Thursday, March 22, 2018

ນ້ຳກັດໂຢລະປ່າ ທີ່ຫລາຍໆຄົນໃຝ່ຫາ

....ອຸດົມໄຊ ທີ່ຄິດເຖິງ....
(ປະມານປີ 2007)
ຂ້ອຍໄດ້ໄປແຂວງອຸດົມໄຊຄັ້ງທຳອິດ ໃນປີ 1996 ເຊິ່ງເວລານັ້ນເທດສະບານແຂວງອຸດົມໄຊ ບໍ່ຕ່າງຈາກ ເມືອງນ້ອຍໆແຫ່ງໜຶ່ງ ເຊິ່ງຫົນທາງ ຍັງບໍ່ທັນໄດ້ປູຢາງຊໍ້າ ທັງຄັບແຄບນຳອີກ ມີໂຮງແຮມພຽງຫລັງດຽວ ແລະ ເຮືອນພັກບໍ່ພໍເທົ່າໃດຫລັງ ເຖິງວ່າ ເມືອງໄຊ ຈະເປັນຈຸດໃຈກາງຂອງທາງຜ່ານພາກເໜືອກໍຈິງ ແຕ່ກໍເໝືອນວ່າ ເປັນເມືອງທີ່ມີຄວາມງຽບສະຫງົບ ຈົນຂ້ອຍເຄີຍຄິດວ່າ: ມັນຄືເມືອງນ້ອຍໃນພູເຂົາ.
(ຮູບທີ່ສາວໆໄທບ້ານບໍ່ ຜູກແຂນເອີ້ນຂວັນໃຫ້ມາຢູ່ ໃຫ້ມາຢາມ 1996)
ຫລັງຈາກນັ້ນ ຂ້ອຍໄດ້ກັບໄປອຸດົມໄຊອີກຫລາຍຄັ້ງ ດ້ວຍການເດີນທາງຍົນ ແລະ ທາງລົດ ແຕ່ສິ່ງທີ່ຂ້ອຍຈົດຈຳຄັກ ແລະ ຕ້ອງໄດ້ທຽວອຸດົມໄຊເໝືອນໄປຢາມຄອບຄົວພີ່ນ້ອງແທ້ໆກໍນັບແຕ່ປີ 2004 ເປັນຕົ້ນມາ ພາຍຫລັງທີ່ຂ້ອຍໄດ້ເປັນຄົນໜຶ່ງໃນການກໍ່ຕັ້ງ ແລະ ໄດ້ເປີດໂຄງການຊ່ວຍເຫລືອດ້ານວິຊາການ ແກ່ເດັກ-ໄວໜຸ່ມ ໃນຄງການ “ວິທະຍຸໄວໜຸ່ມ” ເມື່ອວັນທີ 18 ສິງຫາ 2004 ເຊິ່ງເປັນແຂວງທຳອິດ ແລະ ດຽວນີ້ ຍັງສືບຕໍ່ດຳເນີນຢູ່ເຊິ່ງໃນໄລຍະ 14 ປີຜ່ານມາ ພວກເຮົາໄດ້ຂະຫຍາຍໂຄງການນີ້ໄປທົ່ວປະເທດແລ້ວ.
(ດຽວນີ້ເຂົາເອີ້ນຂ້ອຍວ່າພໍ່ຕູ້...ຫລຸ້ນທຳອິດຂອງແຂວງອຸດົມໄຊ ຫລາຍຄົນຈົບມາແຕ່ຕ່າງປະເທດ ແລະ ມີວຽກເຮັດງານທຳມັ່ງມີສີສຸກແລ້ວ)
(ໃຜທີ່ຍັງບໍ່ລືມກັນ...ບອກມາແດ່)
ເຖິງແມ່ນຂ້ອຍຈະເດີນທາງໄປອຸດົມໄຊຫລາຍຄັ້ງຫລາຍຫົນ ແຕ່ຂ້ອຍກໍບໍ່ຄ່ອຍມີເວລາພໍທີ່ຈະໄປທ່ອງທ່ຽວ ຊົມ ຄວາມງາມຂອງທຳມະຊາດ, ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ທ່ຽວຊົມບ້ານຊົນເຜົ່າ ເຊິ່ງມີຫລາຍ ແຫ່ງ ທີ່ໄດ້ເປີດບໍລິການໃຫ້ຄົນໄປທ່ອງທ່ຽວໄດ້ເໝືອນຄຳຂວັນຂອງແຂວງນີ້ທີ່ວ່າ: “ທ່ຽວອຸດົມໄຊ ໄປຊົມທຳມະຊາດ, ນ້ຳຕົກຕາດຫົວນ້ຳກັດ, ຊົມວັດທະນະທຳຊົນເຜົ່າ,ໄຫວ້ພະເຈົ້າສິງຄຳ, ດື່ມນ້ຳຊາພັນປີ, ຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ” …ສຳລັບມື້ນີ້ ຂ້ອຍຈະເວົ້າເຖິງສະຖານທີ່ທ່ອງທ່ຽວແຫ່ງນຶ່ງ ຂອງແຂວງອຸດົມໄຊ ເຊິ່ງເປັນສະຖານທີ່ທ່ອງ ທ່ຽວທຳມະຊາດ “ນ້ຳຕົກຕາດຫົວນ້ຳກັດ” ຫລື ທີ່ຊາວລາວ-ຊາວໂລກຮູ້ຈັກໃນນາມ “ນ້ຳກັດໂຢລະປ່າ”.
(ພໍດີຫວາງວຽກ 2-3 ຊມ ເລີຍໄປຊອກກິນລົມຊົມວິວ 2016)
 “ນ້ຳກັດໂຢລະປ່າ” ເປັນສະຖານທີ່ທ່ອງທ່ຽວທີ່ເປີດໃໝ່ເມື່ອບໍ່ດົນມານີ້ ເປັນສະຖານທີ່ທ່ອງທ່ຽວທຳ ມະຊາດທີ່ຫ່າງຈາກໂຕເມືອງໄຊ ປະມານ 17 ກິໂລແມັດ ເຊິ່ງງ່າຍໃນການໄປເຖິງ, ສະຖານທີ່ທ່ອງທ່ຽວ “ນ້ຳກັດ ໂຢລະປ່າ” ມີເນື້ອທີ່ປະມານ 6,000 ແຮັກຕາ ເຊິ່ງສ້າງທ່າມກາງປ່າໄມ້ ທີ່ມີກິດຈະກຳຮອງຮັບນັກ ທ່ອງທ່ຽວໄວ້ ຫລາຍຢ່າງເຊັ່ນ: ການປີນໜ້າຜາ, ຂີ່ສະລິງ, ພັກຜ່ອນນອນເຮືອນຕົ້ນໄມ້, ກາງເຕັ້ນນອນ, ຂີ່ລົດຖີບ, ຂີ່ຊ້າງ, ລອຍນ້ຳ, ຂີ່ລົດຊົມວິວ, ເດີນປ່າ ຕັ້ງແຄັ້ມແຮມຄືນ ຟັງສຽງສັດ ແລະ ນ້ຳຕົກຕາດ ແລະ ອື່ນໆ…ນອກນັ້ນຍັງມີ ສວນອາງຸ່ນ-ສະຕໍເບີຣີ, ທ່ຽວຊົມບ້ານຊົນເຜົ່າ ໄປເບິ່ງວິຖີຊີວິດຂອງຊົນເຜົ່າກຶມມຸທີ່ງົດງາມ ທ່າມກາງທຳມະຊາດ ທີ່ອຸດົມສົມບູນ ເຊິ່ງຕອນກາງຄືນກໍຈະມີການສະແດງສິລະປະ ພ້ອມການລະຫລິ້ນພື້ນບ້ານຂອງຊົນເຜົ່າກຶມມຸ....ເສຍດາຍໄປເລາະໄດ້ພຽງ 5-10% ຂອງກິດຈະກຳທີ່ເພິ່ນມີ...ໂອກາດໜ້າໄປໃໝ່...
ພາບລຸ່ມນີ້ ແມ່ນເອົາມາຈາກ ເຟຊນ້ຳກັດໂຢລະປ່າ-ຂອບໃຈຜູ້ຖ່າຍຫລາຍໆເດີ້...
 (ຂອບໃຈ...ສະບາຍດີ)
ອ່ານເພີ່ມເຕີມໄດ້ຕາມລິ້ງລຸ່ມນີ້
(ຂອບໃຈທີ່ອ່ານເດີ້)

