Sunday, March 4, 2018

ຈຳຄຳທີ່ຊຸມພໍ່ຕູ້ແມ່ອາ ອ່າຂວັນ ມາເວົ້າສູ່ຟັງ....

...ເຮົາບໍ່ໄດ້ໄປຢາມບ້ານດົນ ແຕ່ທຸກຄົນຍັງຮັກເຮົາ...ສາທຸໆໆ...ຂໍໃຫ້ທຸກຄົນໝັ້ນຍືນ...
....ຂໍອະນຸຍາດ ເກັບກຳຄຳເອີ້ນຂວັນທີ່ຊຸມພີ່ນ້ອງອ່າຂວັນ ມາບັນທຶກໄວ້ນະທີ່ນີ້....

ວ່າ: ....ມາເຍີຂວັນເອີຍ….ຂວັນເຈົ້າໄປຢູ່ກົກບາກຫລວງໄປຄວງບ່າງຮ້ອງ, ຂວັນເຈົ້າໄປທຽວທ່ອງຫລີ່ຜີ-ໄປລ່ອງແມ່ນະທີສາຍໃຫຍ່, ຂວັນເຈົ້າໄປຢູ່ໄຮ່ຢູ່ນາ, ຢູ່ປ່າຊ້າແກມຜີ ກໍໃຫ້ມາສາມື້ນີ້ວັນນີ້; ຂວັນເຈົ້າ ໄປຢູ່ລີ່ດັກປາ, ໄປຖືກຂື່ລຳໜາທັບຈ່ອງ, ໄປຖືກປ່ອງນາຍພານ,ໄປຖືກມານວ່ານປ້ອງ, ໄປຖືກຄ້ອງຄືນໜາ, ໄປຖືກຄາອັນໃຫຍ່ ກໍໃຫ້ມາສາມື້ນີ້ວັນນີ້….
ພວກເຮົາເອີ້ນ "ພໍ່ທອງດີ" ເພິ່ນເປັນອະດີດເຈົ້າເມືອງແກ່ນທ້າວ(ໄຊຍະບູລີ) ແລະ ສະມາຊິກສະພາແຫ່ງຊາດຫລາຍສະໄໝ
ຮູ້ວ່າຫລານເມືອບ້ານ...ຂັບລົດເອງຈາກວຽງຈັນພາຕູ່ແມ່ກັບເຮືອນ ເພື່ອມາຜູກແຂນໃຫ້ຫລານ(ເຮົານ້ຳຕາຊຶມເລີຍລະ)

ມາເຍີ…ຂວັນເອີຍ ຂວັນເຈົ້າໄປຫລິ້ນຢູ່ກາງໂຄກ, ຂວັນເຈົ້າໄປ ໄລ່ນົກຂົນໂດກ ແລະ ກາເວົາ, ຂວັນເຈົ້າ ໄປນັ່ງເຫງົາຢູ່ຮົ່ມໄມ້ ກໍໃຫ້ມາສາມື້ນີ້ວັນນີ້….ຂວັນກຳເນີດ 32(ຄິດວ່າຄົງເປັນອົງປະກອບຮ່າງກາຍຂອງຄົນເຮົາ ທີ່ວ່າຄົບອາການ 32 ຢ່າງ) ກໍຈົ່ງມາສາມື້ນີ້ວັນນີ້… ມາເຍີຂວັນເອີຍ…. ໃຫ້ເຈົ້າມາຢູ່ຫົວປັກປິ່ນເກົ້າ ນ້ຳມັນເຂົ້າທາຫອມ, ຂວັນຕາ ແລະ ຂົນຄິ້ວ, ຂວັນນິ້ວຊ້າຍ ແລະ ນິ້ວຂວາ, ຂວັນ ບາທາທັງຄູ່ ເກີບແກ້ວຢູ່ຮັບຮອງ ເຈົ້າຢ່າວອງຮີບມາດ່ວນ ຟ້າຮ້ອງຮ່ວນຟ້າວກັບມາ, ຂວັນແຂ່ງ ແລະ ຂວັນຂາ, ຂວັນຕາ ທາງສອງກ້ຳ ເຈົ້າຢ່າລໍ່າຫລິງດູດາຍ ຟ້າວມາສາມື້ນີ້ວັນນີ້ ວ່າ:ມາເຍີຂວັນເອີຍ….

