເຊັ່ນ: ພິທີການ​ກາງ​ແຈ້ງ ຫຼື ງານ​ຄອນ​ເ​ສີດ ເປັນຕົ້ນ.

​ໄມ​ຄ໌ປະເພດ​ໃດ​ເໝາະ​ໃຊ້​ກັບ​ໃນ​ຫ້ອງ​ອັດ​ສຽງ
ດັ່ງ​ທີ່​ກ່າວມາແລ້ວວ່າ: ​ໄມ​ຄ໌ຄອນເດນເຊີ ມີ​ຄວາມ​ໄວ​ຕໍ່​ສຽງ​ ຈຶ່ງ​ມັກ​ໃຊ້​ເປັນ​ໄມ​ຄ໌​ຈໍ່ກັບ​ເຄື່ອງ​ດົນຕີບາງປະເພດເຊັ່ນ: ​ກີ​ຕ້າ​​​ໂປ່ງ ຫລື ​ໃນ​ບາງກໍລະນີ​ກໍ​ໃຊ້​ເປັນ​ໄມ​ຄ໌ຮ້ອງ​ເພງ​ໄດ້ຫາກ​ມີ​ເຄື່ອງ​ຕອງ​ສຽງ​ຊ່ວຍ; ແຕ່​ຖ້າ​ຕ້ອງ​ການ​ສຽງ​ທີ່​ມີ​ຄວາມເສາະ​ໃສ ໃຊ້ກັບ​ເຄື່ອງ​ດົນຕີ​ປະ​ເພດ​ສາບ​ທອງ​ເຫຼືອງ​ຂອງກອງຊຸມ ປົກກະຕິ​ແລ້ວ​ຈະ​ໃຊ້​ໄມ​ຄ໌​ໄດ​ນາ​ມິກ​ດີກວ່າ ເພາະ​ສຽງ​ປະ​ເພດ​ນີ້​ມີ​ຄວາມ​ແຮງຈົນ​ແສບ​ຫູ. ດັ່ງນັ້ນ ຫ້ອງ​ອັດ​ທີ່​ດີ​ຈຶ່ງ​ຄວນ​ມີ​ໄມ​ຄ໌​ທັງ​ 2 ​ປະ​ເພດ​ນີ້ໄວ້​ໃຊ້​ງານ ຂຶ້ນ​ຢູ່​ກັບ​ວ່າ​ຈະ​ໃຊ້​ໄມ​ຄ໌ ​ແບບໃດ​ກັບ​ອຸປະກອນ​ຊິ້ນ​ໃດ ແຕ່​ໂດຍ​ລວມ​ແລ້ວ ຫາກວ່າຫ້ອງ​ອັດ​ສຽງ​ເປັນ​ “ພື້ນ​ທີ່​ປິດ” ​ທີ່​​ງຽບ ໄມ​ໂຄຣ​ໂຟນ​ແບບ​ຄອນ​ເດນ​ເຊີ​ຈະເໝາະ​ສົມ​ກວ່າ.
ໄມ​ຄ໌ປະເພດໃດ​ດີກວ່າກັນ ?

ກໍລະນີນີ້ ​ຂຶ້ນ​ຢູ່​ກັບ​ຄວາມ​ເໝາະ​ສົມ​ໃນ​ການ​ໃຊ້​ງານ ຖ້າ​ໃຊ້​ງານ​ໃນ​ພື້ນ​ທີ່​ເປີດ​ທີ່​ມີ​ສຽງ​ລົບກວນ​ຫຼາຍ ການ​ໃຊ້​ໄມ​ໂຄຣ​ໂຟນ​ “ຄອນ​ເດັນ​ເຊີ” ​ອາດຈະ​ສົ່ງ​ຜົນ​ເສຍ​ຫລາຍກວ່າ​ເພາະ​ຈະ​ໄດ້​ສັນຍານ​ສຽງ​ທີ່​ບໍ່​ຕ້ອງການມາ​ນຳ ເຊັ່ນ​ການ​ເວົ້າ​ໃນ​ກອງປະ​ຊຸມໃນຫ້ອງກ້ວາງໆ; ງານພິທີການ​ປະ​ເພດ​ອື່ນ​ທີ່​ບໍ່​ແມ່ນ​ການ​ບັນ​ທຶກ​ສຽງ​ຈະ​ເໝາະ​ກັບ​ໄມຄ໌​ແບບ​ “ໄດ​ນາ​ມິກ” ​ຫລາຍກວ່າ ເຊັ່ນ​ການ​ຮ້ອງ​ເພງ​ຄາ​ຣາ​ໂອ​ເກະ ເປັນຕົ້ນ. ການ​ເລືອກ​ໃຊ້​ໄມ​ຄ໌ຜິດ​ປະ​ເພດ ​ເຊັ່ນ​ຊື້​ໄມ​ “ຄອນ​ເດນ​ເຊີ” ​ລາ​ຄາ​ແພງ​ໆ​ເພື່ອ​ມາ​ໃຊ້ໃນຫ້ອງປະ​ຊຸມ​ຈຶ່ງ​ບໍ່​ແມ່ນ​ຄຳ​ຕອບທີ່ດີ ເຊິ່ງ​ບາງເທື່ອ​ໄມ​ຄ໌​ທີ່​ລາ​ຄາ​ຖືກ​ກວ່າ ອາດຈະ​ເໝາະ​ສົມ​ກັບ​ສະຖານນະການ​ນັ້ນ​ໆ​ຫລາຍກວ່າ.... ໃນຄັ້ງຕໍ່ໄປ ຂ້າພະເຈົ້າຈະມາກ່າວເຖິງ ປະເພດໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ​ໆ​ທີ່​ໃຊ້​ ໄດ້ແກ່ Wave, CDA, MP3, WMA, RA ແລະ ອື່ນໆ ຊຶ່ງ​ທັງ​ໝົດ​ນີ້ເອີ້ນກັນ​ວ່າ “​ໄຟ​ລ໌ຮູບ​ແບບ​ຄື້ນ​ສຽງ waveform
ຂອບໃຈທີ່ອ່ານ
.....ຂອບໃຈທີ່ຕິດຕາມອ່ານ....

No comments:

Post a Comment