Sunday, March 4, 2018

ຈຳຄຳທີ່ຊຸມພໍ່ຕູ້ແມ່ອາ ອ່າຂວັນ ມາເວົ້າສູ່ຟັງ....

...ເຮົາບໍ່ໄດ້ໄປຢາມບ້ານດົນ ແຕ່ທຸກຄົນຍັງຮັກເຮົາ...ສາທຸໆໆ...ຂໍໃຫ້ທຸກຄົນໝັ້ນຍືນ...
....ຂໍອະນຸຍາດ ເກັບກຳຄຳເອີ້ນຂວັນທີ່ຊຸມພີ່ນ້ອງອ່າຂວັນ ມາບັນທຶກໄວ້ນະທີ່ນີ້....

ວ່າ: ....ມາເຍີຂວັນເອີຍ….ຂວັນເຈົ້າໄປຢູ່ກົກບາກຫລວງໄປຄວງບ່າງຮ້ອງ, ຂວັນເຈົ້າໄປທຽວທ່ອງຫລີ່ຜີ-ໄປລ່ອງແມ່ນະທີສາຍໃຫຍ່, ຂວັນເຈົ້າໄປຢູ່ໄຮ່ຢູ່ນາ, ຢູ່ປ່າຊ້າແກມຜີ ກໍໃຫ້ມາສາມື້ນີ້ວັນນີ້; ຂວັນເຈົ້າ ໄປຢູ່ລີ່ດັກປາ, ໄປຖືກຂື່ລຳໜາທັບຈ່ອງ, ໄປຖືກປ່ອງນາຍພານ,ໄປຖືກມານວ່ານປ້ອງ, ໄປຖືກຄ້ອງຄືນໜາ, ໄປຖືກຄາອັນໃຫຍ່ ກໍໃຫ້ມາສາມື້ນີ້ວັນນີ້….
ພວກເຮົາເອີ້ນ "ພໍ່ທອງດີ" ເພິ່ນເປັນອະດີດເຈົ້າເມືອງແກ່ນທ້າວ(ໄຊຍະບູລີ) ແລະ ສະມາຊິກສະພາແຫ່ງຊາດຫລາຍສະໄໝ
ຮູ້ວ່າຫລານເມືອບ້ານ...ຂັບລົດເອງຈາກວຽງຈັນພາຕູ່ແມ່ກັບເຮືອນ ເພື່ອມາຜູກແຂນໃຫ້ຫລານ(ເຮົານ້ຳຕາຊຶມເລີຍລະ)

ມາເຍີ…ຂວັນເອີຍ ຂວັນເຈົ້າໄປຫລິ້ນຢູ່ກາງໂຄກ, ຂວັນເຈົ້າໄປ ໄລ່ນົກຂົນໂດກ ແລະ ກາເວົາ, ຂວັນເຈົ້າ ໄປນັ່ງເຫງົາຢູ່ຮົ່ມໄມ້ ກໍໃຫ້ມາສາມື້ນີ້ວັນນີ້….ຂວັນກຳເນີດ 32(ຄິດວ່າຄົງເປັນອົງປະກອບຮ່າງກາຍຂອງຄົນເຮົາ ທີ່ວ່າຄົບອາການ 32 ຢ່າງ) ກໍຈົ່ງມາສາມື້ນີ້ວັນນີ້… ມາເຍີຂວັນເອີຍ…. ໃຫ້ເຈົ້າມາຢູ່ຫົວປັກປິ່ນເກົ້າ ນ້ຳມັນເຂົ້າທາຫອມ, ຂວັນຕາ ແລະ ຂົນຄິ້ວ, ຂວັນນິ້ວຊ້າຍ ແລະ ນິ້ວຂວາ, ຂວັນ ບາທາທັງຄູ່ ເກີບແກ້ວຢູ່ຮັບຮອງ ເຈົ້າຢ່າວອງຮີບມາດ່ວນ ຟ້າຮ້ອງຮ່ວນຟ້າວກັບມາ, ຂວັນແຂ່ງ ແລະ ຂວັນຂາ, ຂວັນຕາ ທາງສອງກ້ຳ ເຈົ້າຢ່າລໍ່າຫລິງດູດາຍ ຟ້າວມາສາມື້ນີ້ວັນນີ້ ວ່າ:ມາເຍີຂວັນເອີຍ….