ຄົນທີ່ມັດແຂນໃຫ້ ຄື:"ນ້າເຂີຍ" ແຕ່ພວກເຮົາເອີ້ນ: "ຕູ້ປູ່ນ້າ" ເພິ່ນຮັກພວກເຮົາແທ້ໆ

ຂວັນປາກໃຫ້ມາຢູ່ປາກ ຢ່າເພີ້ຈົ່ມຫລົງໃຫລ, ຂວັນໃຈກໍໃຫ້ມາຢູ່ໃຈຢ່າວອນທ່ຽວ ເຈົ້າຢ່າຄິດນ້ອມ ນ່ຽວໄປໄກ ກໍໃຫ້ມາໄວໆສາມື້ນີ້ວັນນີ້….ຂັວນປີ ຂັວນເດືອນໃຫ້ມາເຕົ້າ ຂວັນເກດເກົ້າເກສາ ຂວັນຫູຂວັນ ຕາກໍໃຫ້ມາໂຮມຢູ່ ຂວັນເຈົ້າໄປທ່ຽວຖ້ຳຄູຫາ ນຳນາຄາ ແລະ ຄຸດນາກ ຂ້ອຍຈັກເຊີນເອົາເຈົ້າພູມີພາກຊ່ອຍເອີ້ນຂວັນມາວ່າ: ມາເຍີຂວັນເອີຍ….
...ຕູ້ປູ່(ພໍ່ແທ້ໆຂອງເຮົາ ອາຢຸ 76 ປີ ແຕ່ຍ່າງໄປນາໄປສວນສະເລ່ຍ 20 ກມ ຕໍ່ມື້ ເພາະມີຫລາຍທົ່ງ)ເປັນຫ່ວງຫລານຫລາຍ...
ນີ້ກໍເປັນຕູ້ປູ່ອີກຄົນທີ່ເຮົາເອີ້ນ(ພໍ່ເຖົ້ານ້ອງຊາຍຫລ້າ) ເພິ່ນຮັກພວກເຮົາຫລາຍໆໆໆໆຄືກັນ...ອົດສາຂັບລົດເອງມາເກືອບ 60 ກມ ມາມັດແຂນຫລານ

ຂວັນແຂ່ງ ໃຫ້ມາຢູ່ແຂ່ງເປັນແຖວ, ຂວັນແອວ ແລະ ທ້ອງນ້ອຍ, ຂວັນນິ້ວກ້ອຍ ກໍໃຫ້ມາສອດສຸບແຫວນ, ຂວັນຄໍຄາງ ແລະ ເອິກໄຫລ່ ກໍໃຫ້ມາສາມື້ນີ້ວັນນີ້ ວ່າ:….ມາເຍີຂວັນເອີຍ….ຂວັນເຈົ້າມາຮອດແລ້ວຢ່າໄດ້ທ່ຽວເມຄາ, ຂວັນເຈົ້າມາຮອດແລ້ວ ຢ່າໄດ້ໄປທ່ຽວດອມຊາຍໂຖງ ແລະ ຍິງແຍ້ມ… ໃຫ້ເຈົ້າມາຢູ່ຫ້ອງ ຫໍແກ້ວຊຸ່ມເຢັນ…ວ່າ: ມາເຍີຂວັນເອີຍ….
ບ້ານເຮົາ ໃນເວລາຜູດ(ມັດ)ແຂນ ໄຂ່ຂວັນຕ້ອງໄດ້ກິນພ້ອມ(ເບິ່ງລູກສາມັນກິນ)
...ເບິ່ງນາງພະຍາ(ເມຍ)ກິນໄຂ່ຂວັນ...

