ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ
ໄລຍະລະດູຝົນ ຫຼາຍປີຜ່ານມາແລ້ວ ຢູ່ໃນໂລກອອນໄລນ໌ ຈະພົບເຫັນຢ່າງຫລາຍ ສຳລັບເລື່ອງລາວທີ່ກ່ຽວພັນກັບຄຳວ່າ: “ຫວ້ານຈັກຈັ່ນ” ທີ່ມີລັກສະນະເໝືອນຊາກຈັກຈັ່ນທີ່ຕາຍແລ້ວ ແລະ ມີເໝືອນຕົ້ນໄມ້ຕົ້ນນ້ອຍໆ ໂພ່ອອກມາຈາກຫົວຂອງຈັກຈັ່ນ ພົ້ນພື້ນດິນຂຶ້ນມາ ເຊິ່ງຫຼາຍຄົນເຊື່ອວ່າ “ຫວ້ານຈັກຈັ່ນ” ເປັນ “ພືດມຸງຄຸນ” ທີ່ຊາວບ້ານບາງຄົນມັກເກັບໄວ້ບູຊາເພື່ອຄວາມຈະເລີນກ້າວໜ້າທາງຫນ້າທີ່ການງານ ແລະ ລ້ຳລວຍມີເງີນ ມີຄຳໃຊ້ ບໍ່ຂາດແຄນ ນອກນີ້ແລ້ວ ບາງຄົນກໍແນະນຳກັນວ່າ: ຫວ້ານຈັກຈັ່ນ ເມື່ອເອົາໄປຕົ້ມນ້ຳດື່ມ ຫຼື ນຳມາຂົ້ວກິນ ເປັນປະຈຳຈະຊ່ວຍບັນເທົາໂລກໄພໄຂ້ເຈັບໄດ້ສາລະພັດ...

ເມື່ອຈັກຈັ່ນຕົວອ່ອນທີ່ກຳລັງຈະໂຜ່ຂຶ້ນຈາກດິນເພື່ອລອກຄາບນັ້ນ(ໄຂ່ ແລະ ຕົວອ່ອນຈັກຈັ່ນຈະຢູ່ໃນດິນ) ຈັກຈັ່ນບາງໂຕຈະອ່ອນແອ ຈຶ່ງມີໂອກາດຕິດເຊື້ອຣາໄດ້ງ່າຍ ແລະ ຈະຕາຍໃນທີ່ສຸດ. ເຊື້ອຣາທີ່ມີຢູ່ໃນຮ່າງຂອງຈັກຈັ່ນທີ່ຕາຍໄປແລ້ວນັ້ນກໍຈະ ຈະເລີນເຕີບໂຕຢູ່ໃນຊາກຂອງຈັກຈັ່ນ ແລະ ແທງເສັ້ນໃຍອອກມານອກຕົວຂອງຊາກຈັກຈັ່ນເພື່ອຈະເລີນເຕີບໂຕເປັນໂຄງສ້າງສຳລັບການສືບພັນ ເຮັດໃຫ້ເບິ່ງເໝືອນມີຮາກ ຫລື ງ່າອອກມາຈາກຕົວຈັກຈັ່ນ; ເຊື້ອຣາຊະນິດນີ້ ມີໂອກາດເກີດຂຶ້ນໄດ້ກັບແມງໄມ້ຊະນິດຕ່າງໆເຊັ່ນ: ມົດ, ແມງມຸມ, ຕໍ່, ດ້ວງ ແລະ ໜອນ ເປັນຕົ້ນ.
ເມື່ອ 2 ປີກ່ອນ ມີລາຍງານຜູ້ເຈັບປ່ວຍຮຸນແຮງ 2 ຄົນ(ແມ່ລູກ)ຢູ່ພາກອິສານ ຍ້ອນນຳເອົາ “ຫວ້າຍຈັກຈັ່ນ” ໄປຂົ້ວກິນ ແລະ ເມື່ອປີ 7 ປີກ່ອນນີ້ ກໍມີ 9 ຄົນ ຕ້ອງເຂົ້າຮັກສາໂຕ(ຫ້ອງສຸກເສີນ) ຍ້ອນກິນ “ຫວ້ານຈັກຈັ່ນ” (ຂົ້ວກິນແກ້ມເຫຼົ້າ). ອາການທີ່ປະກົດໃນໂຕຂອງຜູ້ທີ່ກິນ “ຫວ້ານຈັກຈັ່ນ” ນັ້ນ ມີອາການ ປວດຮາກ, ຮາກ, ຖອກທ້ອງ, ຊຶມ, ຫົວໃຈສັ່ນ, ກ້າມຊິ້ນກະຕຸກ, ອ່ອນແຮງ, ວິນຫົວ ເປັນຕົ້ນ ເຊິ່ງອາການເລົ່ານີ້ແມ່ນ ມີສາເຫດມາຈາກ “ອາຫານເປັນພິດ” ຍ້ອນ ເຊື້ອຣາ ທີ່ມີຢູ່ໃນຊາກຂອງຈັກຈັ່ນນັ້ນ ເຊິ່ງມັນຝັງຢູ່ໃນດິນດົນ ແລະ ຍັງອາດໄດ້ຮັບການດູດຊຶມສານເຄມີ ທີ່ມີຢູ່ໃນດິນນັ້ນດື່ມອີກ ເຮັດໃຫ້ຫວ້ານຈັກຈັ່ນ ຍິ່ງເພີ່ມພິດທີ່ຮ້າຍແຮງກ່ວາເກົ່າ ເຊິ່ງເຮົາບໍ່ຄວນນຳມາບໍລິໂພກ ຫຼື ສຳພັດ ເພາະພິດນັ້ນ ອາດມີຄວາມຮຸນແຮງເຖິງຂັ້ນເຮັດໃຫ້ເຮົາເສຍຊີວິດໄດ້(ຂໍ້ມູນຈາກ: https://www.sanook.com/news/7791894/ )

ຂອບໃຈທີ່ອ່ານ
.....ຈົ່ງເຊື່ອໃນສິ່ງທີ່ເຊື່ອເດີ້ພີ່ນ້ອງ....