ຄົນທີ່ມັດແຂນໃຫ້ ຄື:"ນ້າເຂີຍ" ແຕ່ພວກເຮົາເອີ້ນ: "ຕູ້ປູ່ນ້າ" ເພິ່ນຮັກພວກເຮົາແທ້ໆ

ຂວັນປາກໃຫ້ມາຢູ່ປາກ ຢ່າເພີ້ຈົ່ມຫລົງໃຫລ, ຂວັນໃຈກໍໃຫ້ມາຢູ່ໃຈຢ່າວອນທ່ຽວ ເຈົ້າຢ່າຄິດນ້ອມ ນ່ຽວໄປໄກ ກໍໃຫ້ມາໄວໆສາມື້ນີ້ວັນນີ້….ຂັວນປີ ຂັວນເດືອນໃຫ້ມາເຕົ້າ ຂວັນເກດເກົ້າເກສາ ຂວັນຫູຂວັນ ຕາກໍໃຫ້ມາໂຮມຢູ່ ຂວັນເຈົ້າໄປທ່ຽວຖ້ຳຄູຫາ ນຳນາຄາ ແລະ ຄຸດນາກ ຂ້ອຍຈັກເຊີນເອົາເຈົ້າພູມີພາກຊ່ອຍເອີ້ນຂວັນມາວ່າ: ມາເຍີຂວັນເອີຍ….
...ຕູ້ປູ່(ພໍ່ແທ້ໆຂອງເຮົາ ອາຢຸ 76 ປີ ແຕ່ຍ່າງໄປນາໄປສວນສະເລ່ຍ 20 ກມ ຕໍ່ມື້ ເພາະມີຫລາຍທົ່ງ)ເປັນຫ່ວງຫລານຫລາຍ...
ນີ້ກໍເປັນຕູ້ປູ່ອີກຄົນທີ່ເຮົາເອີ້ນ(ພໍ່ເຖົ້ານ້ອງຊາຍຫລ້າ) ເພິ່ນຮັກພວກເຮົາຫລາຍໆໆໆໆຄືກັນ...ອົດສາຂັບລົດເອງມາເກືອບ 60 ກມ ມາມັດແຂນຫລານ

ຂວັນແຂ່ງ ໃຫ້ມາຢູ່ແຂ່ງເປັນແຖວ, ຂວັນແອວ ແລະ ທ້ອງນ້ອຍ, ຂວັນນິ້ວກ້ອຍ ກໍໃຫ້ມາສອດສຸບແຫວນ, ຂວັນຄໍຄາງ ແລະ ເອິກໄຫລ່ ກໍໃຫ້ມາສາມື້ນີ້ວັນນີ້ ວ່າ:….ມາເຍີຂວັນເອີຍ….ຂວັນເຈົ້າມາຮອດແລ້ວຢ່າໄດ້ທ່ຽວເມຄາ, ຂວັນເຈົ້າມາຮອດແລ້ວ ຢ່າໄດ້ໄປທ່ຽວດອມຊາຍໂຖງ ແລະ ຍິງແຍ້ມ… ໃຫ້ເຈົ້າມາຢູ່ຫ້ອງ ຫໍແກ້ວຊຸ່ມເຢັນ…ວ່າ: ມາເຍີຂວັນເອີຍ….
ບ້ານເຮົາ ໃນເວລາຜູດ(ມັດ)ແຂນ ໄຂ່ຂວັນຕ້ອງໄດ້ກິນພ້ອມ(ເບິ່ງລູກສາມັນກິນ)
...ເບິ່ງນາງພະຍາ(ເມຍ)ກິນໄຂ່ຂວັນ...

ຝົນຕົກເຈົ້າຢ່າດຸ່ງໄປໜ້າ, ຟ້າຮ້ອງເຈົ້າຢ່າດຸ່ງໄປໄກ; ກ້ອນເສົ້າໄປຈັ່ງໄປ ຄີໄຟຄວ່າຈັ່ງຄວ່າ, ລຸກແຕ່ປ່າມາເຮືອນ, ລຸກແຕ່ສວນມາບ້ານ ຄັນຂີ້ຄ້ານກໍໃຫ້ເຈົ້າຢູ່ເຮືອນຊານ; ກິນເຂົ້າຜີ ໃຫ້ເຈົ້າຈົກຄໍຮາກ, ຄ້ຽວໝາກຜີ ໃຫ້ເຈົ້າຄາກຄໍຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ໃຫ້ເຈົ້າມາກິນເຂົ້າກັບກ້ວຍດອມອາ, ໃຫ້ເຈົ້າມາກິນເຂົ້າກັບປາດອມປູ່ ໃຫ້ເຈົ້າມາສົມສູ່ວົງວານ ໃຫ້ຍືນນານຊົ່ວຟ້າ; ສູງພຽງຕໍຢ່າໄດ້ຫັກ, ສູງພຽງຫລັກຢ່າໄດ້ໂຄ່ນ, ຢ່າໄດ້ໝົ່ນຄືຕອງ, ຢ່າໄດ້ໝອງຄືເຖົ່າ, ຢ່າໄດ້ເກົ່າເສຍສີ ໃຫ້ເຈົ້າມີອາຍຸໝັ້ນຂວັນຍືນ, ໃຫ້ສູງໃຫຍ່ພຽງລຸງ, ໃຫ້ສູງງາມພຽງປ້າ ໃຫ້ຈະເລີນກ້າວໜ້າກິນຢູ່ສວັສດີນັ້ນທ້ອນ…ວ່າ: ມາເຍີຂວັນເອີຍ….
ນ້ອງເຂີຍ(ເຂີຍກົກຕູ້ຍ່ານ້າ)ຄົນທີ່ຮັກແພງກັບຄອບຄົວເຮົາທີ່ສຸດ ເພາະເມຍຂອງມັນຕອນເດັກ(ແດງ)ເຮົາເປັນຄົນອູ້ມ ຈົນບອກມາຮຽນຕໍ່

ນອນຫລັບໃຫ້ເຈົ້າໄດ້ເງິນໝື່ນ, ນອນຕື່ນ ໃຫ້ເຈົ້າໄດ້ເງິນແສນ, ແບນມືມາໃຫ້ໄດ້ແກ້ວມະນີໂຊດ, ໂທດຮ້າຍຢ່າມາພານ, ມານຮ້າຍຢ່າມາບຽດ, ໃຫ້ເຈົ້າຫາຍເຄາະສະໜຽດຈັງໄຮ ຂໍໃຫ້ພົ້ນໄພທຸກຢ່າງ, ເຄາະເຈົ້າກໍຢ່າໄດ້ເຫັນ, ເຂັນກໍໃຈຢ່າໄດ້ພໍ້, ຂໍໃຫ້ເຈົ້າຫາຍຈາກພະຍາດໂລຄາ, ໃຫ້ເຈົ້າມີສັກດານຸພາບ ຜາບແພ້ຂ້າເສິກສັດຕູນັ້ນທ້ອນ…ສາທຸ…


ຫວັງວ່າຄົງເປັນປະໂຫຍດ ໃນການນຳໃຊ້ຄຳອວຍພອນນີ້ ໄປອວຍພອນຄົນທີ່ເຮົາຮັກ,ນັບຖື ແລະ ເຄົາລົບ ໃນບຸນປີໃໝ່ລາວທີ່ຈະມາຮອດໃກ້ໆນີ້.
(ຂອບໃຈທີ່ອ່ານ)

Saturday, February 24, 2018

ປູກຕົ້ນໄມ້ ກ່ວາຈະໄດ້ກິນໝາກ ຕ້ອງໃຈເຢັນໆ

ສິບເທື່ອເຫື່ອຢາດຍ້ອຍ     ຍັງດີກ່ວານ້ຳຕາໄຫລ
ສິບທຸກໃນວັນວານ             ຄົງພົບສຸກໃນວັນໜ້າ
ກຸ້ມອຸລາໃນວັນນີ້            ສຽງຫົວຍັງລໍຢູ່
ຮອຍຍິ້ມຍັງຮຽກຮ້ອງ         ປະສານກ້ອງກ່ອມໃຈ ຢູ່ເນີ.