ຝົນຕົກເຈົ້າຢ່າດຸ່ງໄປໜ້າ, ຟ້າຮ້ອງເຈົ້າຢ່າດຸ່ງໄປໄກ; ກ້ອນເສົ້າໄປຈັ່ງໄປ ຄີໄຟຄວ່າຈັ່ງຄວ່າ, ລຸກແຕ່ປ່າມາເຮືອນ, ລຸກແຕ່ສວນມາບ້ານ ຄັນຂີ້ຄ້ານກໍໃຫ້ເຈົ້າຢູ່ເຮືອນຊານ; ກິນເຂົ້າຜີ ໃຫ້ເຈົ້າຈົກຄໍຮາກ, ຄ້ຽວໝາກຜີ ໃຫ້ເຈົ້າຄາກຄໍຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ໃຫ້ເຈົ້າມາກິນເຂົ້າກັບກ້ວຍດອມອາ, ໃຫ້ເຈົ້າມາກິນເຂົ້າກັບປາດອມປູ່ ໃຫ້ເຈົ້າມາສົມສູ່ວົງວານ ໃຫ້ຍືນນານຊົ່ວຟ້າ; ສູງພຽງຕໍຢ່າໄດ້ຫັກ, ສູງພຽງຫລັກຢ່າໄດ້ໂຄ່ນ, ຢ່າໄດ້ໝົ່ນຄືຕອງ, ຢ່າໄດ້ໝອງຄືເຖົ່າ, ຢ່າໄດ້ເກົ່າເສຍສີ ໃຫ້ເຈົ້າມີອາຍຸໝັ້ນຂວັນຍືນ, ໃຫ້ສູງໃຫຍ່ພຽງລຸງ, ໃຫ້ສູງງາມພຽງປ້າ ໃຫ້ຈະເລີນກ້າວໜ້າກິນຢູ່ສວັສດີນັ້ນທ້ອນ…ວ່າ: ມາເຍີຂວັນເອີຍ….
ນ້ອງເຂີຍ(ເຂີຍກົກຕູ້ຍ່ານ້າ)ຄົນທີ່ຮັກແພງກັບຄອບຄົວເຮົາທີ່ສຸດ ເພາະເມຍຂອງມັນຕອນເດັກ(ແດງ)ເຮົາເປັນຄົນອູ້ມ ຈົນບອກມາຮຽນຕໍ່

ນອນຫລັບໃຫ້ເຈົ້າໄດ້ເງິນໝື່ນ, ນອນຕື່ນ ໃຫ້ເຈົ້າໄດ້ເງິນແສນ, ແບນມືມາໃຫ້ໄດ້ແກ້ວມະນີໂຊດ, ໂທດຮ້າຍຢ່າມາພານ, ມານຮ້າຍຢ່າມາບຽດ, ໃຫ້ເຈົ້າຫາຍເຄາະສະໜຽດຈັງໄຮ ຂໍໃຫ້ພົ້ນໄພທຸກຢ່າງ, ເຄາະເຈົ້າກໍຢ່າໄດ້ເຫັນ, ເຂັນກໍໃຈຢ່າໄດ້ພໍ້, ຂໍໃຫ້ເຈົ້າຫາຍຈາກພະຍາດໂລຄາ, ໃຫ້ເຈົ້າມີສັກດານຸພາບ ຜາບແພ້ຂ້າເສິກສັດຕູນັ້ນທ້ອນ…ສາທຸ…


ຫວັງວ່າຄົງເປັນປະໂຫຍດ ໃນການນຳໃຊ້ຄຳອວຍພອນນີ້ ໄປອວຍພອນຄົນທີ່ເຮົາຮັກ,ນັບຖື ແລະ ເຄົາລົບ ໃນບຸນປີໃໝ່ລາວທີ່ຈະມາຮອດໃກ້ໆນີ້.
(ຂອບໃຈທີ່ອ່ານ)

No comments:

Post a Comment