... ເຂົ້າຜັດ, ຂົ້ວເຂົ້າ, ເຂົ້າຂົ້ວ....
(ຮູບຈາກອິນເຕີເນັທ)
“ເຂົ້າຜັດ- 炒饭-Fried rice” ແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າຜັດ- 炒饭-Fried rice” ເກີດຂຶ້ນທຳອິດໃນປະເທດຈີນ ຊຶ່ງບາງເອກະສານກ່າວວ່າ ເປັນການນຳເອົາເຂົ້າເຢັນທີ່ເຫຼືອຂ້າມຄືນ ມາຂົ້ວປະສົມກັບອາຫານອື່ນໆ (ຟ້າວເຮັດ ຟ້າວກິນກ່ອນໄປວຽກ) ຈົນເຮັດໃຫ້ເກີດເປັນອາຫານເມນູໃໝ່ຂຶ້ນມາ. ຈາກນັ້ນ ກໍແພ່ຫຼາຍໄປພ້ອມໆກັບຊາວຈີນ ທີ່ອົບຍົບຍ້າຍຖິ່ນໄປທົ່ວໂລກ; ເຊິ່ງແຕ່ລະປະເທດຕ່າງກໍໄດ້ປັບປຸງເມນູນີ້ ໃຫ້ເຂົ້າກັບລີ້ນຂອງຄົນໃນທ້ອງຖິ່ນ ແລະ ວັດຖຸດິບທີ່ມີຢູ່ແຕ່ລະຂົງເຂດນັ້ນໆ.
ໂດຍທົ່ວໄປແລ້ວ ສ່ວນປະກອບຫຼັກໆຂອງ “ເຂົ້າຜັດ- 炒饭-Fried rice” ນອກຈາກເຂົ້າຈ້າວແລ້ວ ຍັງປະກອບມີ ຊີ້ນສັດ(ໝູ,ໄກ່,) ກຸ້ງ, ປູ ຫລື ເຕົ້າຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີອິ້ວຂາວ ຫລື ຊອດປຸງລົດຫຼາຍຢ່າງ ເພື່ອຊ່ວຍໃຫ້ເຂົ້າຜັດມີສີສັນທີ່ງົດງາມໜ້າຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດນາ, ຜັກກາຫົວ(ແຄຣ໊ອດ), ຖົ່ວ, ຜັກບົ່ວ ເປັນຕົ້ນ.
(ຮູບຈາກອິນເຕີເນັທ)
ມີເລື່ອງເລົ່າກ່າວກັນມາກ່ຽວກັບ “ເຂົ້າຜັດ- 炒饭-Fried rice” ນີ້ ມີບາງເອກະສານໄດ້ຂຽນໄວ້ວ່າ: ເມື່ອປະມານ ຄ.ສ.616 ຫລື ກວ່າ 1,400 ປີ ທີ່ຜ່ານມາແລ້ວ ຢູ່ເມືອງຈຽງຕູ (ປະຈຸບັນຄື ເມືອງຫຍັງໂຈວ) ໄດ້ເຮັດເຂົ້າຜັດໄຂ່ (ໄດ້ຕັ້ງຊື່ໄວ້ວ່າ ຊຸ່ຍຈິນຟັ່ນ - 碎金饭 Broken Golden Rice ເຂົ້າຜັດຄຳ) ເພື່ອຖວາຍພະເຈົ້າ ສຸຍຫຍັງຕີ້(隋炀帝) ໃນຄັ້ງທີ່ສະເດັດໄປຢ້ຽມຢາມຫົວເມືອງຈຽງຕູ.... ນີ້ສະແດງວ່າ ເຂົ້າຜັດໃນຈີນນັ້ນ ອາດມີອາຍຸຫລາຍກວ່າ 1,400 ປີ ແລ້ວ. ໃນເບື້ອງຕົ້ນ ມັນກໍເປັນພຽງເຂົ້າທີ່ຂົ້ວໃສ່ໄຂ່ທຳມະດາເທົ່ານັ້ນ. ຕໍ່ມາ “ເຂົ້າຜັດ- 炒饭-Fried rice” ກໍໄດ້ຮັບການປັບປຸງສູດໃໝ່ໂດຍແມ່ນ ອິປິ່ງໂຊ່ວ (伊秉绶) ທີ່ເປັນຂ້າຫຼວງແຫ່ງເມືອງຫຍັງໂຈວ ປະມານປີ ຄ.ສ. 1802 (ພ.ສ.2345) ທີ່ລາວໄດ້ເຮັດເປັນເຂົ້າຜັດໄຂ່ຊົງເຄື່ອງ ອັນເປັນໜຶ່ງໃນຕົ້ນຕຳລາເຂົ້າຜັດຫຍາງໂຈວຂອງຈີນ(Yang Zhou Chao Fan).
