Thursday, February 11, 2021

... ເຂົ້າຜັດ, ຂົ້ວເຂົ້າ, ເຂົ້າຂົ້ວ....

... ເຂົ້າຜັດ, ຂົ້ວເຂົ້າ, ເຂົ້າຂົ້ວ....

(ຮູບຈາກອິນເຕີເນັທ)
“ເຂົ້າ​ຜັດ- 炒饭-Fried rice” ແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າ​ຜັດ- 炒饭-Fried rice” ເກີດ​ຂຶ້ນ​ທຳອິດໃນ​ປະເທດ​ຈີນ ຊຶ່ງ​ບາງເອກະສານກ່າວວ່າ ເປັນການ​ນຳ​ເອົາ​ເຂົ້າ​ເຢັນ​ທີ່ເຫຼືອ​ຂ້າມ​ຄືນ ມາຂົ້ວ​ປະສົມ​ກັບ​ອາຫານອື່ນ​ໆ (ຟ້າວເຮັດ ຟ້າວກິນກ່ອນໄປວຽກ) ຈົນ​ເຮັດໃຫ້​ເກີດ​ເປັນ​ອາຫານ​ເມ​ນູ​ໃໝ່​ຂຶ້ນ​ມາ. ຈາກ​ນັ້ນ​ ​ກໍ​ແພ່ຫຼາຍ​ໄປ​ພ້ອມ​ໆ​ກັບ​ຊາວ​ຈີນ ທີ່​ອົບ​ຍົບ​ຍ້າຍ​ຖິ່ນ​​ໄປ​ທົ່ວ​ໂລກ; ເຊິ່ງແຕ່​ລະ​ປະເທດ​ຕ່າງ​ກໍ​ໄດ້ປັບປຸງ​ເມ​ນູນີ້ ​ ໃຫ້​ເຂົ້າ​ກັບ​ລີ້ນ​ຂອງ​ຄົນ​ໃນທ້ອງ​ຖິ່ນ ແລະ ​ວັດ​ຖຸ​ດິບ​ທີ່​ມີ​ຢູ່​ແຕ່​ລະ​ຂົງເຂດນັ້ນໆ.
ໂດຍທົ່ວໄປແລ້ວ ສ່ວນ​ປະກອບ​ຫຼັກ​ໆ​ຂອງ “ເຂົ້າ​ຜັດ- 炒饭-Fried rice” ນອກ​ຈາກ​ເຂົ້າຈ້າວ​ແລ້ວ​ ຍັງ​ປະກອບ​ມີ ຊີ້ນ​ສັດ(ໝູ,ໄກ່,) ກຸ້ງ, ​ປູ ຫລື ​ເຕົ້າ​ຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີ​ອິ້ວ​ຂາວ ຫລື​ ຊອດ​ປຸງ​ລົດຫຼາຍຢ່າງ ເພື່ອຊ່ວຍ​ໃຫ້​ເຂົ້າ​ຜັດ​ມີ​ສີ​ສັນທີ່ງົດງາມ​ໜ້າ​ຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດ​ນາ, ຜັກກາຫົວ(ແຄ​ຣ໊ອດ), ຖົ່ວ​, ​ຜັກບົ່ວ ເປັນຕົ້ນ.
(ຮູບຈາກອິນເຕີເນັທ)
ມີເລື່ອງເລົ່າກ່າວກັນມາກ່ຽວກັບ “ເຂົ້າ​ຜັດ- 炒饭-Fried rice” ນີ້ ມີບາງເອກະສານໄດ້ຂຽນໄວ້ວ່າ: ເມື່ອປະມານ ຄ.ສ.616 ຫລື ​ກວ່າ 1,400 ປີ ​ທີ່​ຜ່ານມາແລ້ວ ຢູ່​ເມືອງ​ຈຽງ​ຕູ (ປະຈຸບັນ​ຄື ເມືອງ​ຫຍັງ​ໂຈວ) ໄດ້​ເຮັດ​ເຂົ້າ​ຜັດ​ໄຂ່ (ໄດ້ຕັ້ງຊື່​ໄວ້ວ່າ ຊຸ່ຍ​ຈິນ​ຟັ່ນ - 碎金饭 Broken Golden Rice ເຂົ້າ​ຜັດ​​ຄຳ) ເພື່ອຖວາຍ​ພະ​ເຈົ້າ ​ສຸຍ​ຫຍັງ​ຕີ້(隋炀帝) ໃນ​ຄັ້ງທີ່​ສະເດັດ​ໄປຢ້ຽມຢາມ​ຫົວ​ເມືອງ​ຈຽງ​ຕູ.... ນີ້​ສະແດງ​ວ່າ ເຂົ້າ​ຜັດ​ໃນ​ຈີນ​ນັ້ນ ອາດ​ມີ​ອາ​ຍຸ​ຫລາຍກວ່າ 1,400 ປີ ແລ້ວ. ໃນເບື້ອງຕົ້ນ ມັນ​ກໍ​ເປັນພຽງ​ເຂົ້າ​ທີ່ຂົ້ວໃສ່​ໄຂ່​ທຳມະດາ​ເທົ່າ​ນັ້ນ. ຕໍ່ມາ “ເຂົ້າ​ຜັດ- 炒饭-Fried rice” ກໍໄດ້ຮັບ​ການ​ປັບ​ປຸງ​ສູດ​ໃໝ່ໂດຍ​ແມ່ນ ອິ​ປິ່ງ​ໂຊ່ວ (伊秉绶) ທີ່ເປັນຂ້າ​ຫຼວງແຫ່ງ​ເມືອງ​ຫຍັງ​ໂຈວ ​ປະມານປີ ຄ.ສ. 1802 (ພ.ສ.2345) ທີ່ລາວໄດ້ເຮັດເປັນ​ເຂົ້າ​ຜັດ​ໄຂ່​ຊົງ​ເຄື່ອງ ອັນ​ເປັນ​ໜຶ່ງ​ໃນ​ຕົ້ນ​ຕຳ​ລາ​ເຂົ້າ​ຜັດ​ຫຍາງ​ໂຈວ​ຂອງ​ຈີນ(Yang Zhou Chao Fan).
(ຮູບຈາກອິນເຕີເນັທ)