Saturday, September 3, 2016

ໝາຈອກຫາງກຸດ

ແມ່ຕູ້ເລົ່າວ່າ:
ແຕ່ກີ້ແຕ່ກ່ອນ ມີໝາຈອກຝຸງໜຶ່ງ ທີ່ມັກມາລັກກິນສັດລ້ຽງຂອງຊາວບ້ານ...ໃນນັ້ນ ມີໝາຈອກໂຕໜຶ່ງ ທີ່ບໍ່ມັກຟັງຕຳເຕືອນຂອງຫົວໜ້າຝຸງ...ມັນເຊື່ອແຕ່ວ່າ ມັນມີ ຄວາມແຂງແຮງ, ວ່ອງໄວ ແລະ ມັກຍ້ອງ....ມີມື້ນຶ່ງ ໃນເວລາ ທີ່ໝາທັງຝຸງ ອອກ ມານອນຕາກແດດໄຈ້ຂົນຢູ່ນັ້ນ ມັນກໍອົດທີ່ຈະຍ້ອງຕົນເອງບໍ່ໄດ້ວ່າ: ພວກເຮົານີ້ ຊ່າງມີຂົນທີ່ສວຍງາມແທ້ໆ ໂດຍສະເພາະຂົນຫາງຂອງຂ້າພະເຈົ້າ.... ຊ່າງງາມ ແທ້ງາມວ່າ ດັ່ງນັ້ນ ຂໍໃຫ້ທຸກໂຕໃນຝຸງຈົ່ງພະຍາຍາມຮັກສາຫາງຂອງຕົນເອງ ເອົາໄວ້ ເພື່ອເສີມສົ່ງປາລະມີ....
ຢູ່ມາວັນໜຶ່ງ...ໝາຈອກໂຕດັ່ງກ່າວ ໄດ້ລັກອອກໄປຊອກຫາກິນ ແລ້ວບັງເອີນໄປ ຖືກກັບດັກທີ່ຊາວບ້ານຫ້າງໄວ້ ເຮັດໃຫ້ມັນຫາງຂາດ...ເພື່ອເປັນການແກ້ໜ້າ ມື້ຕໍ່ມາ ໝາຈອກໂຕດັ່ງກ່າວກໍມາອວດໂຕກັບຝຸງວ່າ:
ບັນດາເພື່ອນສະຫາຍ...ຂ້າຫາກໍຄິດໄດ້ວ່າ ການມີຫາງທີ່ເປັນພວງຍາວນັ້ນ ມັນຊ່າງ ເກະກະ ແລະ ຮັກສາຍາກເອົາແທ້ໆ ດັ່ງນັ້ນຂ້າຈຶ່ງໄດ້ຕັດຫາງຖິ້ມ ດ້ວຍເຫດນີ້ ມັນ ຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມສະຫງ່າງາມກ່ວາແຕ່ກ່ອນອີກຫລາຍເທົ່າ...
ໄດ້ຟັງແລ້ວ ເພື່ອນໆຂອງໝາຈອກຕົວນັ້ນ ກໍຄ້ອຍຕາມ ແລະ ມີທ່າທາງຈະທຳຕາມ ແຕ່ເວລານັ້ນ ຍັງມີໝາຈອກໂຕໜຶ່ງທີ່ຄອຍເຝົ້າເບິ່ງສະຖານະການຢູ່ ກໍເວົ້າວ່າ: 
ຮູບຈາກອິນເຕີເນັທ
ມື້ວານນີ້ ທ່ານບອກວ່າ ພວງຫາງຂອງພວກເຮົານັ້ນສວຍງາມ ແລະ ມີຄ່າກ່ວາສິ່ງ ໃດໆ ເຊິ່ງພວກເຮົາຄວນພາກພູມໃຈກັບສິ່ງທີ່ເຮົາມີ ແລະ ຂ້າພະເຈົ້າເຫັນວ່າ ການ ເປັນໝາຈອກຫາງກຸດນັ້ນ ບໍ່ເຫັນວ່າຈະມີອັນໃດວິເສດ... ທ່ານຢ່າພະຍາ ຍາມມາ ຫລອກພວກເຮົາດີກ່ວາ....ເວລານັ້ນ ໝາຈອກຫາງກຸດ ຮູ້ສຶກອັບອາຍເປັນຢ່າງຍິ່ງ ເຊິ່ງເປັນເວລາດຽວກັນ ກັບໝາຈອກໂຕອື່ນໆ ພາກັນເມີນໜ້າ ແລະ ຍ່າງໜີໄປ....
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ:........

(ຂອບໃຈທີ່ອ່ານ)

Thursday, May 14, 2015

ເຮົານີ້ເຫັນແກ່ໂຕແທ້ບໍ່ຫວາ....

.......ມັນຕັ້ງກ່ຽວກັບຂ້ອຍນີ້ລະ ເພາະນີ້ມັນຄືຂ້ອຍເອງ.....
ຈຸດສູງສຸດຂອງຄ້ອຍ 9 ກິໂລ ທາງລັດກາສີ-ເມືອງນານ
ຂ້ອຍພະຍາຍາມເປີດໃຈໃຫ້ກ້ວ້າງ, ພະຍາຍາມຫລຸດຜ່ອນທິດຖິ, ພະຍາຍາມຫລຸດຜ່ອນການຊອກຫາຄວາມດີທີ່ມີແຕ່ ຕົນເອງ ໂດຍລືມຄົນອ້ອມຂ້າງ.....ຂ້ອຍເຄີຍຖາມຕົນເອງວ່າ: "ນິດໄສເຫັນແກ່ໂຕແບບນີ້ມັນເກີດຂຶ້ນໄດ້ແນວໃດ ?  "

ຂ້ອຍໄດ້ອ່ານ ກັນລະຍານະມິຕຣາ ກ່ຽວກັບນິດໄສ ເພິ່ນວ່າ: ນິດໄສແບບນີ້ ມັນເກີດຂຶ້ນທັງໃນໂຕ ແລະ ນອກໂຕ ຂອງ ເຮົາເອງນີ້ລະ ກ່າວຄື ການເກີດຂຶ້ນໃນໂຕນັ້ນ ແມ່ນ ເພາະໂຕເຮົາເອງອາດມີຄວາມທະເຍີທະຍານ, ມີຄວາມຢາກ ເປັນໜຶ່ງ ຢາກສະແດງອະນຸພາບໃຫ້ຄົນອື່ນເຫັນວ່າ "ເຮົາ" ມີຄວາມສາມາດ ກ້າເຮັດກ້າທຳ ຫລື ກ້າສະແດງອອກ ທີ່ສຸດກໍກາຍ ເປັນນິດໄສ ແລ້ວ ສຸດທ້າຍກໍກາຍເປັນ "ສັນດານ" ຈົນຍາກທີ່ຈະແກ້ໄຂ ເປັນໄມ້ແກ່ກາຍເບັດ ເຮັດທຸກ ຢ່າງ ເພື່ອຈະ ໃຫ້ຕົນເອງເປັນພະເອກໄດ້ຕະລອດການ ໂດຍລືມຄິດໄປວ່າ ບາງຢ່າງ ຫລື ລາຍຢ່າງມັນໄດ້ສ້າງຄວາມ ເດືອດຮ້ອນ ໃຫ້ແກ່ຄົນອື່ນ....
(ປ່າຕົ້ນງິ້ວແດງ ທີ່ດອນຊາວ ເມືອງຕົ້ນເຜິ້ງ )
ສ່ວນສາເຫດທີ່ເກີດຈາກສະພາບແວດລ້ອມນັ້ນ ມັນຄົງບໍ່ຕ່າງຈາກຄຳທີ່ວ່າ: " ຕົກໝູ້ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ " ເຊິ່ງອາດມີສາເຫດມາຈາກການແກ້ງແຍ້ງແຍ່ງຊິງ ສິ່ງເລົ່ານີ້ມັນຄົງສະສົມມານານ ແລະ ຄົງຍັງຈະສືບຕໍ່ໄປອີກດົນ ໂດຍທີ່ ຕົນເອງບໍ່ຮູ້ວ່າ ເຮົາເປັນຄົນເຫັນແກ່ໂຕ ແລະ ມີຄວາມຫວາດລະແວງທີ່ຢ້ານຄູ່ແຂ່ງຍາດຊິງໄປ ໃນທີ່ສຸດ ກໍຕ້ອງກ້າວສູ່ ການຊື້ຈ້າງໃຫ້ຄົນອ້ອມຂ້າງມາເອົາໃຈຕົນເອງດ້ວຍວັດຖຸສິ່ງຂອງ ເຊິ່ງເຮົາເອງອາດລືມຄິດໄປວ່າ ຄວາມເຫັນແກ່ໂຕ ແບບນີ້ ເມື່ອວັດຖຸຫົດຫາຍ ຄົນອ້ອມຂ້າງກໍຄົງຈະພະຍາຍາມຈະຫາຍໄປໄດ້ຄືກັນ...ເພີ່ນວ່າໃຜທີ່ເປັນແບບນີ້ໃຫ້ຮີບຮ້ອນປ່ຽນແປງ ປັງປຸງຕົນເອງ ກ່ອນທີ່ຈະບໍລິຫານຄົນໄປທາງຜິດໆ ແລະ ບໍລິຫານເງິນຄຳໄປທາງທີ່ຜິດ ຈົນກ້າວສູ່ຄວາມຫລົ້ມຈົມ..... ....ເວນກຳຂ້ອຍນໍ້ບາດນີ້....
(ຂອບໃຈທີ່ອ່ານ ແລະ ຕິດຕາມ)