(ຮູບຈາກອິນເຕີເນັທ) |
ມີການກ່າວກັນອີກວ່າ ອີກ 63 ປີຕໍ່ມາ (ຄ.ສ. 1865 ຫລືພ.ສ.2410) ກໍໄດ້ເກີດມີ “ເຂົ້າຜັດຫຍາງໂຈວ”ອີກຕຳລາໜຶ່ງຂຶ້ນທີ່ຮ້ານອາຫານ “ຈວີ້ຊຸນຫຍວນ 聚春园” ໃນເມືອງກວາງເຈົາ. “ເຂົ້າຜັດຫຍາງໂຈວ” ທັງສອງຕຳລານີ້ ຕອນນັ້ນຖືວ່າເປັນເຂົ້າຜັດ ທີ່ບຸກຄົນລະດັບສູງຖານະດີ(ໄຮໂຊ)ຈຶ່ງມີກິນ ເພາະຕຳລາທຳອິດ ແມ່ນມີການນຳໃຊ້ເຂົ້າທີ່ນຳເຂົ້າຈາກປະເທດສະຫຍາມ(ໄທ), ສ່ວນຕຳລາທີສອງ ມີການບັນທຶກໄວ້ວ່າມີການນຳໃຊ້ “ປີງທະເລ” ເປັນສ່ວນປະສົມນຳອີກ ເຊິ່ງປີງທະເລນີ້ມີລາຄາແພງ.
(ຮູບຈາກອິນເຕີເນັທ) |
ເຂົ້າຜັດຫຍາງໂຈວ (Yang Zhou Chao Fan) ເປັນເຂົ້າຜັດທີ່ເເພ່ຫຼາຍໃນເມືອງຫຍາງໂຈວ ຊຶ່ງມີຄົນຮັ່ງອາໄສຢູ່ຫລາຍ. ດັ່ງນັ້ນ ໃນເຂົ້າຜັດຫຍາງໂຈ ອາດໃສ່ທັງກຸ້ງ, ກຸນຊຽງ ແລະ ໝູແດງທີ່ຫັ່ນສີ່ຫຼ່ຽມລູກເຕົ໋າ ໂດຍນຳໝູແດງໄປລວກນ້ຳກ່ອນຜັດເພື່ອລ້າງສີອອກ ເພື່ອບໍ່ເມັດເຂົ້າຕິດສີຂອງໝູແດງ ຈາກນັ້ນຈຶ່ງຜັດໃສ່ໄຂ່ ແລະ ຕົ້ນຂອງຜັກບົ່ວ, ປຸງລົດດດ້ວຍຊີອິ໊ວຂາວ, ນ້ຳມັນຫອຍ ຫລື ນ້ຳຊອດໝາກເລັ່ນ. ເຂົ້າຜັດຫຍາງໂຈວ ຈະໂດດເດັ່ນທີ່ໃສ່ໝູແດງ (Char Siu) ເປັນສ່ວນປະກອບຫຼັກ ອັນໄດ້ເຮັດໃຫ້ເຂົ້າຜັດມີລົດຊາດຫວານເລັກນ້ອຍ ແລະ ມີຄວາມພິເສດສະເພາະຕົວ. ແຕ່ເຖິງແນວໃດກໍຕາມ ເຂົ້າຜັດຫຍາງໂຈວ ໄດ້ກາຍມາເປັນອາຫານລະະດັບຊາວບ້ານແທ້ໆໄດ້ ຄາດວ່າມີມາບໍ່ເຖິງ 100 ປີ. ແຕ່ເຂົ້າຜັດ ກໍໄດ້ກະຈາຍໄປຫຼາຍປະເທດ ແລະ ມີຫຼາກຫຼາຍຂອງສິ່ງປະກອບທີ່ແຕກຕ່າງກັນ ແລະ ມີຊື່ເອີ້ນທີ່ຫຼາກຫຼາຍເຊັ່ນ: ເຂົ້າຜັດລົດໄຟ(ຄາດວ່າເກີດຂຶ້ນປີ ພ.ສ.2465-ໄທ),ເຂົ້າຜັດສັບປະລົດ (Pineapple Fried Rice-ໝາກນັດ -ໄທ),ເຂົ້າຜັດອາເມຣິກັນ (American Fried Rice),ເຂົ້າຜັດກິມຈິ (Kimchi Bokkeumbap, Kimchi Fried Rice) ແລະ ອື່ນໆ.
“ເຂົ້າຜັດ- 炒饭-Fried rice” ຍັງມີອີກຫລວງຫລາຍຫຼາຍເມນູ ເພາະວ່າມັນສາມາດດັດແປງ, ໃສ່ເຄື່ອງປຸງປະສົມໄດ້ຫຼາກຫຼາຍຕາມແຕ່ສະດວກ, ທັງເຮັດງ່າຍ, ແຊບ ແລະ ວ່ອງໄວ ຈຶ່ງແປກໃຈເລີຍວ່າເປັນຫຍັງເຂົ້າຜັດຈຶ່ງເປັນອີກໜຶ່ງເມນູທີ່ແພ່ຫຼາຍໄປທົ່ວໂລກ.
ຂອບໃຈທີ່ອ່ານ.... ທີ່ມາຂອງຂໍ້ມູນ: