....ອຸດົມໄຊ ທີ່ຄິດເຖິງ....
(ປະມານປີ 2007) |
ຂ້ອຍໄດ້ໄປແຂວງອຸດົມໄຊຄັ້ງທຳອິດ ໃນປີ 1996 ເຊິ່ງເວລານັ້ນເທດສະບານແຂວງອຸດົມໄຊ ບໍ່ຕ່າງຈາກ ເມືອງນ້ອຍໆແຫ່ງໜຶ່ງ ເຊິ່ງຫົນທາງ ຍັງບໍ່ທັນໄດ້ປູຢາງຊໍ້າ ທັງຄັບແຄບນຳອີກ ມີໂຮງແຮມພຽງຫລັງດຽວ ແລະ ເຮືອນພັກບໍ່ພໍເທົ່າໃດຫລັງ ເຖິງວ່າ ເມືອງໄຊ ຈະເປັນຈຸດໃຈກາງຂອງທາງຜ່ານພາກເໜືອກໍຈິງ ແຕ່ກໍເໝືອນວ່າ ເປັນເມືອງທີ່ມີຄວາມງຽບສະຫງົບ ຈົນຂ້ອຍເຄີຍຄິດວ່າ: ມັນຄືເມືອງນ້ອຍໃນພູເຂົາ.
![]() |
(ຮູບທີ່ສາວໆໄທບ້ານບໍ່ ຜູກແຂນເອີ້ນຂວັນໃຫ້ມາຢູ່ ໃຫ້ມາຢາມ 1996) |
ຫລັງຈາກນັ້ນ ຂ້ອຍໄດ້ກັບໄປອຸດົມໄຊອີກຫລາຍຄັ້ງ ດ້ວຍການເດີນທາງຍົນ ແລະ ທາງລົດ ແຕ່ສິ່ງທີ່ຂ້ອຍຈົດຈຳຄັກ ແລະ ຕ້ອງໄດ້ທຽວອຸດົມໄຊເໝືອນໄປຢາມຄອບຄົວພີ່ນ້ອງແທ້ໆກໍນັບແຕ່ປີ 2004 ເປັນຕົ້ນມາ ພາຍຫລັງທີ່ຂ້ອຍໄດ້ເປັນຄົນໜຶ່ງໃນການກໍ່ຕັ້ງ ແລະ ໄດ້ເປີດໂຄງການຊ່ວຍເຫລືອດ້ານວິຊາການ ແກ່ເດັກ-ໄວໜຸ່ມ ໃນຄງການ “ວິທະຍຸໄວໜຸ່ມ” ເມື່ອວັນທີ 18 ສິງຫາ 2004 ເຊິ່ງເປັນແຂວງທຳອິດ ແລະ ດຽວນີ້ ຍັງສືບຕໍ່ດຳເນີນຢູ່ເຊິ່ງໃນໄລຍະ 14 ປີຜ່ານມາ ພວກເຮົາໄດ້ຂະຫຍາຍໂຄງການນີ້ໄປທົ່ວປະເທດແລ້ວ.
(ດຽວນີ້ເຂົາເອີ້ນຂ້ອຍວ່າພໍ່ຕູ້...ຫລຸ້ນທຳອິດຂອງແຂວງອຸດົມໄຊ ຫລາຍຄົນຈົບມາແຕ່ຕ່າງປະເທດ ແລະ ມີວຽກເຮັດງານທຳມັ່ງມີສີສຸກແລ້ວ) |
(ໃຜທີ່ຍັງບໍ່ລືມກັນ...ບອກມາແດ່) |
ເຖິງແມ່ນຂ້ອຍຈະເດີນທາງໄປອຸດົມໄຊຫລາຍຄັ້ງຫລາຍຫົນ ແຕ່ຂ້ອຍກໍບໍ່ຄ່ອຍມີເວລາພໍທີ່ຈະໄປທ່ອງທ່ຽວ ຊົມ ຄວາມງາມຂອງທຳມະຊາດ, ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ທ່ຽວຊົມບ້ານຊົນເຜົ່າ ເຊິ່ງມີຫລາຍ ແຫ່ງ ທີ່ໄດ້ເປີດບໍລິການໃຫ້ຄົນໄປທ່ອງທ່ຽວໄດ້ເໝືອນຄຳຂວັນຂອງແຂວງນີ້ທີ່ວ່າ: “ທ່ຽວອຸດົມໄຊ ໄປຊົມທຳມະຊາດ, ນ້ຳຕົກຕາດຫົວນ້ຳກັດ, ຊົມວັດທະນະທຳຊົນເຜົ່າ,ໄຫວ້ພະເຈົ້າສິງຄຳ, ດື່ມນ້ຳຊາພັນປີ, ຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ” …ສຳລັບມື້ນີ້ ຂ້ອຍຈະເວົ້າເຖິງສະຖານທີ່ທ່ອງທ່ຽວແຫ່ງນຶ່ງ ຂອງແຂວງອຸດົມໄຊ ເຊິ່ງເປັນສະຖານທີ່ທ່ອງ ທ່ຽວທຳມະຊາດ “ນ້ຳຕົກຕາດຫົວນ້ຳກັດ” ຫລື ທີ່ຊາວລາວ-ຊາວໂລກຮູ້ຈັກໃນນາມ “ນ້ຳກັດໂຢລະປ່າ”.
![]() |
(ພໍດີຫວາງວຽກ 2-3 ຊມ ເລີຍໄປຊອກກິນລົມຊົມວິວ 2016) |








ພາບລຸ່ມນີ້ ແມ່ນເອົາມາຈາກ ເຟຊນ້ຳກັດໂຢລະປ່າ-ຂອບໃຈຜູ້ຖ່າຍຫລາຍໆເດີ້...




(ຂອບໃຈ...ສະບາຍດີ)

ອ່ານເພີ່ມເຕີມໄດ້ຕາມລິ້ງລຸ່ມນີ້
(ຂອບໃຈທີ່ອ່ານເດີ້)