ມີການກ່າວກັນອີກວ່າ ​ອີກ 63 ປີ​ຕໍ່​ມາ (ຄ.ສ. 1865 ຫລື​ພ.ສ.2410) ກໍໄດ້ເກີດມີ “​ເຂົ້າ​ຜັດ​ຫຍາງ​ໂຈວ”​ອີກ​ຕຳ​ລາ​ໜຶ່ງ​ຂຶ້ນ​ທີ່​ຮ້ານ​ອາຫານ “ຈ​ວີ້​ຊຸນ​ຫຍວນ 聚春园” ໃນ​ເມືອງ​ກວາງ​ເຈົາ. “ເຂົ້າ​ຜັດ​ຫຍາງ​ໂຈວ​” ທັງ​ສອງ​ຕຳ​ລານີ້ ຕອນນັ້ນຖືວ່າເປັນ​ເຂົ້າ​ຜັດ ທີ່ບຸກຄົນລະດັບສູງຖານະດີ(​ໄຮ​ໂຊ​)ຈຶ່ງມີກິນ ເພາະ​ຕຳ​ລາທຳອິດ ແມ່ນມີການນຳ​ໃຊ້​ເຂົ້າ​ທີ່​ນຳ​ເຂົ້າ​ຈາກ​ປະເທດສະຫຍາມ(ໄທ), ສ່ວນ​ຕຳ​ລາ​ທີ​ສອງ ມີການບັນທຶກໄວ້ວ່າມີການນຳໃຊ້ “​ປີງ​ທະ​ເລ” ເປັນສ່ວນປະສົມນຳອີກ ເຊິ່ງປີງທະເລນີ້​ມີ​ລາ​ຄາ​ແພງ.
(ຮູບຈາກອິນເຕີເນັທ)

ເຂົ້າ​ຜັດ​ຫຍາງ​ໂຈວ (Yang Zhou Chao Fan) ເປັນ​ເຂົ້າ​ຜັດ​ທີ່​ເ​ເພ່​ຫຼາຍ​ໃນ​ເມືອງ​ຫຍາງ​ໂຈວ ຊຶ່ງ​ມີຄົ​ນ​ຮັ່ງ​ອາໄສ​ຢູ່​ຫລາຍ. ດັ່ງ​ນັ້ນ​ ໃນ​ເຂົ້າ​ຜັດ​ຫຍາງ​ໂຈ​ ອາດ​ໃສ່​ທັງ​ກຸ້ງ, ກຸນ​ຊຽງ ແລະ​ ໝູ​ແດງ​ທີ່ຫັ່ນ​ສີ່​ຫຼ່ຽມ​ລູກ​ເຕົ໋າ ໂດຍ​ນຳ​ໝູ​ແດງ​ໄປ​ລວກ​ນ້ຳ​ກ່ອນ​ຜັດ​ເພື່ອ​ລ້າງ​ສີ​ອອກ​ ເພື່ອບໍ່ເມັດ​ເຂົ້າ​ຕິດ​ສີ​ຂອງ​ໝູ​ແດງ ຈາກ​ນັ້ນ​ຈຶ່ງ​ຜັດ​ໃສ່​ໄຂ່ ​ແລະ ​ຕົ້ນ​ຂອງຜັກ​ບົ່ວ, ປຸງ​ລົດດ​ດ້ວຍ​ຊີ​ອິ໊ວ​ຂາວ, ນ້ຳ​ມັນ​ຫອຍ ຫລື​ ນ້ຳຊອດໝາກເລັ່ນ.​ ເຂົ້າ​ຜັດ​ຫຍາງ​ໂຈວ​ ຈະໂດດ​ເດັ່ນ​ທີ່​ໃສ່ໝູ​ແດງ (Char Siu) ເປັນ​ສ່ວນ​ປະກອບ​ຫຼັກ ​ອັນໄດ້​ເຮັດໃຫ້​ເຂົ້າ​ຜັດ​ມີ​ລົດຊາດ​ຫວານ​ເລັກນ້ອຍ ແລະ ມີ​ຄວາມ​ພິເສດ​ສະເພາະ​ຕົວ. ແຕ່ເຖິງແນວໃດກໍຕາມ ເຂົ້າ​ຜັດ​ຫຍາງ​ໂຈວ ໄດ້ກາຍມາ​ເປັນ​ອາຫານ​ລະະ​ດັບ​ຊາວ​ບ້ານ​ແທ້ໆໄດ້ ຄາດວ່າມີມາບໍ່ເຖິງ 100 ປີ​. ແຕ່ເຂົ້າຜັດ ກໍໄດ້ກະຈາຍໄປຫຼາຍປະເທດ ແລະ ມີຫຼາກຫຼາຍຂອງສິ່ງປະກອບທີ່ແຕກຕ່າງກັນ ແລະ ມີຊື່ເອີ້ນທີ່ຫຼາກຫຼາຍເຊັ່ນ: ເຂົ້າ​ຜັດ​ລົດ​ໄຟ(ຄາດວ່າເກີດຂຶ້ນປີ ພ.ສ.2465-ໄທ),ເຂົ້າ​ຜັດ​ສັບ​ປະ​ລົດ (Pineapple Fried Rice-ໝາກນັດ -ໄທ),ເຂົ້າ​ຜັດ​ອາ​ເມ​ຣິ​ກັນ (American Fried Rice),ເຂົ້າ​ຜັດ​ກິມ​ຈິ (Kimchi Bokkeumbap, Kimchi Fried Rice) ແລະ ອື່ນໆ.


“ເຂົ້າ​ຜັດ- 炒饭-Fried rice” ​ຍັງມີ​ອີກ​ຫລວງ​ຫລາຍ​ຫຼາຍ​ເມ​ນູ ເພາະ​ວ່າ​ມັນສາມາດ​ດັດ​ແປງ, ໃສ່​ເຄື່ອງ​ປຸງປະສົມ​ໄດ້​ຫຼາກ​ຫຼາຍ​ຕາມ​ແຕ່​ສະ​ດວກ, ທັງ​ເຮັດ​ງ່າຍ, ແຊບ ແລະ​ ວ່ອງໄວ ຈຶ່ງ​ແປກ​ໃຈ​ເລີຍ​ວ່າ​ເປັນຫຍັງ​ເຂົ້າ​ຜັດ​ຈຶ່ງ​ເປັນ​ອີກ​ໜຶ່ງ​ເມ​ນູ​ທີ່​ແພ່​ຫຼາຍ​ໄປ​ທົ່ວ​ໂລກ.

ຂອບໃຈທີ່ອ່ານ.... ທີ່ມາຂອງຂໍ້ມູນ:

No comments:

Post a Comment