ທຳຄວາມເຂົ້າໃຈກັບຄຳວ່າ: “ສັງກາດ ຫຼື ສັກຣາຊ”
“ສັກຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;
“ພຸທສັກຣາຊ” (ພຸດທະສັກກະຣາດ) ຕັ້ງຂຶ້ນແຕ່ມື້ທີ່ພຣະພຸທເຈົ້າ(ພຣະໂຄຕະມະ)ນິບພານ(ມື້ ໑໕ ຄໍ່າ ເດືອນຫົກ)ເປັນສັກຣາຊປະຈຳຂອງບຸກຄົນທີ່ນັບຖືສາສນາພຸດ ໃຊ້ອັກສອນຫຍໍ້ “ພ.ສ”.
“ຄຣິຕສັກຣາຊ” (ຄຣິດຕະສັກກະຣາດ)ນັບແຕ່ວັນພຣະເຈົ້າເຍຊູເກີດ, ເຊິ່ງເປັນສັກຣາດປະຈໍາຂອງບຸກຄົນທີ່ນັບຖືສາສນາພຣະເຍຊູ ຫລື ສາສນາຄຣິຕ. ຄຣິສຕະສັກກະຣາຊ ເກີດຂຶ້ນຫຼັງພຸທທະສັກກະ ຣາຊ ໕໔໓ ປີ ໃຊ້ອັກສອນຫຍໍ້ “ຄ.ສ” ນິຍົມໃຊ້ກັບເອກະສານທາງການ, ພາສາຕ່າງປະເທດ ໂດຍສະເພາະແມ່ນພາສາຂອງປະເທດຕາເວັນຕົກ, ແຕ່ໃນຫນັງສືບູຮານລາວບໍ່ປາກົດເຫັນການໃຊ້ສັກກະຣາດນີ້ມາກ່ອນ.
“ຈຸລສັກຣາຊ” (ຈຸນລະສັກກະຣາດ) ແປວ່າ ສັກກະຣາດນ້ອຍ ສັກກະຣາດນີ້ຕັດອອກມາຈາກ ສັກກະຣາດກະລີຍຸກ ຫລື ອາຍຸແຫ່ງກະລີຍຸກ. ຈຸລສັກກະຣາດ ນີ້ ຕັ້ງຂຶ້ນໂດຍພຣະສັງຄະຣາດອົງໜຶ່ງຊື່ວ່າ “ບຸພະໂສຣະຫັນ”(ບຸບພະ ໂສລະຫັນ ບາງເອກະສານ ຂຽນວ່າ ບຸຕຸ ໂສຣະຫັນ)ແຫ່ງປະເທດພູກາມ(ປະເທດພະມ້າ ຫຼື ມຽນມ້າ ປັດຈຸບັນ) ເຊິ່ງໄດ້ລາສິກອອກຈາກວັດ ມາຍາດຊິງລາຊະສົມບັດໄດ້ສຳເລັດ ແລ້ວແຕ່ງຕັ້ງຕົນເອງເປັນເຈົ້າຊີວິດ ຫຼື ກະສັດ ລຳດັບທີ່ ໑໙ ໃນຣາດຊະວົງແຫ່ງປະເທດພູກາມ ຫຼື ມຽນມ້າ ປັດຈຸບັນ.
ຈຸນລະສັກກະຣາດ ໄດ້ແພ່່ເຂົ້າມາ ແລະ ເລີ່ມໃຊ້ປະເທດລາວ ເຮົານັ້ນ ຄາດວ່າ ຢູ່ລະຫວ່າງ ປີ ພ.ສ.໒໑໑໐-໒໑໓໐ ໂດຍໃຊ້ອັກສອນຫຍໍ້ວ່າ “ຈ.ສ” ໄດ້ເກີດຫຼັງພຸທະສັກກະຣາຊ ໑,໑໘໑ ປີ ແລະ ຈຸນລະສັກຣາດ ນີ້ ນິຍົມໃຊ້ເປັນເກນທາງໂຫຣາສາດ.
“ມະຫາສັກຣາຊ” ແປວ່າສັກກະຣາດໃຫຍ່; ມະຫາສັກກະຣາດນີ້ ຕັດມາຈາກສັກຣາດກະລີຍຸກ ຄືກັບຈຸນລະສັກກະຣາດ ແຕ່ຕັດມາກ່ອນຈຸນລະສັກກະຣາດ ຄືຕັດເມື່ອອາຍຸກະລີຍຸກໄດ້ ໓,໑໘໐ ໂດຍກະສັດສັກກາຍະອົງນຶ່ງ ທີ່ມີນາມວ່າ ສະລີວາຫະນ໌ ເປັນຜູ່ຕັ້ງຂຶ້ນ ແລະ ໃຊ້ເປັນເກນໂຫຣາສາດດັ່ງດຽວກັນກັບຈຸນລະສັກກະລາດ.
ມະຫາສັກກະຣາດ ຄື ສັກກະຣາດຂອງພະມະຫາກະສັດຜູ້ຢິ່ງໃຫຍ່ ເຊິ່ງສັນນິດຖານວ່າ ເລີ່ມນັບສັກກະຣາດ ເມື່ອພະເຈົ້າສາລິວາຫະ ແຫ່ງຣາດຊະວົງຂອງປະເທດອິນເດຍ ຊົງມີໄຊຕໍ່ອະຣິຣາດສັດຕູ ເກີດຂຶ້ນຫຼັງພຸທທະສັກກະຣາດ ໖໒໑ ປີ ໂດຍໃຊ້ອັກສອນຫຍໍ້ “ມ.ສ.” ເປັນສັກກະຣາດທີ່ແພ່ເຂົ້າມາໃນປະ ເທດລາວ, ກຳພູຊາ, ໄທ ກ່ອນສັກກະຣາດອື່ນໆ ແລະ ນິຍົມໃຊ້ໃນການຈາຣຶກຫນັງສືບູຮານ...
“ກະລີຍຸກ” ເປັນຊື່ຍຸກສຸດທ້າຍແຫ່ງຍຸກທັງ ໔ ຫຼື “ຈະຕຸນະຍຸກ” ຕາມຄະຕິຂອງພຣາມ ແລະ ເປັນຍຸກທີ່ໂຫດຮ້າຍທີ່ສຸດ, ເປັນຍຸກເລີ່ມຕົ້ນຂອງມະນຸດທີ່ຍັງປ່າເຖື່ອນ ຫລື ດ້ອຍການພັດທະນາ; ຍຸກນີ້ມີອາຍຸ ໑,໒໐໐ ປີທິບ ທໍ່ກັບ ໔໓໒,໐໐໐ ປີ ຂອງໂລກມະນຸດ ແລະ ຍຸກນີ້ຕັ້ງຕົ້ນແຕ່ວັນທີ ໑໘ ກຸມພາ ກ່ອນພຸທທະສັກກະຣາດ ໒,໖໒໖ ປີ(ບາງເອກະສານວ່າ ໒,໕໕໘ ປີ)ເມື່ອໝົດຍຸກນີ້ແລ້ວ ໂລກຈະເຖິງຄວາມຈິບຫາຍ.
ທີ່ກ່າວມານີ້ ເປັນພຽງສ່ວນນ້ອຍ ຂອງ “ສັກກະຣາດ” ເຊິ່ງໃນໂລກ ແລະ ພາກພື້ນອາຊີຂອງເຮົາຍັງມີອີກຫຼາຍທີ່ບໍ່ໄດ້ກ່າວເຖິງ.....
(ຂອບໃຈທີ່ອ່ານ)